ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ຈະພົບ ອຸປະສັກ ຕໍ່ການສ້າງ ຄວາມດຸ່ນດ່ຽງຄືນ ໃນ ເອເຊຍປາຊີຟິກ ສຳລັບປີ 2016


US Asia Pacific Pivot
please wait
Embed

No media source currently available

0:00 0:02:33 0:00

ກະລຸນາຊົມວິດີໂອ ກ່ຽວກັບ ລາຍງານນີ້.

ທຳນຽບຂາວ ຄາດວ່າຈະເປັນເຈົ້າພາບຕ້ອນຮັບບັນດາຜູ້ນຳຈາກ ປະເທດຕ່າງໆ ໃນພາກພື້ນເອເຊຍ-ປາຊີຟິກ ໃນປີຈະມານີ້, ໃນຂະ ນະທີ່ ສະຫະລັດ ສືບຕໍ່ການ ຜັກດັນເພື່ອເສີມຂະຫຍາຍອຳນາດ​ ແລະ ອິດທິພົນຂອງ ອາເມຣິກາ ຢູ່ໃນຂົງ ເຂດດັ່ງກ່າວ. ແຕ່ວ່າລັດ ຖະບານທ່ານ ໂອບາມາ ຈະປະເຊີນໜ້າກັບສິ່ງທ້າທາຍ ຕ່າງໆໃນ ລະຫວ່າງທີ່ພວກເຂົາເຈົ້າຊອກ​ຫາ​ຊ່ອງ​ທາງ ພົວພັນຫຼາຍຂຶ້ນກັບ ພາກພື້ນ ໂດຍປາສະຈາກການສ້າງຄວາມເຄັ່ງຕຶງ​ເພີ້ມຂຶ້ນກັບ ຈີນ. ນັກຂ່າວວີໂອເອ ປະຈຳທຳນຽບຂາວ Mary Alice Salinas ມີລາຍງານເພີ່ມເຕີມ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາ ສະເໜີທ່ານ.

ປະທານາທິບໍດີ ບາຣັກ ໂອບາມາ ກ່າວວ່າ ອາເມຣິກາ ຕ້ອງໄດ້ມີການເຊື່ອມຕໍ່ກັບ ພາກພື້ນ ເອເຊຍປາຊີຟິກ.

ທ່ານ ໂອບາມາ ກ່າວວ່າ “ເອເຊຍປາຊີຟິກ ແມ່ນມີຄວາມສຳຄັນເພື່ອສົ່ງເສີມ ຄວາມໝັ້ນຄົງ, ຄວາມຈະເລີນຮຸ່ງເຮືອງ ແລະກຽດສັກສີຂອງມະນຸດໃນທົ່ວໂລກຢ່າງແນ່ນອນທີ່ສຸດ. ຍ້ອນ ແນວນັ້ນ ຂ້າພະເຈົ້າຈິ່ງອຸທິດນະໂຍບາຍການ ຕ່າງປະເທດສ່ວນໃຫຍ່ຂອງຂ້າພະເຈົ້າເພື່ອ ເຮັດໃຫ້ການພົວພັນຂອງ ອາເມຣິກາ ກັບພາກພື້ນນີ້ມີຄວາມເລິກເຊິ່ງຍິ່ງຂຶ້ນ.”

ໃນຄວາມພະຍາຍາມ​ເພື່ອເຮັດໃຫ້ ສະຫະລັດ ເປັນຜູ້ນຳທີ່ແຂງແກ່ນໃນພາກພື້ນນັ້ນ, ທ່ານ ໂອບາມາ ໄດ້ເປັນເຈົ້າພາບຕ້ອນຮັບບັນດາຜູ້ນຳຂອງພາກພື້ນ ທີ່ນຳນຽບຂາວ ແລະ ໄດ້ພົບປະ ກັບຜູ້ນຳຄົນອື່ນໆໃນການເດີນໄປພາກພື້ນດັ່ງ ກ່າວຫຼາຍຄັ້ງ.

