ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ຈະໃຫ້ຄວາມໝັ້ນໃຈ ແກ່ອາຊ່ຽນ ກ່ຽວກັບເລື້ອງຈີນ (ວີດີໂອລາວ/ອັງກິດ)


ທ່ານ​ນາງ ຮິ​ລ​ແລຣີ ຄລິນ​ຕັນ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ເດີນ ທາງ​ໄປ​ຍັງ​​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ໃນ​ອາທິດ​ນີ້ ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​​ຂົງ​ເຂດ​ບັ້ນ​ນຶ່ງ​ຂອງ​ສະມາຄົມອາ​ຊ່ຽນ ທີ່​ກໍາປູ​ເຈຍ ​​ແລະ​ກອງ​ປະຊຸມ ສຸດ​ຍອດຂອງບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​​ເຂດເອ​ເຊຍ​ຕາ​ເວັນ​ອອກ ຫລື East Asia Summit. ກອງ​ປະຊຸມ​​ເຫລົ່ານີ້ ມີ​ຂຶ້ນທ່າມກາງ​ຄວາມ​ເຄ່ງ​ຕຶງ​ທີ່​ເພີ່ມ​ທະວີ​ຂຶ້ນ ລະຫວ່າງ​ປະ​ເທດ​ສະມາຊິກອາ​ຊ່ຽນ​ແລະ​ຈີນ ກ່ຽວ​ກັບ​ຂົງ​ເຂດ​ທະ​ເລ​ຈີນ​ໃຕ້. ​​ເຖິງ​ແມ່ນເບິ່ງ​ຄື​ວ່າ ບັນຫາດັ່ງກ່າວ​​ນີ້ຈະ​​ໄດ້​ຮັບຄວາມ ​ສົນ​ໃຈ​ຫຼາຍ​ເປັນ​ພິ​ເສດ ​ໃນ​ລະຫວ່າງການ​ຢ້ຽມຢາມ​ຂອງ​ທ່ານ​ນາງລັດຖະ ມົນຕີ​ຄລິນ​ຕັນ ​ແຕ່​ວ່າ ​ໃນ​ຂະ​ນະ​ດຽວ​ກັນ ສະຫະລັດກໍ​ກໍາລັງ​ຊອກ​ຫາ​ຊ່ອງ​ທາງ ​ສ້າງ​ຄວາມ​ເຂັ້ມ​ແຂງ​​ແກ່​ຄວາມ​ສໍາພັນ​ຂອງຕົນ​ກັບ​ບັນດາ​ພັນທະ​ມິດ ​ແລະ​​ເສີມ​ຂະຫຍາຍການ​ພົວພັນ​ຂອງ​ຕົນ​ໃນ​ດ້ານ​ເສດຖະກິດ​ ​ຢູ່​ໃນ​ຂົງ​ເຂດ. ທອງ​ປານ ມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ

ວີດີໂອລາຍງານພາສາລາວ:


ທີ່​ຫວຽດນາມ ​ເມື່ອ​ບໍ່​ດົນ​ມາ​ນີ້ ພວກ​ປະ​ທ້ວງ​ໄດ້​ໂຮມ​ຊຸມນຸມ​ກັນ ຕໍ່ຕ້ານ​ການ​ອ້າງ​ເອົາກໍາມະສິດຂອງ​ຈີນ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນ ​ໂດຍ​ມີຄວາມ​ໂກດ​ແຄ້ນ​ຍ້ອນ​ພຶດຕິການ​ຕ່າງໆຂອງ​ປັກ​ກິ່ງຢູ່​ທີ່​ນັ້ນ ​ເມື່ອ​ໝໍ່ໆ​ມາ​ນີ້​ ​ໂຮມ​ທັງ​ການ​ຕັດສິນ​ໃຈ​ເປີດ​ຮັບ​ປະມູນ​ການ​ພັດທະນາ​ບໍ່ແກ​ສ​ແລະ​ນໍ້າມັນ​ໃນ​ເຂດ​ນ່ານນໍ້າ ​ທີ່​ຫວຽດນາມ​ກ່າວ​ວ່າ ​ເປັນ​ກໍາມະສິດ​ຂອງຫວຽດນາມ​ຢ່າງແຈ້ງ​ຂາວນັ້ນ.

