ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນໍາສະຫະລັດ ແລະອັງກິດ ພົບປະຫາລືກັນ (ວີດິໂອ)


ທ່ານ Barak Obama ປະທານາທິບໍດີສະຫະລັດ ແລະທ່ານ David Cameron, ນາຍົກລັດຖະມົນຕີອັງກິດ (ຊ້າຍ) ໃນກອງປະຊຸມສຸດຍອດຂອງອົງການເນໂຕ້ ທີ່ນະຄອນຊີຄາໂກ, ວັນທິ 21 ພືດສະພາ 2012.
ທ່ານ Barak Obama ປະທານາທິບໍດີສະຫະລັດ ແລະທ່ານ David Cameron, ນາຍົກລັດຖະມົນຕີອັງກິດ (ຊ້າຍ) ໃນກອງປະຊຸມສຸດຍອດຂອງອົງການເນໂຕ້ ທີ່ນະຄອນຊີຄາໂກ, ວັນທິ 21 ພືດສະພາ 2012.
ຄາດກັນວ່າ ປະທານາທິບໍດີສະຫະລັດ ທ່ານ Barak Obama
ແລະ ນາຍົກລັດຖະມົນຕີອັງກິດ ທ່ານ David Cameron
​ຈະເພັ່ງເລັງໃສ່​ເລື້ອງສະຖານະການໃນຊີເຣຍ ​ເວລາພວກທ່ານ
ພົບປະກັນໃນວັນຈັນມື້ນີ້ ຢູ່ນະຄອນຫລວງວໍຊິງຕັນ.

ການຢ້ຽມຢາມຂອງທ່ານ Cameron ແມ່ນມີຂຶ້ນລຸນຫລັງທີ່​ທ່ານ​
ໄດ້ພົບປະກັບ ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin
ໃນວັນສຸກຜ່ານມານີ້ ເພື່ອສົນ ທະນາຫາລືກັນກ່ຽວກັບການຫັນ
ປ່ຽນທາງການເມືອງ ເພື່ອຍຸຕິສົງຄາມໃນຊີເຣຍ.

ສະຫະລັດ ແລະຣັດ​ເຊຍຢາກຈັດຕັ້ງກອງປະຊຸມສາກົນຂຶ້ນ
ຢູ່ນະຄອນເຈນີວາ ເພື່ອກົດດັນ ​ໃຫ້ປະທານາທິບໍດີ Bashar al-Assad ແລະພວກກຸ່ມ
ທີ່ກໍາລັງຫາທາງເຮັດໃຫ້ການປົກຄອງຂອງທ່ານສິ້ນສຸດລົງນັ້ນ ເຂົ້າມາເຈລະຈາສັນຕິພາບ
ນໍາກັນ.

ຝ່າຍລັດຖະບານຊີເຣຍຍັງບໍ່ທັນໄດ້ໃຫ້ຄໍາຕອບຕໍ່ການຮ້ອງຂໍນັ້ນເທື່ອ ແລະກຸ່ມຝ່າຍຕໍ່
ຕ້ານໃຫຍ່ ກໍ​ໄດ້ຮຽກຮ້ອງວ່າ ຂໍ້ຕົກລົງໃດໆກໍຕາມ ຕ້ອງບໍ່ອະນຸຍາດໃຫ້ ທ່ານ Assad ຍັງດໍາລົງຕໍາແໜ່ງສືບຕໍ່ໄປ.

ພວກເຈົ້າໜ້າທີ່ທໍານຽບຂາວເວົ້າວ່າ ທ່ານ Obama ແລະທ່ານ Cameron ຍັງຈະສົນທະ
ນາກັນກ່ຽວກັບກອງປະຊຸມຂອງກຸ່ມ G8 ກໍ​ຄື​ກຸ່ມ 8 ປະເທດທີ່ ຮັ່ງມີສຸດຂອງໂລກ ທີ່​ຈະ​ຈັດ​ຂຶ້ນຢູ່ໃນໄອແລັນເໜືອ ໃນເດືອນໜ້ານີ້ ຕະຫລອດ​ທັງ​ເລື້ອງບັນຫາດ້ານການຄ້າ ແລະ
ຕ້ານຢັນຢາເສບຕິດ.

ພ້ອມກັນນັ້ນ ໃນວັນຈັນມື້ນີ້ ທ່ານ Cameron ຍັງຈະປະຊຸມກັບ​ເຈົ້າ​ໜ້າ​ທີ່​ອົງການສັນຕິ
ບານກາງສະຫະລັດ ຫລື FBI ແລ້ວກໍຈະເດີນທາງໄປຍັງນະຄອນບັອສຕັນ ເພື່ອຈະເບິ່ງ
ວ່າມີອັນໃດແດ່ ທີ່ອັງກິດຈະຖອດ​ຖອນ​ບົດຮຽນຈາກສະຫະລັດໄດ້ ໃນການຕອບໂຕ້ຕໍ່ເຫດ ການວາງລະເບີດຮ້າຍແຮງ ໃນເດືອນແລ້ວນີ້ ຢູ່ງານແຂ່ງຂັນແລ່ນທົນມາຣາທອນນັ້ນ.

ການຢ້ຽມຢາມເປັນເວລາສາມວັນຂອງທ່ານ Cameron ຈະສິ້ນສຸດລົງທີ່ນະຄອນນິວ
ຢອກ ບ່ອນທີ່ຄາດວ່າ ທ່ານຈະເຂົ້າຮ່ວມກັນສົນທະນາຫາລືກ່ຽວກັບເປົ້າໝາຍ​ໃໝ່ຂອງ
ການພັດທະນາຂອງໂລກ ຢູ່ທີ່ອົງການສະຫະປະຊາຊາດ.

ການເດີນທາງໃນຄັ້ງນີ້ ແມ່ນເປັນການຢ້ຽມຢາມສະຫະລັດຄັ້ງທໍາອິດຂອງທ່ານ Cameron
ນັບແຕ່ທ່ານໂອບາມາ ໄດ້ຖືກເລືອກຕັ້ງໃຫ້ດໍາລົງຕໍາແໜ່ງສະ​ໄໝ​ທີ່ສອງ ອີກ 4 ປີ ໃນປີ
ກາຍນີ້.

ເບິ່ງວີດິໂອກ່ຽວຂ້ອງ:

XS
SM
MD
LG