ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ມີແຜນໃຫ້ ກຳປັ່ນລົບຂອງຕົນ ສ່ວນໃຫຍ່ ປະຈຳການ ໃນເຂດປາຊີຟິກ


ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Leon Panetta ເຂົ້າຮ່ວມກອງປະຊຸມສຸດຍອດດ້ານຄວາມໝັ້ນ ຄົງໃນເຂດເອເຊຍ ທີ່ສິງກະໂປ (2 ມິຖຸນາ 2012)
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Leon Panetta ເຂົ້າຮ່ວມກອງປະຊຸມສຸດຍອດດ້ານຄວາມໝັ້ນ ຄົງໃນເຂດເອເຊຍ ທີ່ສິງກະໂປ (2 ມິຖຸນາ 2012)

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Leon Panetta ກ່າວວ່າ ສະຫະລັດ
​ຈະ​ຍ້າຍ​ກຳ​ປັ່ນ​ລົບ​ສ່ວນ​ໃຫຍ່​ຂອງ​ຕົນ​ໄປ​ຍັງ​ເຂດ​ເອ​ເຊຍ​ປາຊີ​ຟິກ​ໃນ​ໄລຍະ​ຫຼາຍໆ​ປີ​ຂ້າງ​ໜ້ານີ້
ຊຶ່ງ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ຍຸດ​ທະ​ສາດ​ໃໝ່ ທີ່​ເພັ່ງ​ເລັງ​ໃສ່​ເຂດ​ເອ​ເຊຍ.

ທີ່​ສິງ​ກະໂປ​ໃນ​ວັນ​ເສົາ​ມື້ນີ້ ທ່ານ Panetta ກ່າວ​ຕໍ່​ກອງ​ປະຊຸມ​ພວກ​ເຈົ້າໜ້າ​ທີ່ກະຊວງ​ປ້ອງ
​ກັນ​ປະ​ເທດ ຈາກ 30 ປະ​ເທດ ​ໃນ​ເຂດ​ເອ​ເຊຍ​ປາຊີ​ຟິກວ່າ ກອງທັບ​ເຮືອ​ຂອງ​ສະຫະລັດ​ຈະ
​ຈັດ​ວາງ​ກຳລັງ​ໃໝ່ ຈາກ​ລະດັບ​ໃນ​ປັດຈຸບັນຊຶ່ງ​ແບ່ງ​ເຄິ່ງຕໍ່​ເຄິ່ງລະຫວ່າງ​ມະຫາ​ສະມຸດ​ປາຊີ​ຟິກ​
ແລະ​ມະຫາ​ສະມຸດ​ອັດ​ລັນ​ຕິກ​ເປັນ 60% ຂອງ​ກຳລັງ​ທາງ​ທະ​ເລໃຫ້​ເຂົ້າ​ປະຈຳການ​ຢູ່​ໃນ​ເຂດ
ມະຫາ​ສະມຸດ​ປາຊີຟິກ​ແລະ 40% ​ໃນ​ມະຫາ​ສະມຸດ​ອັດ​ລັນ​ຕິກ.

ນອກ​ນັ້ນ​ແລ້ວ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດຍັງ​ແຈ້ງ​ໃຫ້​ພວກຜູ້ຕາງໜ້າ​
ທີ່​ເຂົ້າຮ່ວມ​ກອງ​ປະຊຸມ ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງປະຈຳ​ປີ ຫຼື Shangri-La Dialogue ວ່າ
ການ​ຍົກຍ້າຍ​ກຳລັງ​ທີ່​ວ່າ​ນີ້ ຈະ​ເສັດ​ສິ້ນລົງ​ໃນ​ປີ 2020. ທ່ານ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ຂະ
ຫຍາຍ​ກາ​ນຊ້ອມ​ລົບ​ທາງ​ທະຫານ​ຂອງ​ສະຫະລັດ​ຢູ່​ໃນ​ເຂດ​ມະຫາ​ສະມຸດ​ປາຊີ​ຟິກ​ແລະ​ການ
ສົ່ງ​ກຳ​ປັ່ນ​ລົບ​ໄປ​ຢ້ຽມຢາມ​ທ່າ​ກຳປັ່ນໃນ​ເຂດ​ຕ່າງໆ ​ເຊັ່ນ​ມະຫາ​ສະມຸດ​ອິນ​ເດຍ​ເປັນຕົ້ນ.