ຫວຽດນາມບໍ່​ແມ່ນ​ປະ​ເທດ​ດຽວ​ທີ່​ໄດ້​ມີ​ການ​ປະ​ເຊີນ​ໜ້າ​ກັນ​ກັບຈີນຫຼາຍ​ຄັ້ງ ​ເມື່ອ​ບໍ່​ເທົ່າ​ໃດ​ເດືອນຜ່ານ​ມາ.

​ແຕ່​ນັ້ນກໍ​ຍັງ​ບໍ່ເຮັດ​ໃຫ້ປັກ​ກິ່ງ​ສະ​ທົກ​ສະ​ເທືອ​ນ​ແຕ່ຢ່າງໃດ ຊຶ່ງ​ບໍ່​ດົນ​ມາ​ນີ້ ປາກົດ​ວ່າຈີນ​ໄດ້​ເລີ່​ມສົ່ງ​ກໍ່າ​ປັ່ນສອດ​ແນມຫຼາຍ​ລໍາ ​ໄປ​ລາດຕະ​ເວນ​ປ້ວນ​ປ້ຽນຢູ່​ເຂດ​ທີ່​ນ່ານນໍ້າ ​ທີ່​ເປັນຂໍ້​ຂັດ​ແຍ້​ງກັນ​ນັ້ນ.

Justin Logan ​ແຫ່ງ​ສະຖາບັນ Cato ທີ່​ວໍ​ຊິງ​ຕັນ ກ່າວ​ວ່າ ​ໃນ​ຂະນະ​ທີ່ ຄວາມເປັນ​ຫ່ວງເພີ່ມທະວີ​ຂຶ້ນຢູ່​ໃນ​ຂົງ​ເຂດ ​ກ່ຽວ​ກັບ​ແສນ​ຍານຸພາບ​ກອງທັບ​ເຮືອ​ຈີນ ​ທີ່​ກໍາລັງຖີບ​ຕົວ​ສູງ​ຂຶ້ນ​ໄປ​ເລື້ອຍໆ​ນັ້ນ ຫຼາຍໆ​ປະ​ເທດ​ກໍ​ລໍຄອຍ​ເບິ່ງ​ຄວາມ​ກ້າວໜ້າ​ໃນຄວາມ​ພະຍາຍາມ​ ທີ່ມີ​ການໃຫ້​ສັນຍາ​ມາ​ດົນ​ນານແລ້ວ​ຂອງສະ​ມາ​ຄົມ​ອາ​ຊ່ຽນກັບ​ຈີນ ​ທີ່ວ່າ​ຈະ​ຮ່າງ​ກົດ​ລະບຽບ​ຕ່າງໆ​ເພື່ອ​ຫຼີກ​ລ່ຽງ ຂໍ້​ຂັດ​ແຍ້​ງກັນ​ໃນ​ອະນາຄົດ​ໃນ​ຂົງ​ເຂດ​ດັ່ງກ່າວນັ້ນ.

ທ່ານ ​ໂລກັນ ກ່າວວ່າ: “ມັນ​ຈະ​ມີ​ຄວາມ​ກົດ​ດັນ​ບາງ​ປະການ​ເກີດ​ຂຶ້ນ ​ໂດຍ​ສະ​ເພາະ​ຕໍ່ຝ່າຍສະຫະລັດ ​ເນື່ອງ​ຈາກ​ວ່າ​ພວກ​ເຮົາແມ່ນ​ຜູ້​ທີ່​ໄດ້​ເລິ່ມ​ ເວົ້າ​ຂຶ້ນ​ມາ​ ກ່ຽວ​ກັບ​ເລື່ອງກົດແຫ່ງ​ການ​ປະພຶດປະຕິບັດ​ທີ່ວ່າ​ນີ້ ​ແຕ່​ຕໍ່​ສະມາ ຄົມ​ອາ​ຊ່ຽນ ​ໂດຍ​ທົ່ວ​ໄປ​ນໍາ ​ເພື່ອ​ໃຫ້​ຈັດ​ຕັ້ງ​ກົດເກນ​ແນວ​ໃດ​ແນວ​ນຶ່ງ​ຂຶ້ນ​ມາ​ທີ່​ປາກົດ​ວ່າ​ເປັນທີ່​ຍອມຮັບ​ເອົາ​ໄດ້​ຕໍ່​ໝົດ​ທຸກ​ພັກ​ຝ່າຍ"

