ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kurt Campbell ພົບປະ ກັບເຈົ້າໜ້າທີ່ຂັ້ນສູງ ຂອງເກົາຫລີໃຕ້


ລັດຖະມົນຕີການຕ່າງປະເທດເກົາຫລີໃຕ້ ທ່ານ Kim Sung-Hwan, ຈັບມືກັບ
ທ່ານ Kurt Campbell ]ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງ
ປະເທດສະຫະລັດ ທີ່ກຸງໂຊນ.
ວັນທີ 5 ມັງກອນ 2012.
ລັດຖະມົນຕີການຕ່າງປະເທດເກົາຫລີໃຕ້ ທ່ານ Kim Sung-Hwan, ຈັບມືກັບ ທ່ານ Kurt Campbell ]ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງ ປະເທດສະຫະລັດ ທີ່ກຸງໂຊນ. ວັນທີ 5 ມັງກອນ 2012.

ລັດຖະມົນຕີຊ່ອຍ​ວ່າການ​ຕ່າງປະ​ເທດ​ສະຫະລັດ ​ທ່ານ Kurt Campbell ທໍາ​ການ​ໂອ້​ລົມ​ສົນທະນາ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫລີ​ໃຕ້ທີ່​ກຸງ​ໂຊນ​ໃນ​ວັນ​ພະຫັດ​ມື້​ນີ້ ​ກ່ຽວ​ກັບ​ວ່າ​ຈະ​ເຮັດ​ວິທີ​ໃດ​ເພື່ອ​ຟື້ນ​ຟູ​ການ

ເຈລະຈາ​ເລື້​ອງການ​ປົດ​ອາວຸດ​ນີວ​ເຄລຍ ທີ່​ຕົກ​ຢູ່​ໃນ​ສະພາບ​ບໍ່ໄປ​ບໍ່​ມາ​ ກັບ​ເກົາຫລີ​ເໜືອ ຫລັງ​ຈາກ​ການ​ມໍລະນະ​ກໍາ​ໄປ​ຂອງ​ທ່ານ​ກິມຈົງ​ອີລ ນັ້ນ​ແລ້ວ.

ທ່ານ Campbell ​ໄດ້​ພົບ​ປະ​ກັບ​ທ່ານ Lim Sung-nam ຫົວໜ້າ​ເຈລະຈາ​ຝ່າຍ​ເກົາຫລີ​ໃຕ້​ ໃນ​ການ​ເຈລະຈາ 6 ຝ່າຍ ທີ່​ມີ​ວັດຖຸປະສົງ​ ເພື່ອ​ເກ້​ຍກ່ອມ​ເກົາຫລີ​ເໜືອ ​ໃຫ້​ປະຖິ້ມ​ໂຄງການ​ນີວ​ເຄລຍຂອງ​ຕົນເພື່ອ​ແລກກັບ​ການ​ຊ່ອຍ​ເຫລືອ​ດ້ານ​ເສດຖະກິດ​ນັ້ນ.

ທ່ານ Campbell ​ເດີນທາງ​ໄປ​ຮອດ​ກຸງ​ໂຊນ​ໃນ​ວັນ​ພຸດ​ວານ​ນີ້ ຫລັງຈາກ​ຢຸດ​ແວ່ທີ່​ປັກ​ກິ່ງ​ເປັນ​ເວລາ 2 ມື້​ເພື່ອ​ທໍາ​ການ​ພົບ​ປະຫາລື​ກັບ​ບັນ ດາ​ເຈົ້າ​ໜ້າ​ທີ່​ຈີນ. ຄາດ​ວ່າ​ທ່ານ​ຈະ​ພົບ​ປະ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເກົາຫລີໃຕ້ Kim Sung-hwan ກ່ອນອອກ​ເດີນທາງໄປ​ຍັງ​ຍີ່ປຸ່ນໃນ​ວັນ​ສຸກ​ມື້​ອື່ນ ​ເພື່ອ​ມ້ວນທ້າຍ​ການ​ເດີນທາງ​ປະກອບ​ພາລະກິດ​ທາງການ​ທູດ​ເປັນ​ເວລາ 4 ມື້​ຂອງ​ທ່ານ.

ຍີ່​ປຸ່ນ ຈີນ ຣັດ​ເຊຍ ສະຫະລັດ​ແລະ​ສອງ​ເກົາຫລີ​ ເປັນ​ຜູ້​ປະກອບສ່ວນໃນ​ການ​ເຈລະຈາ​ 6 ຝ່າຍ ວ່າ​ດ້ວຍ​ນີວ​ເຄລຍຂອງ​ເກົາຫລີ​ເໜືອ ທີ່ໄດ້​ຢຸດ​ເຊົາ​ທໍາ​ການ​ເຈລະຈາ ມາ​ຕັ້ງ​ແຕ່​ເດືອນ​ເມສາ​ໃນ​ປີ 2009.

XS
SM
MD
LG