ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ຈະຕັດ ກໍາລັງທະຫານ ລົງສູ່ ລະດັບຕໍ່າສຸດ (ວີດີໂອ)


Hagel Plans Biggest Army Cuts Since World War II
please wait

No media source currently available

0:00 0:02:15 0:00
ລິງໂດຍກົງ
ລັດຖະບານທ່ານ Obama ມີ​ແຜນ​ທີ່​ຈະ​ຕັດກໍາລັງ​ທະຫານ​
ຂອງກອງທັບບົກ ສະຫະລັດ ລົງ​ມາສູ່ລະດັບຕໍ່າສຸດ ນັບ​ແຕ່
ກ່ອນສົງຄາມ​ໂລກຄັ້ງ​ທີ່​ສອງ ເປັນຕົ້ນມາ.

ລັດຖະມົນຕີປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Chuck Hagel
​ໄດ້​ປະກາດ​ໃນ​ວັນ​ຈັນ​ວານ​ນີ້​ ​ກ່ຽວກັບການ​ຕັດ​ກໍາລັງ​ທະຫານ
ບົກ​ສະຫະລັດລົງ ໃນ​ລະຫວ່າງ 440,000 ​ຫາ 450,000 ຈາກ
ຈຳນວນ 570,000 ຄົນ ທີ່​ໄດ້​ເພີ້​ມຂື້ນ ຫລັງ​ຈາກການໂຈມຕີ
ຂອງພວກກໍ່ການຮ້າຍ ໃນວັນ​ທີ 11 ​ເດືອນ​ກັນ​ຍາ ປີ 2001.
ທ່ານ Hagel ຍັງ​ກ່າ​ວອີກ​ວ່າ ​ເຮືອບິນ​ໂຈມ​ຕີ A-10 ຂອງ​ກອງ
ທັບ​ອາກາດຈະ ​ຖືກປົດປະຈຳການ ​ແລະ ​ເຮືອບິນ​ສອດ​ແນມ
U-2 ຈະ​ຖືກແທນໂດຍເຮືອບິນ​ ທີ່​ບໍ່​ມີ​ຄົນ​ຂັບ.

ການສະ​ເໜີ​ງົບປະມານ​ຂອງ ທ່ານ Hagel ສຳລັບປີ 2015 ສະທ້ອນ​ເຖີງການ​ ຊຸກຍູ້ໃຫ້
ມີການຫລຸດຜ່ອນ​ການ​ໃຊ້​ຈ່າຍ​ທັງ​ໝົດຂອງລັດຖະບານລົງ ໃນຂະນະທີ່ ສົງຄາມ ທີ່ໃຊ້
ຈ່າຍເງິນຢ່າງຫຼວງຫຼາຍສິ້ນສຸດລົງຢູ່​ໃນອີຣັກ​ແລະອັ​ຟກາ​ນິສຖານ.

ທ່ານ Hagel ກ່າວ​ວ່າ ​ແຜນ​ດັ່ງກ່າວ ແມ່ນ​ຮັບ​ຮູ້ເຖິງສະພາບຄວາມ​ເປັນຈິງ​ດ້ານງົບປະ
ມານ ​ໃນ​ຂະນະ​ທີ່ເຮັດ​ໃຫ້ກອງທັບ​ສະ​ໄໝ​ໃໝ່ ຕຽ​ມພ້ອມ ຕັ້ງທ່າ ​ແລະ​ປະກອບທີ່ດີຂຶ້ນ
ເພື່ອຄໍ້າປະກັນຜົນ​ປະ​ໂຫຍ​ດຂອງອາ​ເມຣິກາ ​ໃນ​ຫລາຍ​ປີ​ຂ້າງ​ໜ້າ.

ບັນ​ດາ​ນັກວິ​ໃຈກ່າວ​ວ່າ ການ​ຫຼຸດ​ກໍາລັງ​ລົງນີ້ ຈະ​ເປັນ​ຜົນໃຫ້ກອງທັບ ມີຄວາມ ສາມາດ
ໃນ​ການ​ເອົາ​ຊະນະຝ່າ​ຍກົງກັນຂ້າມໄດ້ ​ແຕ່​ວ່າ ນ້ອຍ​ເກີນ​ໄປ​ ສຳລັບ ການ​ປະຕິບັດ​ງານ
​ລະຍະ​ຍາວ ຢູ່​ໃນ​ຕ່າງປະ​ເທດ.
XS
SM
MD
LG