​ແຕ່​ວ່າ ມີນັກ​ວິ​ເຄາະ​ໜ້ອຍຄົນທີ່​ມີ​ຄວາມ​ຮູ້ສຶກ​ໃນ​ແງ່​ດີວ່າ​ ກົດການ​ປະຕິບັດ​ ຈະ​ຊ່ວຍໃຫ້​ສະຖານະ​ການ​ປ່ຽນ​ແປງ​ໄປ. ​ທ່ານ​ໂລກັນ​ເອງ​ກໍກ່າວ​ວ່າ ສິ່ງ​ທີ່​ອາດ​ສາມາດ​ຊ່ວຍ​ໄດ້​ນັ້ນ ກໍ​ຄື​ໃຫ້​ຈີນ​ປ່ຽນ​ທ່າ​ທີ​ໃໝ່ ຊຶ່ງທ່ານ​ກ່າວ​ຕໍ່​ໄປ​ວ່າ:

"ຂ້າພະ​ເຈົ້າຄິດ​ວ່າ ຈີນ​ໜ້າ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫລາຍ​ກ່ວາ ຖ້າວ່າ​ຈີນ​ບໍ່​ສະ​ແດງ​ທ່າ​ທີ​ໃດໆ ທີ່​ແບບ​ວ່າ​ບໍ່​ກົ້ມ​ຫົວ​ໃຫ້​ສະຫະລັດ ຫຼື​ບໍ່​ດັ່ງນັ້ນ​ ກໍ​ຫຼີກ​ທາງ​ໄປໂລດ ​ແຕ່​ກໍ​ສະຫງວນ​ທ່າ​ທີ​ຕົນໄວ້​ແດ່​ຈັກ​ໜ້ອຍ ​ແລະປ່ອຍ​ໃຫ້​ບັນດາ​ປະ​ເທດ​ໃນ​ຂົງ​ເຂດ​ ​ດໍາ​ເນີນ​ການໄປ​ຕາມ​ທີ່ພວກ​ເຂົາ​ເຈົ້າຕ້ອງການ​ແທ້ໆ​ນັ້ນ ຊຶ່ງ​ກໍ​ຄື​ ການ​ມີ​ຄວາມ​ສໍາພັນ​ທີ່​ດີ​ກັບ​ຈີນ​ໃນດ້ານ​ນຶ່ງ ​ແລະມີ​ຄວາມ​ສໍາພັນທີ່​ດີ​ກັບ​ສະຫະລັດ​ໃນ​ອີກ​ດ້ານ​ນຶ່ງ."

​ທາງ​ຝ່າ​ຍວໍ​ຊິງ​ຕັນນັ້ນ ບັນດາ​ເຈົ້າໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ຕ້ອງເຮັດໃຫ້​ເປັນ​ທີ່​ແຈ້ງ​ຂາວຢູ່ໃນກອງ​ປະຊຸມທັງ​ສອງ​ບັ້ນ​ນັ້ນວ່າ​ ປັກ​ປິ່ງ ​ແລະ​ສະຫະລັດ​ ມຸ້ງ​ໝັ້ນ​ທີ່​ຈະ​ປະຕິບັດ​ງານ​ຮ່ວມ​ກັນ. ທ່ານ Kurt Campbell ລັດຖະມົນຕີ​ຊ່ວຍ​ວ່າກາ​ນຕ່າງ​ປະ​ເທດ​ສະຫະລັດ​ກ່າວ​ວ່າ

“ນີ້​ຄື​ຂໍ້​ຄວາມ​ສໍາຄັນ​ຫຼາຍ​ທີ່​ຈະບອກ​ໃຫ້​ຮູ້ ​ເພາະຂ້າພະ​ເຈົ້າ​ຄິດວ່າ ​ມີ​ຢູ່​ເລື້ອຍ​ເກີນ​ໄປ ​ໃນ​ສະມາ​ຄົມ​ອາ​ຊ່ຽນ​ນັ້ນ ທີ່ມີ​ຄວາມ​ເປັນ​ຫ່ວງ​ວ່າ​ ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງໃຕ້​ ຫຼື​ເຂດ​ອື່ນໆ​ຂອງ​ເອ​ເຊຍ ຈະ​ກາຍ​ເປັນ​ຂົງ​ເຂດ​ນຶ່ງ​ທີ່​ມີ​ການ​ຊິງ​ດີຊິງ​ເດັ່ນ​ກັນ​ດ້ານ​ຍຸດ​ທະ​ສາດ​ທີ່​ອັນຕະລາຍ​ທີ່​ສຸດ ລະຫວ່າງ​ສະຫະລັດ ​ແລະ ຈີນ​."

​ແລະ​ທ່ານ Campbell ກ່າວ​ຕໍ່​ໄປ​ວ່າ ຄວາມພົວພັນ​ທາງດ້ານ​ເສ​ດຖະກິດ​ກັບ​ສະມາ​ຄົມ​ອາ​ຊ່ຽນ​ນັ້ນ ຈະ​ເປັນ​ພາກສ່ວນ​ທີ່ສໍາຄັນ​ທີ່​ສຸດ​ປະການ​ນຶ່ງ​ເຊ່ນ​ກັນ ​ຂອງ​ການ​ຢ້ຽມຢາມ​ຂອງ​ທ່ານ​ນາງລັດຖະມົນຕີ​ຄລິນ​ຕັນ​ໃນ​ຂົງ​ເຂດ​ເອ​ເຊຍ​ຄັ້ງ​ນີ້ ຊຶ່ງ​ທ່ານ​ຊີ້​ແຈງ​ຕໍ່​ໄປ​ວ່າ:

“ມັນຈະເປັນການ​ສໍາຄັນ​ຫຼາຍ ​ທີ່​ສະຫະລັດ​ຈະ​ສະ​ເໜີ​ແຜນການ​ລິ​ເລີ່​ມດ້ານ​ເສດຖະກິດ​ທີ່​ສະ​ເພາະ​ເຈາະ​ຈົງ​ຈໍານວນ​ນຶ່ງ​ ທີ່​ແນ​ເປົ້າໝາຍ​ໃສ່​ຂົງ​ເຂດ​ເອ​ເຊຍ​ຕາເວັນ​ອອກສຽງ​ໃຕ້ ​ແລະນັ້ນ​ກໍ​ຈະ​ເປັນການເນັ້ນ​ຍໍ້າ​ເຊ່ນ​ກັນ ​ເຖິງ​ຄວາມ​ມຸ້ງ​ໝັ້ນ​ໃນ​ລະດັບ​ສູງ​ສົມ​ຄວນ ຂອງ​ອາ​ເມຣິກາ​ຕໍ່​ດ້ານ​ທຸລະ​ກິດ."

ວີດີໂອລາຍງານພາສາອັງກິດ:

ຫຼັງ​ຈາກ​ກອງ​ປະຊຸມທີ່​ພະນົມ​ເປັນ​ສິ້ນ​ສຸດ​ລົງ​ແລ້ວ ສະຫະລັດ​ຈະ​ນໍາພາ​ນັກ ທຸລະ​ກິດ​ກຸ່ມໃຫຍ່​ທີ່​ສຸດກຸ່ມ​ນຶ່ງ​ຂອງ​ຕົນ​ ​ໄປ​ຍັງ​ເມືອງ Siem Reap ​ເພື່ອ​ ຮ່ວມ​ກອງ​ປະຊຸມປຶກສາ​ຫາລືເລຶ່ອງການ​ຂະຫຍາຍ​ເສດຖະກິດ ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຊຶ່ງ​ບັນດາ​ເຈົ້າໜ້າ​ທີ່ສະຫະລັດກ່າວ​ວ່າ ຈະ​ມີ​ຄະນະ​ລັດຖະມົນຕີ ​ແລະ​ຜູ້​ນໍາ​ຂອງ​ຂົງ​ເຂດ​ຫຼາຍໆ​ທ່ານ ​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ບັ້ນ​ນີ້​ນໍາ. ​ແລະ​ກ່ອນ​ເດີນທາງ​ໄປ​ກໍ​າປູ​ເຈຍ ທ່ານ​ນາງລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ຈະ​ແວ່​ຢ້ຽມຢາມ ສ​ປປ ລາວ ​ເປັນ​ເວລາ​ນຶ່ງ​ວັນ ​ໃນ​ວັນ​ພຸດ ທີ 11 ກໍລະກົດ​ນີ້.

XS
SM
MD
LG