ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຂໍໃຫ້ປະເທດອາຊ່ຽນຫລຸດສາຍ ສໍາພັນການທູດ ກັບເກົາຫລີເໜືອ ລົງ


ສະຫະລັດລະດົມບັນດາ​ປະ​ເທດ​ໃນຂົງ​ເຂດເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້​ໃຫ້​ສະໜັບ
ສະໜຸນ​ແນວທາງ​ຂອງ​ນະຄອນ​ວໍ​ຊິງ​ຕັນ​ໃນ​ການ​ແກ້​ໄຂ​ການ​ນາບ​ຂູ່​ຂອງ​ເກົາຫລີ​ເໜືອ
ແລະ​ໃຫ້​ປະຕິບັດ​ຕາມ​ຫລັກການ​ຕ່າງໆ ລວມທັງ​ເສລີ​ພາບ​ໃນ​ການ​ເດີນ​ເຮືອ​ຢູ່​ໃນ
​ທະ​ເລ​ຈີນ​ໃຕ້.

ຢູ່​ໃນ​ກອງ​ປະຊຸມ​ກັບ​ທັງໝົດ 10 ປະ​ເທດອາ​ຊ່ຽນ ທີ່​ຈັດ​ຂຶ້ນ​ໃນ​ວັນ​ພະຫັດ​ວານ​ນີ້, ທ່ານ
Rex Tillerson ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ ​ໄດ້​ຂໍ​ໃຫ້​ກຸ່ມ
​ດັ່ງກ່າວ​ເວົ້າ​ເປັນສຽງດຽວ ກັນ​ ​ໃນ​ການຢັບຢັ້ງການ​ເສີມ​ຂະະຫຍາຍ​ການ​ຜະລິດ​ອາວຸດ
​ນີວ​ເຄລຍ ແລະ​ລູກສອນໄຟຂີ​ປະ​ນາ​ວຸດ ຂອງ​ເກົາຫລີ​ເໜືອ.

ທ່ານ Patrick Murphy, ລັດຖະມົນຕີ​ຊ່ວຍ​ວ່າການ​ຕ່າງປະ​ເທດ​ຂອງ​ສະຫະລັດ ຮັບ
ຜິດຊອບ​ວຽກງານຂົງເຂດເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້ ກ່າວ​ໃນ​ການ​ລາຍ​ງານ​ຫຍໍ້ທາງ​ໂທລະສັບ ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ "Very specifically, ສະຫະລັດ​ຂໍຮ້ອງ​ແບບ​ພິ​ເສດ
​ທີ່​ສຸດ ​ໃຫ້​ບັນດາ​ປະ​ເທດ​ຕ່າງໆ ລວມທັງ​ປະ​ເທດພາຄີ​ຂອງພວກ​ເຮົາ​ຢູ່​ໃນ​ອາ​ຊ່ຽນ​ພະ
ຍາຍາມບໍ່​ໃຫ້​ເກົາຫລີ​ເໜືອ ​ມີກະແສລາຍ​ຮັບ​ຢ່າງ​ສະໝໍ່າສະ​ເໝີ​ຈາກ​ປະ​ເທດ​ໃນ​ຂົງ​ເຂດ
​ແລະ​ໃຫ້​ທວນຄື​ນກາ​ນພົວພັນທາງ​ການ​ທູດກັບປະ​ເທດ​ດັ່ງກ່າວໃຫ້​ມັນລົດໜ້ອຍຖອຍ​ລົງ." ທ່ານ​ກ່າວ​ເພີ້ມອີກ​ວ່າ: "​ທັງ​ນີ້ກໍເພື່ອ​ບໍ່​ໃຫ້ເກົາຫລີ​ເໜືອໃຊ້​ຜົນ​ປະ​ໂຫຍດຈາກ​ສາຍເສັ້ນທາງ​ການ​ທູດ​ດັ່ງກ່າວ ​ໄປ​ບັນລຸ ຄວາມ​ມຸ້ງ​ຫວັງ​ໃນ​ການ​ຜະລິດອາວຸດ​ນີວ​ເຄລຍ ແລະ​ລູກສອນໄຟຂີ​ປະ​ນາ​ວຸດ."

ສະມາຊິກ​ຂອງ​ກຸ່ມອາຊຽ່ນທຸກ​ປະ​ເທດ​ແມ່ນ​ມີ​ສາຍ​ສໍາພັນ​ທາງ​ການ​ທູດ​ກັບເກົາຫລີ​ເໜືອ.
ແປດ​ປະ​ເທດ​ໃນ​ນັ້ນ​ແມ່ນ​ມີ​ສະຖານທູດເກົາຫລີ​ເໜືອ​ຢູ່​ໃນ​ປະ​ເທດຂອງ​ຕົນ ​ແລະ 5 ປະ​
ເທດ​ໃນ​ນັ້ນ ​ແມ່ນ​ມີ​ສະຖານທູດ​ຂອງ​ຕົນ​ຢູ່​ໃນ​ນະຄອນ​ພຽງຢາງ.

ລັດຖະບານ​ນະຄອນ​ວໍ​ຊິງ​ຕັນ​ເວົ້າວ່າ ກຸ່ມ​ປະ​ເທດ​ໃນ​ເຂດເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້
​ຕ່າງ​ກໍມີ ຄວາມ​ເປັນ​ຫ່ວງ​ເຊັ່ນ​ກັນ​ກ່ຽວກັບ​ການ​ເກາະ​ຜິດ​ຂອງເກົາຫລີ​ເໜືອ ທີ່​ເປັນ​ການ
​ນາບ​ຂູ່​ຕໍ່ສະຖຽນລະ​ພາບ ​ແລະ​ສັນຕິພາບ​ຢູ່​ໃນ​ພາກພື້ນ​ເອ​ເຊຍ​ປາຊີ​ຟິກ​ແລະ​ໃນ​
ທົ່ວ​ໂລກ.

ທ່ານ Murphy ກ່າວ​ເພີ້​ມອີກ​ວ່າ ບາງ​ປະ​ເທດ​ກໍ​ໄດ້​ເວົ້າກັບ​ສະຫະລັດ​ວ່າ "ພວກ​ເຂົາ
​ເຈົ້າກໍາລັງ​ເອົາ​ມາດ​ຕະການ ​ແລະ​ບາດກ້າວ ​ເພື່ອ​ທົບ​ທວນຄືນ​ເບິ່ງ​ຂະໜາດຂອງ​ການ
​ມີຜູ້​ຕາງໜ້າ ທາງ​ການ​ທູດ​ຂອງ​ເກົາຫລີ​ເໜືອ ຢູ່​ໃນແຕ່ລະ​ປະເທດ, ການ​ເຄື່ອນ​ໄຫວ​ຂອງ
​ເຂົາ​ເຈົ້າ, ການ​ເຮັດ​ທຸລະ​ກິດ ທີ່​ດໍາ​ເນີນ​ໄປ​ແບບ​ປິດ​ລັບ​ຢູ່​ພາຍ​ໃຕ້​ສະຖານະພາບຂອງ​
ການ​ທູດຢູ່​ໃນ​ເວລາ​ນີ້."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG