ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການໂຈມຕີ ຂອງ ສະຫະລັດ ສັງຫານນັກລົບ ລັດອິສລາມກວ່າ 80 ຄົນ ຢູ່ ລີເບຍ


ທະຫານອາກາດສະຫະລັດ ຈາກກອງພັນ 509 ໜ່ວຍຖີ້ມລະເບີດ ທີ່ຖານທັບກາກາດ Whiteman ລັດ Missouri ກໍາລັງກະກຽມ ເຮືອບິນຖີ້ມລະເບີດ B-2 Spirit.
ທະຫານອາກາດສະຫະລັດ ຈາກກອງພັນ 509 ໜ່ວຍຖີ້ມລະເບີດ ທີ່ຖານທັບກາກາດ Whiteman ລັດ Missouri ກໍາລັງກະກຽມ ເຮືອບິນຖີ້ມລະເບີດ B-2 Spirit.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດທ່ານ Ash Carter ກ່າວ​ວ່າ ການ​ໂຈມ​ຕີ​ຂອງ​ສະ ຫະລັດ​ ​ໃສ່ຄ້າຍທະຫານ​ສອງ​ແຫ່ງປະມານ 45 ກິ​ໂລ​ແມັດທາງ​ພາກ ​ຕາ​ເວັນ​ຕົກ​ສຽງໃຕ້​ຂອງ​ເມືອງ Sirte ໃນ​ປະ​ເທດ Libya ​ເມື່ອ​ແລງ​ວັນ​ພຸດຜ່ານ​ມານີ້ ໄດ້​ສັງຫານ​ພວກ​ນັກ​ລົບ​ອິສລາມ​ຫລາຍ​ສິບຄົນ​.

ທ່ານ​ Carter ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ ໂດຍໃຊ້​ຊື່​ຫຍໍ້​ຂອງກຸ່ມ​ລັດ​ອິສລາມ​ວ່າ “ການ​ຄາດ​ຄະ​ເນ​ໃນ​ຂັ້ນ​ຕົ້​ນ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ໂຈມ​ຕີ​ໄດ້​ສັງຫານ​ພວກ​ນັກ​ລົບກຸ່ມ ISIL ຫລາຍ​ກວ່າ 80 ຄົນ ຫລາຍ​ຄົນ​ໄດ້ລວມກັນ​ຢູ່​ຈຸດ​ດັ່ງກ່າວ ຫລັງ​ຈາກ​ໄດ້​ຫລົບໜີ​ຈາກ​ກຳລັງ​ທີ່​ເປັນ​ພາຄີ​ໃນ​ເຂດ​ທ້ອງ​ຖິ່ນຂອງ​ພວກ​ເຮົາທີ່​ໄດ້ກວດ ​ລ້າງຢູ່​ເມືອງ Sirte ​ໃນ​ເດືອນ​ແລ້ວ​ນີ້​ດ້ວຍ​ການ​ຊ່ວຍເຫ​ລື​ອຂອງ​ເຮົາ.”

ການໂຈມຕີທາງອາກາດໃກ້ກັບເມືອງ Sirte ປະເທດ Libya
ການໂຈມຕີທາງອາກາດໃກ້ກັບເມືອງ Sirte ປະເທດ Libya

ໃນ​ການ​ຖະ​ແຫຼງ​ຢູ່​ທີ່​ຫ້ອງການ​ຂອງ​ທ່າ​ນໃນ​ມື້ສຸດ​ທ້າຍນັ້ນ ທ່ານ Carter ກ່າວ​ວ່າ ການ​ແນ​ເປົ້າ​ໝາຍ ໃສ່ພວກ​ນັກ​ລົບກຸ່ມລັດ IS ແມ່ນຮວມ​ທັງ “ພວກ​ວາງແຜນ​ຈາກ​ພາຍ​ນອກທີ່​ໄດ້ວາງ​ແຜນປະຕິບັດ​ງານຢ່າງ​ຂຸ້ນຂ້ຽວ​ຕ້ານ​ບັນດາ​ພັນທະ ​ມິດ​ຂອງ​ພວກ​ເຮົາ​ຢູ່​ໃນ​ຢູ​ໂຣບ.”

ທ່ານ​ໄດ້​ກ່າວ​ເພີ້​ມອີກ​ວ່າ ການ​ໂຈມຕີ​ດັ່ງ​ກ່າວ ​ຄວນ​ເຕືອນ​ໃຫ້ສັດຕູສະຫະລັດ​ຮູ້​ວ່າ “​ໃນ​ຂະນະ​ທີ່​ໂລກ​ບໍ່ໄດ້ພັກຜ່ອນ​ຈາກ​ໂອນ​ອຳນາດ​ຂອງ​ລັດຖະບານ ​ຢູ່​ໃນ​ນະ​ຄອນ​ຫລວງ​ວໍ ຊິງຕັນນີ້ ທາງກະຊວງ​ປ້ອງກັນ​ປະ​ເທດ​ກໍ​ບໍ່​ໄດ້​ພັກຜ່ອນ​ເຊັ່ນ​ກັນ.

US Secretary of Defense Ash Carter on Libya Airstrikes
please wait

No media source currently available

0:00 0:01:39 0:00

​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ ທ່ານ Peter Cook ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ພວກ​ນັກ​ລົບກຸ່ມ IS ​ໄດ້​ພະຍາຍາມ ​ທີ່​ຈະ “ຈັດ​ຕັ້ງ​ກັນ​ຄືນ​ໃໝ່” ຢູ່ທີ່ຄ້າຍ​ ສອກ ຫຼີກ​ຫ່າງ​ໄກ​ແຫ່ງ​ນຶ່ງ ​ໃນ​ເມື່ອ​ວ່າ​ເມືອງ Sirte ​ບໍ່​ໄດ້ເປັນສະຖານ​ທີ່​ປະຕິບັດ​ງານ​ທີ່​ປອດ​ໄພ ສຳ​ລັບ​ພວກ​ເຂົາແລ້ວ. ທ່ານ Cook ກ່າວ​ວ່າ ຍັງບໍ່ທັນ​ເປັນ​ທີ່​ແຈ້ງ​ຂາວເທື່ອວ່າ ພວກ​ນັກ​ລົບ​ທັງໝົ​ດຢູ່​ໃນ​ຄ້າຍມາ​ຈາກ​ເ​ມື​ອງ Sirte ຫລື​ບໍ່ ​ແລະ ກ່າວເພີ້ມວ່າ ກຸ່ມ​ດັ່ງກ່າວ “ເປັນ​ໄພຂົ່ມຂູ່​ຕໍ່ Libya ຕໍ່​ຂົງ​ເຂດ ​ແລະ​ຕໍ່ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດຂອງ​ສະຫະລັດ.”

ທ່ານ Cook ກ່າວ​ວ່າ “ກຸ່ມ​ດັ່ງກ່າວນີ້ ​ໄດ້​ວາງແຜນ ​ແລະ​ເພາະ​ສະ​ນັ້ນ ​ພວກ​ເຮົາຈຶ່ງ​ໄດ້​ໂຈມ​ຕີ​ໂດຍ​ສະ​ເພາະ​ຢູ່​ໃນ​ເວລາ​ນີ້,”

US Strikes Kill More Than 80 Islamic State Fighters in Libya
please wait

No media source currently available

0:00 0:01:04 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG