ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາ ສົນທະນາ ທາງໂທລະສັບກັບ ທ່ານນາງ ອອງ ຊານ ຊູຈີ (ເບິ່ງວີດີໂອ)


ປະທານາທິບໍດີ ໂອບາມາ ກັບ ທ່ານນາງ ອອງ ຊານ ຊູຈີ
ປະທານາທິບໍດີ ໂອບາມາ ກັບ ທ່ານນາງ ອອງ ຊານ ຊູຈີ

ພວກ​ເຈົ້າໜ້າທີ່​ທໍານຽບຂາວ​ໄດ້​ໃຫ້​ລາຍ​ລະອຽດເພິ່ມ​ຕື່ມ​ ກ່ຽວກັບ​ການ​ຢື່ນມື​ໄປ​ຫາມຽນ
ມາ​ທາງ​ການ​ທູດ​ເທື່ອ​ໃໝ່ຂອງ​ສະຫະລັດ. ລຸນ​ຫລັງ​ຄໍາ​ປະກາດ​ຂອງທ່ານ​ໂອ​ບາ​ມາ ທີ່​ວ່າ
​ທ່ານ​ຈະ​ສົ່ງ​ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ຮິ​ລ​ແລຣີ ຄລິນ​ຕັນ ​ໄປ​ຍັງ​ມຽນມາ ​ເພື່ອ
ທໍາການ​ເຈລະຈາ​ກັນໃນ​ວັນ​ທີ່ 1 ​ເດືອນ​ທັນ​ວາ​ນີ້ ພວກ​ເຈົ້າໜ້າ​ທີ່​ໄດ້​ເປີດ​ເຜີຍ​ລາຍ​ລະ​ອຽດ​
ເພິ່ມຕື່ມ ກ່ຽວ​ກັບ​ການ​ສົນທະນາຂອງ​ທ່ານ​ໂອ​ບາ​ມາ​ ກັບ​ທ່ານນາງ​ອອງ ຊານ ຊູ​ຈີ​ ນັ້ນ.

ການ​ສົນທະນາກັນທາງໂທລະສັບເມື່ອວັນ​ພະຫັດ​ວານ​ນີ້ ​ເປັນ​ເທື່ອ​ທໍາ​ອິດ​ຂອງປະທານາທິ
ບໍດີ ກັບ​ຜູ້​ນໍາ​ປະຊາທິປະ​ໄຕ​ໃນ​ມຽນມາ ທີ່ຖືກ​ກັກ​ບໍລິເວນເປັນ​ເວລາ​ຫລາຍ​ປີ ​ແລະ​ໄດ້​ຮັບ
​ລາງວັນໂນ​ແບ​ລຂະ​ແໜງ​ສັນ​ຕິພາບ​ໃນ​ປີ 1991 ນັ້ນ.

ພວກ​ເຈົ້າໜ້າ​ທີ່​ເອີ້ນ​ການ​ສົນທະນາ​ດັ່ງ​ກ່າວ ທີ່​ມີ​ຂຶ້ນໃນ​ຂະນະ​ທີ່​ທ່ານ​ໂອ​ບາ​ມາ​ກໍາລັງເດີນ
ທາງໄປ​ຍັງ​ເກາະ​ບາ​ຫລີ ​ເທິງ​ຍົນປະ​ຈໍາ​ຕໍາ​ແໜ່​ງ Air Force One ນັ້ນ ວ່າ​ເປັນ​ການ​ສົນທະ
ນາ​ທີ່​ມີ​ເນື້ອ​ຫາ​ສາລະ​ຢ່າງ​ຫລວງຫລາຍ ​ໂດຍ​ກ່າວ​ວ່າ ທ່ານ​ນາງ​ອອງຊານ​ ຊູ​ຈີ ​ໄດ້​ແຈ້ງ​ສະ
ຖານະ​ການ​ດ້ານ​ການ​ເມືອງ​ໃນ​ປັດຈຸບັນ​ໃນ​ປະ​ເທດຂອງ​ທ່ານ​ນາງ ​ໃຫ້​ທ່ານ​ໂອ​ບາ​ມາ​ຊາບ.

ພວກ​ເຈົ້າໜ້າ​ທີ່​ກ່າວ​ວ່າ ປະທານາທິບໍດີໂອ​ບາ​ມາ​ເປັນ​ຜູ້​ນຶ່ງ​ທີ່​ນິຍົມ​ຊົມ​ຊອບ ທ່ານ​ນາງ​ອອງ
ຊານ ຊູ​ຈີ ​ແລະ​ກາ​ນຕໍ່ສູ້​ຂອງ​ທ່ານ​ນາງ​ເພື່ອ​ປະຊາທິປະ​ໄຕແລະ​ສິດທິ​ມະນຸດນັ້ນ ຢ່າງ​ຫລວງ
ຫລາຍ ມາ​ເປັນ​ເວລາ​ດົນ​ນານ​ແລ້ວ. ​ແລະ​ທ່ານ​ໄດ້​ເນັ້ນຍໍ້າວ່າ ​ເປົ້າໝາຍ​ສະຫະລັດ ກໍ​ຄື​ຢາກ
​ເຫັນ​ມຽນມາ​ທີ່​ຕອບ​ສະໜອງ​ຢ່າງ​ຈິງ​ຈັງ​ຕໍ່​ຄວາມ​ມຸ້ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ.

ພວກ​ເຈົ້າໜ້າ​ທີ່​ອາວຸ​ໂສ​ກ່າວ​ວ່າ ທ່ານ​ນາງ​ອອງຊານ ຊູ​ຈີ ​ກໍໄດ້​ເນັ້ນ​ຍໍ້າ​ເຖິງຄວາມ​ສໍາຄັນ​ຂອງ
​ການ​ດໍາ​ເນີນ​ການ​ເພື່ອ​ປອງ​ດອງ​ຊາດ​ຢ່າງຮອບດ້ານ​ຄົບຖ້ວນ ​ແລະ​ຊຸກຍູ້​ໃຫ້​ທ່ານ​ໂອ​ບາ​ມາ​
ເຮັດ​ໃຫ້​ເປັນ​ທີ່​ແຈ້ງ​ຂາວ​ວ່າ ສະຫະລັດຈະ​ປະ​ຕິບັດ​ງານ​ກັບ​ລັດຖະບານ​ມຽນມາ ​ທີ່​ສະ​ແດງ​ໃຫ້​
ເຫັນ​ວ່າ ​ຕົນ​ມີ​ຄວາມຕັ້ງ​ໃຈ​ທີ່​ຈະ​ປະຕິບັດ​ງານ​ກັບ​ໂລກ​ພາຍ​ນອກ​ແລະ​ກັບ​ທ່ານ​ນາງເທົ່ານັ້ນ.

ເບິ່ງລາຍງານຂ່າວພາສາອັງກິດ ທີ່ທ່ານໂອບາມາປະກາດວ່າ ຈະສົ່ງທ່ານນາງ ຮິລແລຣີ ຄລິນຕັນໄປຍັງມຽນມາໃນວັນທີ່ 1 ເດືອນທັນວານີ້

XS
SM
MD
LG