ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກອງກຳລັງຊາວ ເຄີດ ຊີເຣຍ ເປີດສາກໂຈມຕີ ເພື່ອຍຶດຄືນ ເມືອງ Raqqa ຈາກພວກ IS


ຜູ້ບັນຊາການກອງກຳລັງປະຊາທິປະໄຕ ຊີເຣຍ (SDF) ເຂົ້າຮ່ວມໃນກອງປະຊຸມຖະແຫຼງຂ່າວໃນເມືອງ Ain Issa, ເຂດປົກຄອງ Raqqa, ຊີເຣຍ, 6 ພະຈິກ, 2016.
ຜູ້ບັນຊາການກອງກຳລັງປະຊາທິປະໄຕ ຊີເຣຍ (SDF) ເຂົ້າຮ່ວມໃນກອງປະຊຸມຖະແຫຼງຂ່າວໃນເມືອງ Ain Issa, ເຂດປົກຄອງ Raqqa, ຊີເຣຍ, 6 ພະຈິກ, 2016.

ກອງກຳລັງ ຂອງຊີເຣຍ ນຳໜ້າໂດຍຊາວ ເຄີິດ, ທີ່ໄດ້ຮັບການໜູນຫຼັງໂດຍກອງກຳລັງ ທາງອາກາດ ສະຫະລັດ ແລະ ບັນດາຜູ້ຊີ້ນຳທາງທະຫານ, ໄດ້ເປີດສາກໂຈມຕີໃນວັນອາ ທິດວານນີ້ ເພື່ອຍຶດການຄວບຄຸມເມືອງ Raqqa ຄືນ, ອັນເປັນເມືອງທີ່ຕັ້ງຢູ່ພາກເໜືອ ຂອງ ຊີເຣຍ ເຊິ່ງຄອບຄອງໂດຍພວກຫົວຮຸນແຮງລັດອິສລາມໃນປີ 2014 ແລະ ໄດ້ແຕ່ງ ຕັ້ງໃຫ້ເປັນສູນກາງຂອງກົດລະບຽບຫົວຮຸນແຮງດ້ວຍຕົນເອງ.

ຜູ້ບັນຊາການຄົນໜຶ່ງຂອງກອງກຳລັງປະຊາທິປະໄຕ ຊີເຣຍ ຫຼື SDF ໄດ້ປະກາດການ ເລີ່ມຕົ້ນຂອງການຕໍ່ສູ້ໃນວັນອາທິດວານນີ້.

ທູດພິເສດ ສະຫະລັດ ຮັບຜິດຊອບ ກ່ຽວກັບ ຄວາມພະຍາຍາມຕໍ່ຕ້ານພວກ IS ໄດ້ຢືນຢັນ ຕໍ່ກອງກຳລັງ SDF ວ່າ ກຸ່ມທະຫານທີ່ນຳໜ້າໂດຍຊາວ ເຄີດ ທີ່ຍັງລວມທັງພວກນັກຮົບ ອາຣັບ ຈະໄດ້ຮັບການສະໜັບສະໜູນທາງອາກາດຂອງ ອາເມຣິກາ ໃນການປະຕິບັດການ ດັ່ງກ່າວ.

ທ່ານ Brett McGurk ໄດ້ກ່າວຈາກສະຖານທູດ ສະຫະລັດ ໃນນະຄອນຫຼວງ Amman ປະເທດ ຈໍແດັນ ວ່າ “ການຕໍ່ສູ້ເພື່ອເອົາເມືອງ Raqqa ຈະດຳເນີນໄປເປັນແຕ່ລະໄລ ຍະ.” ທ່ານໄດ້ກ່າວເພີ່ມເຕີມໂດຍໃຊ້ອີກຊື່ໜຶ່ງຂອງກຸ່ມຫົວຮຸນແຮງຕິດອາວຸດນີ້ວ່າ “ມັນມີ ໄລຍະຂອງການແບ່ງແຍກກັນ, ເຊິ່ງໄດ້ເລີ່ມຂຶ້ນມື້ນີ້, ແລະ ມັນກໍຈະມີໄລຍະຕິດຕາມ ມາພາຍຫຼັງອີກ ເພື່ອຮັບປະກັນວ່າ ພວກເຮົາໄດ້ຂັບໄລ່ພວກ Daesh ອອກຈາກເມືອງ Raqqa ແລ້ວ.”

ນອກນັ້ນ ທ່ານ McGurk ກໍຍັງໄດ້ກ່າວວ່າ ປະທານຂອງເສນາທິການຮ່ວມ ສະຫະລັດ ນາຍພົນ Joseph Dunford ໄດ້ພົບປະກັບຄູ່ຮ່ວມຕຳແໜ່ງໃນນະຄອນຫຼວງຂອງ ເທີກີ ໃນວັນອາທິດວານນີ້, ລວມມີນາຍພົນ Hulusi Akar, ຫົວໜ້າຂອງກອງທັບ ເທີກີ, ສຳລັບ ການເຈລະຈາ ກ່ຽວກັບ ການໂຈມຕີຄັ້ງໃໝ່.

ການເຈລະນາດັ່ງກ່າວນັ້ນປາກົດວ່າໄດ້ເພັ່ງເລັງໃສ່ການຫຼຸດຜ່ອນຄວາມເປັນຫ່ວງຂອງ ເທີກີ ກ່ຽວກັບ ການປະຕິບັດການ ແລະ ຈຸດປະສົງຂອງກອງກຳລັງ SDF ເຊິ່ງ ວໍຊິງຕັນ ພິຈາລະນາວ່າເປັນພັນທະມິດຕໍ່ສູ້ຕ້ານພວກ IS ທີ່ແຂງແກ່ນ ໃນເຂດແດນໃກ້ກັບຊາຍ ແດນ ເທີກີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

McGurk on Raqqa Operation
please wait

No media source currently available

0:00 0:01:09 0:00

US, Syrian Democratic Forces Announce Start of Operation to Liberate Raqqa
please wait

No media source currently available

0:00 0:02:18 0:00

XS
SM
MD
LG