ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ຈັບກຸມ ອະດີດ ເຈົ້າໜ້າທີ່ ຂັ້ນສູງ ຂອງ ສປຊ ໃນຂໍ້ຫາ ຮັບສິນບົນ


ທ່ານ John Ashe ອະດີດ ເອກ​ອັກຄະ​ລັດຖະທູດ ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ຈາກ​ປະ​ເທດອັງ​ຕີ​ກົວ​ແລະ​ບາ​ບູດາ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມ ຖະແຫລງຂ່າວ ຢູ່ທີ່ ສຳນັກງານໃຫຍ່ ຂອງ U.N., ວັນທີ 17 ກັນຍາ 2013.
ທ່ານ John Ashe ອະດີດ ເອກ​ອັກຄະ​ລັດຖະທູດ ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ຈາກ​ປະ​ເທດອັງ​ຕີ​ກົວ​ແລະ​ບາ​ບູດາ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມ ຖະແຫລງຂ່າວ ຢູ່ທີ່ ສຳນັກງານໃຫຍ່ ຂອງ U.N., ວັນທີ 17 ກັນຍາ 2013.

ອະດີດ​ປະທານ​ກອງປະຊຸມສະມັດຊາ​ໃຫຍ່​ ອົງການ​ສະຫະ​
ປະຊາ​ຊາດ ​ໄດ້​ຖືກ​ຈັບ​ກຸມ ​ຢູ່ໃນນະຄອນນິວຢອກ ​ແລະ​ຖືກ
​ກ່າວ​ຫາວ່າ​ ຮັບ​ສິນ​ບົນ ​ຫຼາຍກວ່ານຶ່ງ​ລ້ານ​ໂດ​ລາ ​ແລະທຳ​ການ
​ສໍ້​ໂກງ​ພາສີ​ ໃນແຜນການສົ່ງເສີມຜົນປະໂຫຍດ​ນັກທຸລະກິດ​ຈີນ
ຄົນນຶ່ງ ເປັນເວລາຫຼາຍ​ປີຜ່ານ​ມານີ້.

ບັນດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ ​ທ່ານ John Ashe ອາຍຸ 61 ປີ ​ເຄີຍ
​ເປັນ​ເອກ​ອັກຄະ​ລັດຖະທູດ ປະຈຳ​ອົງການ​ສະຫະ​ປະຊາ​ຊາດ
ຈາກ​ປະ​ເທດອັງ​ຕີ​ກົວ​ແລະ​ບາ​ບູດາ ແຕ່​ປີ 2004 ຈົນ​ເຖິງເວລາ​ທີ່
​ໄດ້​ຖືກ​ເລືອກ ໃຫ້​ເປັນ​ປະທານສະມັດຊາ​ໃຫຍ່​ອົງການ​ສະຫະ​
ປະຊາ​ຊາດສະ​ໄໝ​ທີ 68 ໃນ​ປີ 2013. ທ່ານ​ໄດ້​ຖືກ​ຈັບ​ກຸມ ເມື່ອ
​ຕອນ​ເຊົ້າ ວັນ​ອັງຄານ​ວານ​ນີ້ ຢູ່​ທີ່​ເຮືອນ​ຂອງ​ຜູ້ກ່ຽວ ​ໃນ​ເຂດ​ຊານເມືອງນະຄອນນິວຢອກ.

ຢູ່​ໃນ​ສຳນວນ​ຟ້ອງ 37 ໜ້ານັ້ນ ທ່ານ Preet Bharara ​ໄອ​ຍະ​ການ​ສະຫະລັດ ໃນເຂດພາກ
ໃຕ້ຂອງ​ນະຄອນ​ນິວຢອກ ​ໄດ້​ໃຫ້ລາຍ​ລະອຽດ​ກ່ຽວກັບຂໍ້​ກ່າວ​ຫາ​ຕໍ່​ທ່ານ Ashe ທີ່​ປະກອບ​ມີ
ການ​ຮັບ​ສິນ​ບົນ​ຢ່າງ​ນ້ອຍ 1 ລ້ານ 3 ​ແສນ​ໂດ​ລາ ​ໃນ​ປີ 2013 ​ແລະ 2014 ​ແລະ ບໍ່​ໄດ້​ເສຍ​
ພາສີ​ ​ໃຫ້​ສະຫະລັດ ​ສຳ​ຫລັບ​ເງິນ​ຈຳນວນ​ດັ່ງກ່າວ.

ທ່ານ Bharara ກ່າວ​ຢູ່​ທີ່​ກອງ​ປະຊຸມ​ຖະ​ແຫລງຂ່າວ ເພື່ອແຈ້ງໃຫ້ຊາບ ກ່ຽວກັບການ​ຟ້ອງ​
ຮ້ອງວ່າ "ຕາມທີ່ມີ​ການ​ກ່າວ​ຫາ ທ່ານ John Ashe ຮັບ​ເອົາ​ໂມງ Rolexe ຫຼາຍໜ່ວຍ ຊຸດ​ໃຫຍ່ທີ່​ຕັດ​ໃຫ້ສະ​ເພາະຫຼາຍ​ໂຕ ​ແລະ ​ເດີ່ນ​ເຫຼັ້ນກິລາບານ​ບ້ວງສ່ວນ​ຕົວ ຊຶ່ງ​ຜູ້​ທີ່​ເປັນ​ປະທານສະມັດຊາ​ ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ສະ​ໄໝທີ 68 ​ໄດ້​ຂາຍຕົວ​ເອງ ​ແລະ ສະ​ຖາ​ບັນ​ຂອງ​ໂລກ ທີ່​ຜູ້ກ່ຽວ​ໄດ້​ນຳພານັ້ນ."

UN Corruption
please wait
Embed

No media source currently available

0:00 0:02:21 0:00

XS
SM
MD
LG