ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາຕໍ່າສະຫະລັດ ຄັດຄ້ານຕໍ່ ການແກ້ໄຂ ລັດຖະທໍາມະນູນ ວ່າດ້ວຍງົບປະມານແຫ່ງຊາດ


ທີ່ສະພາຕໍ່າສະຫະລັດທີ່ນະຄອນຫລວງກຸງວໍຊິງຕັນ.
ວັນທີ 18 ພະຈິກ 2011.
ທີ່ສະພາຕໍ່າສະຫະລັດທີ່ນະຄອນຫລວງກຸງວໍຊິງຕັນ. ວັນທີ 18 ພະຈິກ 2011.

ພວກ​ຜູ້​ແທນ​ໃນ​ສະພາ​ຕໍ່າ​ສະຫະລັດ​ປະຕິ​ເສດ​ຕໍ່​ຮ່າງ​ຍັດຕິ​ສະບັບ​ນຶ່ງ ​ເພື່ອ​ບັງຄັບ​ໃຫ້​
ສະພາ​ເຮັດ​ໃຫ້​ຮ່າງ​ງົບປະມານ​ແຫ່ງ​ຊາດ​ສົມ​ດູ​ນນັ້ນ ​ໃນ​ການ​ເຄື່ອນ​ໄຫວ​ຄັ້ງ​ຫລ້າ​ສຸດ
​ໃນ​ຂະນະ​ທີ່​ພວກ​ສະມາຊິກ​ສະພາ​ນິຕິບັນຍັດ​ກໍາລັງ​ພະຍາຍາມ​ຕັດ​ຄ່າ​ໃຊ້​ຈ່າຍ​ຂອງ​ລັດ
ຖະບານ​ລົງ​ນັ້ນ.

ໃນ​ການ​ລົງມະຕິ​ໃນ​ວັນ​ສຸກ​ວານ​ນີ້ ມີ​ສຽງ​ສະໜັບສະໜຸນ 261 ສຽງ ຕໍ່ 162 ສຽງ
​ຄັດຄ້ານ ​ເພື່ອ​ໃຫ້​ບັນລຸສຽງ​ເຫັນ​ດີ​ໃນ​ຈໍານວນ 2 ສ່ວນ 3 ທີ່​ຕ້ອງການ​ເພື່ອ​ຮັບ​ຜ່ານ
​ຮ່າງ​ກົດໝາຍ​ສະບັບ​ນີ້. ການເອົາ​ມາດ​ຕະການ​ທີ່​ວ່າ​ນີ້ ​ແມ່ນ​ພວກ​ສະມາຊິກ​ສັງກັດ​
ພັກ Republican ຊຶ່ງ​ມີ​ສຽງ​ຂ້າງ​ຫລາຍ​ໃນ​ສະພາ ​ເປັນ​ຜູ້​ສະ​ເໜີ​ຂຶ້ນ​ມາ.

XS
SM
MD
LG