ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍລິສັດ BP ຈະຈ່າຍ ຄຳປັບໃໝ 4.500 ລ້ານໂດລາ


ເຮືອດັບໄຟ ພວມພາກັນມອດໄຟ ທີ່ກຳລັງລຸກໄໝ້ ຢູ່ຖານເຈາະນໍ້າມັນ Deepwater Horizon, ເດືອນເມສາ 2010.
ເຮືອດັບໄຟ ພວມພາກັນມອດໄຟ ທີ່ກຳລັງລຸກໄໝ້ ຢູ່ຖານເຈາະນໍ້າມັນ Deepwater Horizon, ເດືອນເມສາ 2010.
ບໍລິສັດນໍ້າມັນຍັກໃຫຍ່ບີພີຂອງອັງກິດກ່າວວ່າ ຕົນໄດ້ບັນລຸການ
ຕົກລົງກັບຄະນະໄອຍະການ ຂອງສະຫະລັດ ທີ່ຈະຮັບຜິດ ແລະ
ຈ່າຍຄ່າເສຍຫາຍຫຼາຍເປັນປະວັດການ ໃນມູນຄ່າ 4.500 ລ້ານ
ໂດລາກ່ຽວກັບເຫດລະເບີດໃນປີ 2010 ທີ່ຖານເຈາະນໍ້າມັນ
ແລະເຮັດໃຫ້ມີນໍ້າມັນຮົ່ວໄຫລຢູ່ໃນບໍລິເວນອ່າວເມັກຊິໂກ.

ພາຍໃຕ້ການຕົກລົງ ທີ່ມີການປະກາດໃຫ້ຊາບ ໃນວັນພະຫັດ
ວານນີ້ ບໍລິສັດບີພີຈະຍອມຮັບຜິດ ຕໍ່ຄວາມຜິດດ້ານອາຍາຮ້າຍ
ແຮງ 11 ກະທົງໃນການປະຕິບັດທີ່ບໍ່ຖືກຕ້ອງ ກ່ຽວກັບການເສຍ
ຊີວິດ ຂອງພວກຄົນງານ 11 ຄົນ ໃນອັນທີ່ເອີ້ນກັນວ່າ ເຫດລະ
ເບີດທີ່ຖານເຈາະນໍ້າ ມັນ Deepwater Horizon ນັ້ນ.

ໃນອີກດ້ານນຶ່ງນັ້ນ ກະຊວງຍຸຕິທໍາສະຫະລັດກໍໄດ້ຟ້ອງຫົວໜ້າ ຄວບຄຸມທີ່ຖານເຈາະນໍ້າມັນ Deepwater Horizon ສອງຄົນ ໃນຖານຂ້າຄົນຕາຍໂດຍ ບໍ່ເຈດຕະນາ ທີ່ມີການກ່າວຫາວ່າບໍ່ເອົາຫົວຊານໍາການເຕືອນກ່ອນເກີດເຫດລະເບີດ ໃນ ຂະນະດຽວກັນຜູ້ບໍລິຫານຄົນນຶ່ງຂອງບໍລິສັດບີພີກໍປະເຊີນກັບຂໍ້ຫາຂັດຂວາງການສືບສວນ ໂດຍມີການກ່າວຫາວ່າ ຕົວະຕໍ່ ລັດຖະສະພາສະຫະລັດ. ບັນດາທະນາຍຄວາມ ຂອງບຸກ ຄົນທັງສາມ ທີ່ບໍ່ໄດ້ຮວມຢູ່ໃນການຕົກລົງ ໃນວັນພະຫັດວານນີ້ ກ່າວວ່າ ເຂົາເຈົ້າຈະຕໍ່ສູ້ ກັບຂໍ້ກ່າວຫາເຫຼົ່ານີ້.

ນອກນັ້ນ ບໍລິສັດ BP ຍັງຕົກລົງທີ່ຈະຈ່າຍຄ່່າປັບໃໝ 525 ລ້ານໂດລາຕໍ່ຄະນະກໍາມາທິ ການຫຼັກຊັບແລະຕະຫຼາດຫຼັກຊັບ.

ໃນວັນທີ 20 ເດືອນເມສາ ປີ 2010 ເຫດລະເບີດທີ່ຖານເຈາະນໍ້າມັນດັ່ງກ່າວ ໄດ້ພາໃຫ້ ເກີດນໍ້າມັນຮົ່ວໄຫຼຄັ້ງໃຫຍ່ທີ່ສຸດເປັນປະວັດການລົງໃສ່ທະເລໂດຍມີນໍ້າມັນທັງໝົດເກືອບ ຫ້າລ້ານຖັງ ຮົ່ວໄຫລອອກໃສ່ບໍ ລິເວນອ່າວເມັກຊິໂກ ພາຍໃນລະຍະສາມເດືອນ.

ຫົວໜ້າບໍລິຫານຂອງບໍລິສັດນໍ້າມັນ BP ທ່ານ Bob Dudley ກ່າວວ່າ ບໍລິສັດມີຄວາມ ເສົ້າສະລົດໃຈ ກ່ຽວກັບການເສຍຊີວິດຢູ່ໃນເຫດຮ້າຍດັ່ງກ່າວ ພ້ອມທັງຜົນກະທົບຈາກ ການຮົ່ວໄຫລຂອງນໍ້າມັນທີ່ມີຕໍ່ເຂດແຄມຝັ່ງທະເລຂອງອ່າວເມັກຊິໂກ.
XS
SM
MD
LG