ແຕ່ວ່າເປົ້າໝາຍຂອງ ສະຫະລັດ ເພື່ອສ້າງພາກພື້ນເອເຊຍປາຊີຟິກ ​ໃຫ້​ເປັນ​ເຂດ​ທີ່​ມີສັນຕິ ພາບ ແລະ ໃຫ້ມີຄວາມຈະເລີນຮຸ່ງເຮືອງນັ້ນ ກໍຍັງໄດ້ອາໄສລັດຖະສະ ພາຢູ່ ແລະ ວ່າພວກ ເຂົາເຈົ້າຈະໃຫ້ສັດຕະຍາບັນຕໍ່ຂໍ້ຕົກລົງພາຄີຂ້າມມະຫາ ສະໝຸດປາຊີຟິກໃນປີ 2016 ນີ້ຫຼືບໍ່?

ຂໍ້ຕົກລົງການຄ້າທີ່ໃຫຍ່ຫຼວງນີ້ໄດ້ປະເຊີນໜ້າກັບການຄັດຄ້ານຢ່າງແຮງ.

ທ່ານ Christopher Johnson ນັກວິເຄາະຈາກສູນກາງຍຸດທະສາດ ແລະ ການ ສຶກສາ ສາກົນ ກ່າວວ່າ “ໃນພື້ນທີ່ສ່ວນໃຫຍ່ຂອງ ເອເຊຍ, ເສດຖະກິດແມ່ນ ຄວາມໝັ້ນຄົງ.”

ນັກວິເຄາະ ທ່ານ Marc Noland ກ່າວວ່າ ການຂັດແຍ້ງທາງນ້ຳໃນທະເລ ຈີນໃຕ້ ກໍຍັງຈະ ສືບຕໍ່ເປັນສິ່ງທ້າທາຍ.

ທ່ານ Marc Noland ຈາກສະຖາບັນ Peterson ເພື່ອເສດຖະກິດສາກົນກ່າວວ່າ “ການອ້າງ ເອົາເຂດແດນຂອງ ຈີນ ແລະ ການກະທຳອື່ນໆໄດ້ສ້າງຄວາມ ບໍ່ສະບາຍໃຈໃຫ້ກັບຫຼາຍ ປະເທດທີ່ນ້ອຍກວ່າຢູ່ໃນພາກພື້ນດັ່ງກ່າວ, ດັ່ງນັ້ນ ພວກເຂົາເຈົ້າຈຶ່ງຕ້ອນຮັບ​ການ​ມີໜ້າ​ຂອງ​ ສະຫະລັດ ​ຢູ່​ໃນພາກພື້ນ. ໃນເວລາດຽວກັນ, ພວກເຂົາເຈົ້າກໍບໍ່ຢາກຖືກ​ແກ່ດຶງເຂົ້າ ໄປຮ່ວມໃນການປະເຊີນໜ້າກັນລະຫວ່າງ ສະຫະລັດ ແລະ ຈີນ.”

ທ່ານ Johnson ເວົ້າວ່າ ສະຫະລັດ ຕ້ອງມີຄວາມລະມັດລະວັງ.

ທ່ານ Christopher Johnson ກ່າວວ່າ “ໃນການກະທຳທີ່ເຮັດໃຫ້ມີຄວາມ ສົມດຸນ, ຖ້າ ເຈົ້າຈະເວົ້າ ກໍຈະແມ່ນລະຫວ່າງການພະຍາຍາມ​ໃຫ້ ການ​ຄ້ຳປະ​ກັນ​ແກ່ຄູ່ຮ່ວມ ແລະ ພັນທະມິດໃນ ເອເຊຍຕາເວັນອອກ ສຽງໃຕ້ໂດຍສະເພາະ ແຕ່ວ່າໃນທົ່ວທະວີບເອເຊຍ ມີຄວາມໝັ້ນໃຈຄືນອີກວ່າ ສະຫະລັດ ແມ່ນຢູ່ ທີ່ນັ້ນ ມັນແມ່ນການຕອບຮັບຕໍ່ຄຳສັນຍາ ພັນທະມິດທາງການທະຫານຂອງພວກ ເຂົາເຈົ້າ ກ່ຽວກັບການເຄື່ອນ ໄຫວເພີ່ມຂຶ້ນຂອງ ຈີນ ຢູ່ໃນພາກພື້ນ, ແຕ່ບໍ່ເຮັດ ໃຫ້ ຈີນ ເບິ່ງຄືວ່າມັນເປັນແຜນຍຸດທະສາດຄວບ​ຄຸມ​ ຈີນ ເພື່ອພະຍາຍາມທຳລາຍຜົນ​ປະໂຫຍ​ດຂອງ ຈີນ ຢູ່ໃນພາກພື້ນ.”

