ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງກຳລັງ ຊີເຣຍ ໜູນຫຼັງໂດຍ ສະຫະລັດ ເລີ່ມການຕໍ່ສູ້ຄືນ ຍາດເອົາເມືອງ Raqqa ອີກຄັ້ງ


ນັກຮົບກອງກຳລັງປະຊາທິປະໄຕ ຊີເຣຍ ຂີ່ລົດຢູ່ໃກ້ໆກັບເມືອງ Raqqa, 5 ກຸມພາ, 2017.
ນັກຮົບກອງກຳລັງປະຊາທິປະໄຕ ຊີເຣຍ ຂີ່ລົດຢູ່ໃກ້ໆກັບເມືອງ Raqqa, 5 ກຸມພາ, 2017.

ກອງກຳລັງປະຊາທິປະໄຕ ຊີເຣຍ ຫຼື SDF ທີ່ໄດ້ຮັບການໜູນຫຼັງໂດຍ ສະຫະລັດ ໄດ້ ກ່າວໃນວັນອາທິດວານນີ້ວ່າ ການບຸກໂຈມຕີເພື່ອຍຶດຄືນເມືອງ Raqqa ຂອງພວກ
ເຂົາເຈົ້າ, ເຊິ່ງເປັນເມືອງຫຼວງທີ່ຕັ້ງຂຶ້ນເອງຂອງພວກລັດອິສລາມ, ໄດ້ເລີ່ມຕົ້ນຂຶ້ນໃໝ່ ຫຼັງຈາກທີ່ໄດ້ຢຸດໄປດົນເຖິງໜຶ່ງສັບປະດາ.

ກອງກຳລັງ SDF ເຊິ່ງນຳໜ້າໂດຍຊາວ ເຄີດ ມີຈຸດປະສົງທີ່ຈະແຍກເມືອງ Raqqa ອອກຈາກແຂວງ Deir Ezzor, ເຊິ່ງເປັນຖານທີ່ໝັ້ນອີກແຫ່ງໜຶ່ງຂອງພວກ IS ໃນ
ພາກຕາເວັນອອກຂອງປະເທດ ຊີເຣຍ, ແລະ ເພື່ອເຂົ້າຍຶຶຶດເຂດແດນເພີ່ມເຕີມຕາມ
ແມ່ນ້ຳ Euphrates ໄປຫາເມືອງ Raqqa, ອີງຕາມການກ່າວໃນຖະແຫຼງການຂອງ
ກຸ່ມນັ້ນ.

ກຸ່ມ SDF ກ່າວວ່າ “ໃນສັບປະດາທີ່ຜ່ານມາ, ພວກເຮົາໄດ້ມີໂອກາດຈັດກອງກຳ ລັງຂອງພວກເຮົາຄືນໃໝ່ ແລະ ເຮັດໃຫ້ພວກເຂົາເຈົ້າມີຄວາມກຽມພ້ອມເປັນຢ່າງ
ສູງ.”

ກອງກຳລັງຕໍ່ຕ້ານພວກ IS ຍຶດໄດ້ຢ່າງໜ້ອຍ 7 ໝູ່ບ້ານໃນແຂວງ Deir Ezzor ໃນ ວັນອາທິດວານນີ້ ຫລັງຈາກການປະທະກັນຢ່າງຮຸນແຮງກັບພວກນັກຮົບ IS, ອີງ ຕາມຜູ້ບັນຊາການຜູ້ທີ່ໄດ້ກ່າວຕໍ່ ວີໂອເອ ໂດຍບໍ່ປະສົງອອກຊື່.

ທ່ານຜູ້ບັນຊາການໄດ້ກ່າວເພີ່ມເຕີມວ່າ “ການບຸກໂຈມຕີຂອງພວກເຮົາຕໍ່ພວກ IS
ໃນແຂວງ Deir Ezzor ໄດ້ດຳເນີນໄປຢ່າງວ່ອງໄວ, ແລະ ພວກເຮົາຄາດວ່າ ຈະ ປົດປ່ອຍຂົງເຂດທີ່ໃຫຍ່ກວ່າຫຼາຍແຫ່ງໃນສັບປະດານີ້.”

ຜູ້ບັນຊາການໄດ້ກ່າວວ່າ ພວກນັກຮົບ IS ຂາດຄວາມສາມາດທີ່ຈະໂຈມຕີ ແລະ ໄດ້
ປະເຊີນໜ້າກັບກອງກຳລັງ SDF ທີ່ໄດ້ເຄື່ອນເຂົ້າພື້ນທີ່ ແລະ ກຳລັງຖອນຕົວອອກ
ຈາກຂົງເຂດດັ່ງກ່າວ.

ກອງກຳລັງ SDF ໄດ້ຮັບຄວາມກ້າວໜ້າໃນການຕໍ່ສູ້ກັບພວກ ລັດອິສລາມ ດ້ວຍການ
ຊ່ວຍເຫຼືອຂອງ ສະຫະລັດ, ການສະໜັບສະໜູນທາງອາກາດຢ່າງໃກ້ຊິດ, ແລະ ການ
ປະສານງານກັນ ລະຫວ່າງ ກອງກຳລັງ SDF ແລະ ພັນທະມິດນຳໜ້າໂດຍ ສະຫະລັດ ໄດ້ສືບຕໍ່ເພັ່ງເລັງໃສ່ການແຍກເມືອງ Raqqa, ອີງຕາມການກ່າວຂອງ SDF.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ


XS
SM
MD
LG