ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດເຊຍສະແດງຄວາມສົງໄສ ກ່ຽວກັບຄວາມເປັນທໍາ ໃນການລົງໂທດນາຍວິກຕໍ ບຸດ (ເບິ່ງວີດີໂອ)


ຣັດເຊຍສະແດງຄວາມສົງໄສ ກ່ຽວກັບຄວາມເປັນທໍາ ໃນການລົງໂທດນາຍວິກຕໍ ບຸດ (ເບິ່ງວີດີໂອ)
ຣັດເຊຍສະແດງຄວາມສົງໄສ ກ່ຽວກັບຄວາມເປັນທໍາ ໃນການລົງໂທດນາຍວິກຕໍ ບຸດ (ເບິ່ງວີດີໂອ)

ເບິ່ງວີດີໂອລາຍງານພາສາອັງກິດ ກ່ຽວກັບນາຍວິກຕໍ ບຸດ ຫລັງຖືກຈັບໄດ້:

ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ສະ​ແດງ​ຄວາມ​ສົງ​ໄສ​ອອກ​ມາ​ກ່ຽວ​ກັບ​ຄວາມ​ເປັນ​ທໍາ
ໃນການລົງໂທດ​ນາຍ Viktor Bout ພໍ່ຄ້າ​ອາວຸດຣັດ​ເຊຍ ທີ່​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​
ແທ້​ໃນ​ວັນ​ພຸດວານ​ນີ້ ​ຢູ່​ສານ​ແຫ່ງ​ນຶ່ງ​ໃນ​ສະຫະລັດ​ ໃນ​ຂໍ້​ຫາ​ວ່າ​ຜູ້ກ່ຽວ​ພະຍາຍາມ​ຂາຍ
ອາວຸດ​ໃຫ້​ພວກ​ກະບົດ Columbia ​ໃຊ້​ຕໍ່ຕ້ານ​ຄົນ​ອາ​ເມຣິກັນ​ນັ້ນ.

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ສະຫະລັດ​ໄດ້​ໃຊ້​
ຄວາມ​ກົດ​ດັນ​ເພື່ອປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ພິຈາລະນາ​ທີ່ເປັນຮູບປະທຳກ່ຽວກັບຄວາມຈິງ​
ຂອງ​ຄະດີ​ດັ່ງກ່າວ ​ແລະ​ໂຄສົກ​ທ່ານ​ນີ້​ຍັງກ່າວ​ອ້າງ​ຕື່ມ​ວ່າ ນາຍ Bout ​ໄດ້​ປະສົບ​ກັບສະ
ພາບ​ການ​ຮັບໃຊ້ໂທດຢ່າງໜັກເກີນຂອບເຂດຢູ່ໃນ​ຄຸກ​.

ໃນ​ວັນ​ພຸດ​ວານ​ນີ້​ຄະນະ​ຕຸລາການຈຸ​ນຶ່ງ​ໃນ​ນະຄອນ​ນີວຢອກ​ໄດ້​ຕັດສິນ​ວ່າ​ນາຍ Bout ມີ
ຄວາມ​ຜິດ​ແທ້​ໃນ​ຂໍ້​ຫາ​ພະຍາຍາມ​ສົ່ງ​ອາວຸດ​ໃຫ້​ພວກ​ສາຍລັບ​ສະຫະລັດ​ທີ່ປອມໂຕທໍາ
ທ່າ​ຈະ​ຊ່ອຍ​ເຫລືອ​ພວກ​ກໍາລັງ​ປະຕິວັດ​ປະກອບ​ອາວຸດ​ຂອງ Columbia ຫລື FARC ຊຶ່ງ
ສະຫະລັດ​ຖື​ວ່າກຸ່ມ ດັ່ງກ່າວເປັນອົງານກໍ່ການຮ້າຍ​ນັ້ນ.

ນາຍ Bout ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ດັ່ງກ່າວ ​ໂດຍ​ກ່າວ​ວ່າ ລາວ​ເປັນ​ນັກທຸລະກິດ​ທໍາ​ມະ
ດາ​ສາມັນ ​ແລະ​ທະນາຍຄວາມ​ຂອງ​ລາວ​ໂຕ້​ແຍ້​ງວ່າ ນາຍ Bout ບໍ່​ເຄີຍ​ມີ​ເຈດ​ຕະນາ​ຈະ
ຂາຍ​ອາວຸດ​ເຫລົ່າ​ນີ້ແທ້ ​ແລະ​ກ່າວ​ວ່າ ນາຍ Bout ໃຊ້​ຂໍ້​ຕົກລົງ​ຊື້​ຂາຍ​ກັນ​ນີ້ ໃນ​ຖານະ
ເປັນຊ່ອງ​ທາງ​ອັນ​ນຶ່ງ​ເພື່ອ​ຂາຍ​ເຮືອບິນ​ບັນທຸກ 2 ລໍາ​ໃຫ້​ກຸ່ມ​ກະບົດ.

ນາຍ Bout ສາມາດ​ຖືກ​ຕັດສິນໂທດ​ຈໍາ​ຄຸກ​ຕະຫຼອດ​ຊີວິດ​ໄດ້​ສໍາລັບຄວາມຜິດ​ດັ່ງກ່າວ.

ບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ​ກ່າວ​ວ່າ ​ເຂົາ​ເຈົ້າ​ກໍາລັງ​ດໍາ​ເນີນ​ການ​ເພື່ອໃຫ້​ສົ່ງ​ໂຕ​ຜູ້ກ່ຽວ​ກັບ
ຄືນ​ໄປຣັດເຊຍ.

ເບິ່ງວີດີໂອ ກ່ຽວກັບການດໍາເນິນຄະດີນາຍວິກຕໍ ບຸດ ຊຶ່ງຜູ້ກ່ຽວໃຫການວ່າ ຕົນບໍ່ຜິດ:

XS
SM
MD
LG