ສະຫະລັດ ໄດ້ສັນຍາທີ່ຈະຊ່ວຍເຫຼືອບັນດາປະເທດເອເຊຍຕາເວັນອອກສຽງໃຕ້ ສ້າງສາ ຄວາມສາມາດທາງທະເລຂອງພວກເຂົາເຈົ້າ ແລະ ໄດ້ຮຽກຮ້ອງໃຫ້ ຈີນ ຢຸດ​ເຊົາການຖົມ​ເກາະ​ຖົມດອນ, ການກໍ່ສ້າງໃໝ່ ແລະເຮັດ​ໃຫ້ເຂດທີ່ມີການຂັດແຍ້ງໃນທະເລຈີນໃຕ້ກາຍ​ເປັນ​ການ​ແຂ່ງຂັນ​ທາງ​ທະຫານ.

ທ່ານ Johnson ກ່າວວ່າ ຄວາມປອດໄພທາງອິນເຕີເນັດ ກໍຍັງຈະສືບຕໍ່ເປັນແຫຼ່ງ ຂອງຄວາມ ຂັດແຍ້ງ ລະຫວ່າງ ສອງປະເທດມະຫາອຳນາດໂລກ.

ສະຫະລັດ ເຊື່ອວ່າ ຈີນ ໄດ້ພົວພັນກັບກໍລະ​ຈີ​ການ​ລັກຂະ​ໂມ​ຍຂໍ້​ມູນທາງ​ອິນ​ເຕີ ​ແນັດທີ່ເພີ່ມ ຂຶ້ນຕໍ່ລັດຖະບານ ແລະ ທຸລະກິດຕ່າງໆ ຂອງຕົນເຊິ່ງ ຈີນ ໄດ້ປະຕິເສດຕໍ່ການກ່າວຫາດັ່ງ ກ່າວ.

ທ່ານ Christopher Johnson ກ່າວວ່າ “ຂ້າພະເຈົ້າຄິດວ່າ ພວກເຮົາຈະໄດ້ ເຫັນການກົດ ດັນທາງການເມືອງຕໍ່ລັດຖະບານເພີ່ມເຕີມອີກເພື່ອດຳເນີນມາດ ຕະການລົງໂທດຕໍ່ການ ຫາຜົນປະໂຫຍດຂອງ ຈີນ ກ່ຽວກັບ ການລັກຂໍ້ມູນ ທາງອິນເຕີເນັດ, ແລະ ເມື່ອສິ່ງດັ່ງກ່າວ ນັ້ນເກີດຂຶ້ນ ຈີນ ກໍເບິ່ງຄືວ່າຈະທຳ ການແກ້ແຄ້ນ.”

ຫຼັງຈາກການເດີນທາງໄປພາກພື້ນເອເຊຍ ຕາເວັນອອກສຽງໃຕ້ໃນເດືອນພະຈິກ ທີ່ຜ່ານມານີ້, ທ່ານ ໂອບາມາ ໄດ້ກ່າວວ່າ ສະຫະລັດ ແມ່ນມີຄວາມໝັ້ນໃຈທີ່ ຈະສ້າງສາຍສຳພັນຢ່າງເລິກ ເຊິ່ງຕໍ່ໄປອີກ, ພ້ອມກັບບັນດາຜູ້ນຳຈາກພາກພື້ນ ດັ່ງກ່າວ ມີກຳນົດທີ່ຈະມາຢ້ຽມຢາມທຳນຽບ ຂາວໃນປີ 2016 ທີ່ຈະມາເຖິງນີ້ ອີກດ້ວຍ.

XS
SM
MD
LG