ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຈະຂະຫຍາຍ ລະບົບຕໍ່ຕ້ານ ລູກສອນໄຟ ຢູ່ເອເຊຍ


ທ່ານນາງ Victoria Nuland ໂຄສົກກະຊວງຕ່າງປະເທດສະຫະລັດ
ທ່ານນາງ Victoria Nuland ໂຄສົກກະຊວງຕ່າງປະເທດສະຫະລັດ
ເຈົ້າໜ້າທີ່ປ້ອງກັນປະເທດຂອງສະຫະລັດກ່າວວ່າ ສະຫະລັດ
ພວມວາງແຜນ ທີ່ຈະຂະຫຍາຍ ລະບົບປ້ອງກັນ ລູກສອນໄຟ
ຂອງຕົນໃນເຂດເອເຊຍ ເພື່ອເປັນການຕອບໂຕ້ ຕໍ່ການຂົ່ມຂູ່
ຂອງເກົາຫຼີເໜືອແລະການເຄື່ອນໄຫວແບບຮຸກຮານຂອງຈີນ.

ລາຍງານຂ່າວໃນວັນພະຫັດວານນີ້ ໄດ້ອ້າງຄຳເວົ້າຂອງເຈົ້າ
ໜ້າທີ່ສະຫະລັດທີ່ກ່າວວ່າ ການເສີມກຳລັງດັ່ງກ່າວ ອາດຈະ
ຮວມທັງການຕິດຕັ້ງເຣດ້າໃໝ່ ຢູ່ໃນພາກໃຕ້ ຂອງປະເທດຍີ່
ປຸ່ນແລະອາດຢູ່ອີກບ່ອນນຶ່ງ ໃນເຂດເອເຊຍຕາເວັນອອກສຽງ
ໃຕ້. ເຣດ້າເຫຼົ່ານີ້ ຈະເຊື່ອມຕໍ່ໃສ່ລະບົບຕໍ່ຕ້ານລູກສອນໄຟທີ່
ຕິດຕັ້ງຢູ່ເທິງກຳປັ່ນລົບ ແລະຖານຍິງພາກພື້ນດິນ.

ໜັງສືພິມ Wall Street Journal ລາຍງານວ່າ ແຜນການດັ່ງ
ກ່າວ ແມ່ນພາກສ່ວນນຶ່ງໃນຍຸດທະສາດປ້ອງກັນປະເທດໃໝ່ຂອງລັດຖະບານທ່ານໂອ ບາມາທີ່ໄດ້ຫັນຊັບພະຍາກອນຕ່າງໆໄປໃສ່ເຂດເອເຊຍປາຊີຟິກຊຶ່ງມີຄວາມຫຼໍ່ແຫຼມສຳ ຄັນຕໍ່ເສດຖະກິດຂອງສະຫະລັດ ຫຼັງຈາກການເຮັດສົງຄາມ ເປັນເວລານຶ່ງທົດສະວັດຢູ່
ໃນອີຣັກແລະອັຟການິສຖານ.

ທ່ານນາງ Victoria Nuland ໂຄສົກກະຊວງການຕ່າງປະເທດສະຫະລັດ ກ່າວໃນວັນ
ພະຫັດວານນີ້ວ່າ ສະຫະລັດພວມດຳເນີນການຕາມຂັ້ນຕອນກ່ຽວກັບລະບົບຕໍ່ຕ້ານລູກ
ສອນໄຟໃນເຂດເອເຊຍດັ່ງດຽວກັນກັບໃນຢູໂຣບແລະພາກຕາເວັນອອກກາງ. ທ່ານນາງ ໄດ້ກ່າວຢໍ້າວ່າ ມັນເປັນລະບົບປ້ອງກັນແລະຈະບໍ່ມີການນໍາໃຊ້ ນອກຈາກວ່າຈະມີການ ຍິງລູກສອນໄຟໂຈມຕີແຕ່ທ່ານນາງບໍ່ໄດ້ໃຫ້ຄວາມເຫັນໃດໆກ່ຽວກັບແຜນການໃດນຶ່ງ
ຢ່າງເປັນການສະເພາະ.

ຈີນບໍ່ໄດ້ໃຫ້ຄວາມເຫັນໂດຍກົງຕໍ່ລາຍງານຂ່າວດັ່ງກ່າວ ແຕ່ກະຊວງປ້ອງກັນປະເທດ
ຈີນໄດ້ອອກຖະແຫຼງການສະບັບນຶ່ງ ໃນວັນພະຫັດວານນີ້ເວົ້າວ່າ ຈີນເຊື່ອສະເໝີວ່າ ບັນຫາລະບົບຕໍ່ຕ້ານລູກສອນໄຟຄວນຈະມີການຮັບມືດ້ວຍຄວາມຮອບຄອບເປັນທີ່ສຸດ ຈາກທັດສະນະວິໄສກ່ຽວກັບການປົກປ້ອງຍຸດທະສາດເພື່ອສ້າງສະເຖຍລະພາບຂອງ ໂລກແລະຊຸກຍູ້ຍຸດທະສາດເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນແລະກັນຂອງທຸກໆ
ປະເທດ.
XS
SM
MD
LG