ບ່ອນ​ທີ່​ຄວາມ​ຮຸນ​ແຮງ​ພວມ​ເກີດ​ຂຶ້ນ​ແລະ​ຄວບ​ຄຸມ​ບໍ່​ໄດ້​ທີ່​ສຳຄັນໆ​ຢູ່​ໃນ​ຂົງ​ເຂດ​ກໍແມ່ນ​ທະ
​ເລຈີນ​ໃຕ້ ທີ່​ຈີນ​ອ້າງ​ກຳມະສິດ​ວ່າ​ເປັນ​ດິນ​ແດນ​ຂອງຕົນ​ເກືອບ​ທັງ​ໝົດ ນັ້ນ. ​ແຕ່​ໄຕ້​ຫວັນ
ຫວຽດນາມ ມາ​ເລ​ເຊຍ ສິງກະ​ໂປ ບຣູນາຍ​ແລະ​ຟີ​ລິບ​ປິນ ຕ່າງ​ກໍ​ໄດ້​ອ້າງ​ເອົາ​ກຳ​ມະ​ສິດ​ໃນ
​ເຂດ​ດັ່ງກ່າວ​ຄື​ກັນ.

ທ່ານ Panetta ​ໃຫ້ການ​ຄໍ້າປະກັນ​ຕໍ່​ພວກ​ຜູ້ຕາງໜ້າ​ທີ່​ເຂົ້າຮ່ວມ​ປະຊຸມ​ວ່າ ການປັບ​ປ່ຽນ​
ກຳລັງ​ກອງທັບ​ເຮືອ​ໃໝ່​ນັ້ນ ບໍ່​ແມ່ນ​ເພື່ອ​ຢັບຢັ້ງ ຫຼືຈຳກັດ​ການ​ເຄື່ອນ​ໄ​ຫວຂອງ​ຈີນ. ທ່ານ
​ເວົ້າວ່າ ວໍ​ຊິງ​ຕັນ​ຈະ​ບໍ່​ເຂົ້າຂ້າງ​ອອກ​ຂາ ​ໃນ​ບັນຫາ​ຂັດ​ແຍ້​ງກ່ຽວ​ກັບ​ເລື່ອງ​ເຂດ​ນໍ້າ​ແດ​ນດິນ
​ແລະ​ຕ້ອງການ​ຢາກ​ໃຫ້​ປັກ​ກິ່ງ ​ສະໜັບສະໜຸນ​ລະ​ບົບ ທີ່​ໃຫ້​ຄວາມ​ກະຈ່າງ​ແຈ້ງ ກ່ຽວ​ກັບ
​ເລື່ອງ​ສິດທິ​ຢູ່​ໃນ​ຂົງ​ເຂດ​ແລະ​ຊ່ອຍ​ແກ້​ໄຂ​ບັນຫາ ຂັດ​ແຍ້​ງຕ່າງໆ.

ລັດຖະມົນຕີ​ປ້ອງກັນ​ປະ​ເທດ​ສະຫະລັດ ພວມ​ຢູ່​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ເອ​ເຊຍ ​ເປັນ
​ເວລາ​ນຶ່ງ​ສັບປະດາຊຶ່ງ​ຈະ​ຮວມທັງ​ການ​ຢຸດ​ແວ່​ທີ່​ປະ​ເທດ​ຫວຽດນາມ​ແລະ​ອິນ​ເດຍນຳ​ດ້ວຍ.

XS
SM
MD
LG