ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອາເມຣິກັນ ເຊື້ອສາຍເອເຊຍ 40% ຍັງບໍ່ຕັດສິນໃຈ ຈະເລືອກ ເອົາໃຜ ເປັນປະທານາທິບໍດີ


ການສຶກສາເມື່ອໄວໆມານີ້ ສະແດງໃຫ້ເຫັນວ່າ ເກືອບນຶ່ງສ່ວນ
ສາມຂອງຜູ້ມີສິດປ່ອນບັດຊາວອາເມຣິກັນເຊື້ອສາຍເອເຊຍຍັງ
ບໍ່ທັນຕັດສິນໃຈເທື່ອວ່າ ຈະເລືອກເອົາໃຜ ລະຫວ່າງປະທານາ
ທິບໍດີບາຣັກ ໂອບາມາແລະທ່ານ Mitt Romney ຜູ້ທ້າຊິງຈາກ
ພັກຣີພັບບລີກັນໃນການເລືອກຕັ້ງປະທານາທິບໍດີສະຫະລັດຊຶ່ງ ຈະມີຂຶ້ນໃນອີກບໍ່ຮອດຫ້າອາທິດນີ້.

ການສຳຫຼວດແຫ່ງຊາດຊາວອາເມຣິກັນເຊື້ອສາຍເອເຊຍທີ່ນຳ
ອອກເຜີຍແຜ່ໃນສັບປະດາແລ້ວນີ້ ພົບວ່າ 43% ຂອງຊາວອາ
ເມຣິກັນເຊື້ອສາຍເອເຊຍ ສະໜັບສະໜຸນ ປະທານາທິບໍດີໂອ
ບາມາ ສົມທຽບໃສ່ 24% ທີ່ສະໜັບສະໜຸນທ່ານ Romney.

ແຕ່ການສຳຫຼວດດັ່ງກ່າວນີ້ ແຈ້ງວ່າ 32% ຍັງບໍ່ທັນຕັດສິນໃຈ
ເທື່ອຊຶ່ງສູງສາມຫາສີ່ເທົ່າກວ່າໂຕເລກສະເລ່ຍແຫ່ງຊາດ. ລາຍງານເວົ້າຕື່ມວ່າ ຫຼາຍກວ່າ ເຄິ່ງຂອງພວກທີ່ຍັງບໍ່ທັນຕັດສິນໃຈແມ່ນບໍ່ໄດ້ພົວພັນກັບພັກການເມືອງໃດພັກການເມືອງ
ນຶ່ງ.

ທ່ານ Karthick Ramakrishnan ຜູ້ຊ່ອຍໃນການສຳຫຼວດຄັ້ງນີ້ກ່າວຕໍ່ວີໂອເອວ່ານີ້ແມ່ນ
ເປັນຍ້ອນຊາວອາເມຣິກັນເຊື້ອສາຍເອເຊຍສ່ວນໃຫຍ່ຍັງບໍ່ໄດ້ຢູ່ໃນສະຫະລັດດົນພໍທີ່ຈະ
ຮູ້ຈັກວ່າບົດບາດຂອງພວກເຂົາເຈົ້າຢູ່ໃສໃນການເມືອງອາເມຣິກັນ.
XS
SM
MD
LG