ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເຈົ້າ​ໜ້າ​ທີ່ ​ສຫລ ​ຖິ້ມໂທດ ​ໃສ່​​ນັກ​ບິນ ກ່ຽວກັບ ອຸປະຕິເຫດ ເຮືອບິນ Asiana ຕົກ (ວີດີໂອ)


CN-Safety Board Cites Flight Crew, Automated Systems in Asiana Crash
please wait

No media source currently available

0:00 0:02:42 0:00

ເຈົ້າ​ໜ້າ​ທີ່ສືບສວນ​ສອບ​ສວນ​ດ້ານ​ຄວາມ​ປອດ​ໄພທາງ​ອາກາດ
​ຂອງ​ສະຫະລັດ​ໄດ້​ຖິ້ມໂທດ ​ໃສ່​ພວກ​ນັກ​ບິນ ກ່ຽວກັບອຸປະຕິເຫດ
ເຮືອບິນໂດຍສານຂອງ​ສາຍ​ການບິນ Asiana ຕົກ ທີ່ນະຄອນ
San Francisco ປີ​ກາຍ​ນີ້ ທີ່​ໄດ້​ເຮັດໃຫ້ມີຜູ້​ໂດຍສານ 3 ຄົນ ​
ເສຍ​ຊີວິດ ​ແລະ​ບາດ​ເຈັບ 187 ຄົນ ນັ້ນ.

ປະທາ​ນຮັກສາການຊົ່ວຄາວຂອງອົງການ​ລັດຖະບານທີ່ທຳ​ການ​
ສືບສວນ​ສອບ​ສວນກ່ຽວ ກັບ​ອຸບປະຕິ​ເຫດໃນການຂົນສົ່ງທາງ
ອາກາດ ທ່ານ Christopher Hart ​ໄດ້​ກ່າວໃນ​ວັນ​ອັງຄານ​ວານ​ນີ້
ວ່າ ສາ​ເຫດ​ຂອງ​ອຸບປະຕິ​ເຫດຄັ້ງ​ນີ້ ​ແມ່ນ​ເປັນຍ້ອນພວກ​ນັກ​ບິນ
​ໄດ້ກາງ​ຕໍ່ ລະບົບ​ທີ່​ສະ​ລັບ​ສັບ​ຊ້ອນ​ຂອງ​ເຮືອ​ບິນ ທີ່​ພວກ​ເຂົາ​ເຈົ້າ
ຍັງ​ບໍ່​ໄດ້​ເຂົ້າ​ໃຈ​ທັງ​ໝົດ​ ໂດຍ​ທີ່​ໄດ້​ບິນ​ຕ່ຳ​ແລະ​ຊ້າເກີນ​ໄປ ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ ພະຍາຍາມ​ນຳເອົາເຮືອບິນ​ Boing 777 ລົງຈອດ.

ຫຼັງ​ຈາກ​ທີ່​ເຮືອບິນ​ໄດ້​ຕຳ​ກັບ​ກຳ​ແພງກັ້ນ​ນ້ຳ​ທະ​ເລ​ແລ້ວ ມັນ​ກໍ​ໄດ້​ໝຸນປິ່ນ​ແບບບັງຄັບ​ບໍ່​ໄດ້
​ຢູ່ທາງແລ່ນ ຂອງ​ສະໜາມ​ບິນ San Francisco ໂດຍພາ​ໃຫ້​ເກີດ​ໄຟ​ໄໝ້ ​ແລະ​ກໍ​ເຮັດ​ໃຫ້ຫລັງຂອງເຮືອບິນເປີດ​ອອກ ​ເປັນ​ຮູ​ໃຫຍ່.

ອຸບປະຕິ​ເຫດ ​ໃນ​ຄັ້ງ​ນີ້ ​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ທີ 6 ກໍລະກົດ​ປີ​ກາຍ​ນີ້ ​ໃນ​ວັນ​ທີ່​ທ້ອງຟ້າແຈ່ມ​ໃສຂອງ​ການບິນ 10 ຊົ່ວ​ໂມງ​ເຄິ່ງ ຈາກນະຄອນຫຼວງ Soul ​ເກົາຫຼີ​ໃຕ້.

ເບິ່ງວີດີໂອ ອີກເລື້ອງນຶ່ງ ກ່ຽວກັບຂ່າວນີ້ ເປັນພາສາລາວ:

XS
SM
MD
LG