ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກອງທັບ ສະຫະລັດ ຮັບຮູ້ເອົາ ບັນດາ ທະຫານ ແມ່ຍິງ ເຂົ້າສູ້ລົບ ທາງພາກ ພຶ້ນດິນ


ບັນດາຜູ້ສະໝັກ ທະຫານ Ranger ສະຫະລັດ ພາກັນແບກ ຖົງໜັກ ແລະອາວຸດ ຂຶ້ນພູ.
ບັນດາຜູ້ສະໝັກ ທະຫານ Ranger ສະຫະລັດ ພາກັນແບກ ຖົງໜັກ ແລະອາວຸດ ຂຶ້ນພູ.

ກອງທັບ​ສະຫະລັດ ​ໄດ້​ຮັບຮູ້​ເອົາ​ນາຍ​ທະຫານ​ແມ່ຍິງໄປປະຕິບັດ​ກາ​ນ​ສູ້​ລົບ​ທາງ​ພາກ​ພື້ນ​ດິນ ໂດຍປະຕິບັດ​ກົດ​ລະບຽບ​ໃໝ່​ທີ່ເປີດໜ້າ​ທີ່ໃຫ້​ແກ່ທະຫານແມ່ຍິງ ທຸກຄົນ​ໃນການສູ້​ລົບ​.

​ແມ່ຍິງ 22 ຄົນ​ເກືອບ​ເສັດ​ສິ້ນ​ການ​ເຝິກ​ແອບ​ເປັນນາຍ​ທະຫານ ​ຊຶ່ງ​ບັດ​ນີ້​ພວມຈະ​ເສັດ​ສິ້ນ​ການ​ເຝິກ​ແອບ​ຢູ່​ໃນ​ໂຮງຮຽນ​ພິ​ເສດ ​ເພື່ອ​ເຂົ້າ​ໃນ​ຜ​ະ​ແນ​ກລົດ​ຖັງ ຫລື​ຜະ​ແນ​ກທະຫານ​ບົກ. ກ່ອນ​ໜ້າ​ນີ້ ພວກ​ແມ່ຍິງ​ໄດ້​ຖືກ​ຫ້າມບໍ່ໃຫ້​ມີບົດ​ບາດສູ້​ລົບຢູ່​ແນວ​ໜ້າ ຮວມ​ທັງເປັນ​ທະ​ຫານ​ບົກນຳ.

ຖະ​ແຫລ​ງການ​ຂອງ​ກອງທັບ​ໃນ​ວັນ​ສຸກ​ວານ​ນີ້ ກ່າວ​ວ່າ ພວກ​ແມ່ຍິງ​ຍັງ​ຈະ​ຕ້ອງ​ໄດ້ສຳເລັດການອົບຮົມທີ່ຍັງຄົງຄ້າງຢູ່ລວມທັງຂໍ້ບັງຄັບຕ່າງໆທາງດ້ານຮ່າງກາຍ ກ່ອນຈະໄດ້ເປັນນາຍທະຫານສູ້ຮົບ. ​ໃນເດືອນທັ​ນວາ​ທີ່​ຜ່ານ​ມາ ລັດຖະມົນຕີ​ປ້ອງ​ກັ​ນປະ​ເທດ ທ່ານ Ash Carter ​ໄດ້​ປະກາດ​ວ່າ​ ທາງກອງທັບ​ຈະ​ເປີດ​ໜ້າ​ທີ່​ການ​ທັງ​ໝົດ​ໃຫ້​ແກ່ແມ່ຍິງ​ໃນ​ປີ​ນີ້ ​ໂດຍ​ກ່າວ​ວ່າ ກຳລັງ​ອາສາ​ສະໝັກ​ສູ້​ລົບ ຈະບໍ່​ສາມາດ​ເມີນເສີຍຕໍ່ ​ເຄິ່ງນຶ່ງ​ຂອງ​ປະຊາກອນທັງໝົດ​ໃນ​ສັດຕະວັດທີ່ 21 ນີ້ ທີ່​ຕ້ອງ​ການ “ດືງດູດ​ເອົາກຳລັງແຮງໃຫ້ໄດ້ຫຼາຍທີ່ສຸດ” ອັນລວມ​ທັງພວກ​ແມ່ຍິງນຳ.

US Miltitary Women
please wait
Embed

No media source currently available

0:00 0:00:37 0:00

ອ່ານຂ່າວເລື້ອງນີ້ເປັນພາສາອັງກິດ

XS
SM
MD
LG