ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານໂອ​ບາ​ມາ ​​ຍົກ​ເວັ້ນຂໍ້​ຈໍາກັດ ການ​ອອກ​ວິຊາ ແກ່​ປະທານາທິບໍດີ​ ມຽນມາ


ປະທານາທິບໍດີມຽນມາ ທ່ານ ທຽນ ເຊນ
ປະທານາທິບໍດີມຽນມາ ທ່ານ ທຽນ ເຊນ
ປະທານາ​ທິບໍ​ດີ ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ຍົກ​ເວັ້ນຂໍ້​ຈໍາກັດ ການ​ອອກ​ວິຊາ ສໍາລັບ​ປະທານາທິບໍດີ​ມຽນມາ ທ່ານ ທຽນ ​ເຊ​ນ ​ເພື່ອ​ອະນຸຍາດ​ໃຫ້​ທ່ານ​ມາ​ຢ້ຽມຢາມ​ສະຫະລັດ​ໄດ້ ​ໃນ​ລະຫວ່າງກອງ​ປະຊຸມ​ສະ ມັດຊາ​ໃຫຍ່ ອົງການ​ສະຫະ​ປະຊາ​ຊາດ​ທີ່ນະຄອນ​ນີວຢ໊ອກ​ໃນ​ເດືອນ​ໜ້າ​ນີ້.

​ເມື່ອ​ວັນ​ພຸດ​ວານ​ນີ້ ປະທານາທິບໍ​ດີ​ໂອ​ບາ​ມາ ​ໄດ້​ມີ​ຄໍາສັ່ງ​ຍົກ​ເວັ້ນກົດການ​ຫ້າມອອກ​ວິຊາ ​ເພື່ອ​ອະນຸຍາດ​ໃຫ້​ທ່ານ ທຽນ ​ເຊ​ນ ​ເດີນທາງ​ໄດ້​ຢ່າງ​ເສລີ​ໃນ​ລະຫວ່າງ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງກາ​ນສະຫະປະຊາ​ຊາດ. ຖ້າ​ບໍ່ ດັ່ງ​ນັ້ນ ທ່ານ​ທຽນ ​ເຊ​ນ ກໍ​ພຽງ​ແຕ່​ອອກ​ເຂົ້າ​ໄດ້​ສະ​ເພາະ​ແຕ່​ບໍລິ​ເວນແຄ​ບ ໆ ອ້ອມ​ແອ້ມສໍານັກງານ​ໃຫຍ່​ສະຫະ​ປະຊາ​ຊາດ ຍ້ອນ​ກົດ​ຫ້າມ​ອອກ​ວິ​ຊ່າ​ເດີນທາງ​ມາ​ຍັງສະຫະລັດ​ຕໍ່​ບັນດາ​ຜູ້​ນໍາ​ມຽນມາ.

ບັນດາ​ເຈົ້າໜ້າ​ທີ່​ສະຫະ​ລັດ​ກ່າວ​ວ່າ ການ​ຕັດສິນ​ໃຈ​ຂອງ​ທ່ານ​ໂອ​ບາ​ມາ ​ກ່ຽວ​ກັບ​ເລຶ່ອງນີ້ ​ເປັນ​ສັນຍານ​ໃຫ້​ຮູ້​ເຖິງ​ຄວາມ​ສົນ​ໃຈ​ໃນ​ການ​ເຂົ້າພົວພັນ ທີ່​ໃກ້ຊິດຫຼາຍຂຶ້ນກັບ​ລັດຖະບານ​ມຽນມາ ຊຶ່ງ​ເປັນ​ປະ​ເທດ​ທີ່ຢູ່​ໂດດດ່ຽວ ຍ້ອນ​ການ​ປົກຄອງ​ແບບ​ຜະ​ເດັດ​ການ​ໄດ້ຫຼາຍສິບ​ປີ​ນັ້ນ.

ກົດໝາຍ​ສະຫະລັດ​ໃນ​ປີ 2008 ​ໄດ້​ຫ້າມ​ການ​ລົງທຶນ​ສະຫະລັດ​ຢູ່​ໃນມຽນ ມາ ​ແລະ​ການ​ນໍາ​ເຂົ້າສິນຄ້າ​ບາງ​ປະ​ເພດ​ຈາກ​ປະ​ເທດດັ່ງ​ກ່າວ. ນອກ​ນີ້​ແລ້ວ ສະຫະລັດ​ຍັງ​ວາງ​ຂໍ້​ຈໍາກັດໃນການ​ອອກ​ວິ​ຊ່າ​ໃຫ້​ແກ່​ເຈົ້າໜ້າ​ທີ່​ລັດ ຖະບານ ​ແລະ​ທະຫານ ​ທີ່​ພົວພັນ​ກັບ​ການລ​ະ​ເມີດ​ສິດທິ​ມະນຸດ​ນັ້ນ​ນໍາ.

ລັດຖະບານ​ສະຫະລັດ​ໄດ້​ເລີ່​ມຜ່ອນ​ຜັນ​ການ​ລົງ​ໂທດ​ບາງ​ຢ່າງ​ເພື່ອ​ເປັນ ລາງວັນ​ແກ່​ມຽນມາ ທີ່​ໄດ້​ເອົາ​ບາດກ້າວ​ສໍາຄັນ​ໄປ​ສູ່​ປະຊາທິປະ​ໄຕ ​ແຕ່​ ການ​ຫ້າມ​ອອກ​ວິຊາ​ກໍ​ຍັງມີ​ຜົນ​ບັງຄັບ​ໃຊ້​ຢູ່​ເທົ່າ​ເຖິງ​ປັດຈຸບັນ​ນີ້.
XS
SM
MD
LG