ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກິລາ ແລ່ນໜີງົວກະທິງ ຫລື bull run ຖືກນໍາ ເຂົ້າມາສະຫະລັດ (ວີດິໂອ)


ພາບສ່ວນນຶ່ງ ຂອງກິລາ bull run ແລ່ນໜີງົວ ເທື່ອທໍາອິດທີ່ເມືອງ Petersburg, ລັດ Virginia
ພາບສ່ວນນຶ່ງ ຂອງກິລາ bull run ແລ່ນໜີງົວ ເທື່ອທໍາອິດທີ່ເມືອງ Petersburg, ລັດ Virginia
ກິລາແລ່ນ​ໜີ​ງົວ​ກະທິງ ຫຼືປ່ອຍ​ງົວ​ໃຫ້​ແລ່ນ​ໄລ່​ຄົນ ​ໄດ້ຖືກນໍາ​
ເຂົ້າມາ​ຍັງ​ສະຫະລັດ​ແລ້ວ.

ພວກ​ຈັດ​ຕັ້ງ ທີ່​ລັດເວີ​ຈິ​ເນຍ ທາງ​ພາກ​ຕາ​ເວັນ​ອອກ​ສະຫະລັດ ​ໄດ້​ຈັດ ກິລາ​ແລ່ນ​ໜີ​ງົວ​ກະທິງ ​ເທື່ອທໍາ​ອິດ​ເມື່ອ​ວັນ​ເສົາ​ວານ​ນີ້ ​ຍ້ອນ​ແຮງ​ດົນ​ໃຈ​ຈາກ​ກິ​ລາ​ Bull Run ​ແລ່ນ​ໜີ ງົວກະທິງ​ປະ​ຈໍາປີ​ ທີ່​ມີ​ຊື່​ສຽງຂອງ​ເມືອງ Pamplona ປະເທດສະ​ເປ​ນ.

ມີ​ປະຊາຊົນ​ປະມານ 500 ຄົນ ຈາກ​ທົ່ວ​ສະຫະລັດ ປະກອບສ່ວນໃນ​ການ ​ແລ່ນໃຫ້​ໄວ​ກ່ວາ​ງົວກະທິງ ຢູ່​ເດີນດິນ​ແຂ່ງ​ລົດ ທີ່​ເມືອງ Petersburg.

ມີຫຼາຍພັນ​ຄົນ ພາກັນ​ເຂົ້າຊົມ​ພວກ​ສ່ຽງ​ອັນຕະລາຍ ​ໃນ​ການ​ແລ່ນ​ໜີ​ງົວ​ກະທິງ ອັນ​ເປັນ ຄວາມປາດ​ຖະນາມາຍາ​ວນານ​ຂອງບາງ​ຄົນ​ນັ້ນ. ​ແຕ່ບໍ່​ຄືກັນກັບ​ທີ່​ເມືອງ Pamplona ບໍ່​ມີ​ລາຍ​ງານວ່າມີ​ຜູ້​ບາດ​ເຈັບ ທັງ​ຄົນແ​ລ່ນ ​ແລະງົວ​ ​ໃນງານ​ດັ່ງກ່າວ ​ແຕ່​ຢ່າງ​ໃດ.

ງານ​ Bull Run ທີ່​ລັດ​ເວີ​ຈິ​ເນຍ ​ແມ່ນ​ເປັນ​ຄັ້ງທໍາ​ອິດ​ຂອງ​ງານ​ແລ່ນ​ໜີ​ງົວ​ ຫຼາຍຄັ້ງ​ ທີ່ພວກ​ຈັດ​ລາຍການ​ກໍານົດ​ວ່າ ຈະ​ຈັດຂຶ້ນ​ຢູ່​ທົ່ວສະຫະລັດ ​ໄປ​ຮອດ​ປີໜ້ານີ້.

ເບິ່ງວີດີໂອ:

ຂ່າວ ກິລາແລ່ນໜີງົວກະທິງ bull run ໃນສະຫະລັດ
please wait

No media source currently available

0:00 0:00:33 0:00

The running of the bulls has come to the United States.

Organizers in (the eastern state of) Virginia held their first Great Bull Run Saturday, on the inspiration of the famous annual running of the bulls in Pamplona, Spain.

Around 500 people from across the U.S. tried to outrun the bulls on a dirt race track in the city of Petersburg.

Thousands of onlookers watched the risk-takers fulfill what was a lifelong wish for some. Unlike in Pamplona, there were no reports of injuries to either the runners or the bulls.

The Virginia race is the first of several Great Bull Run events set for the U.S. through next year.
XS
SM
MD
LG