ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ຊົມເຊີຍ ພັນທະມິດ ອາຣັບ ທີ່ຮ່ວມໂຈມຕີ ເປົ້າໝາຍ ກຸ່ມລັດອິສລາມ ໃນຊີເຣຍ (ສະໄລດ໌/ວີດີໂອ)


ກຳປັ່ນລົບ ສຫລ ຍິງລູກສອນໄຟຄຣູສ
ກຳປັ່ນລົບ ສຫລ ຍິງລູກສອນໄຟຄຣູສ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວຊົມ
ເຊີຍໃນ​ວັນ​ອັງຄານ​ວານ​ນີ້ ບັນດາປະເທດອາຣັບຈຳນວນ​ນຶ່ງ
ທີ່ເຂົ້າຮ່ວມ ກັບກຳລັງສະຫະລັດໃນການປະຕິບັດງານໂຈມຕີ
ເປົ້າໝາຍ ຂອງກຸ່ມຫົວຮຸນແຮງລັດອິສລາມຢູ່ໃນຊີເຣຍ ໂດຍ
​ເອີ້ນວ່າມັນເປັນ​ຮ່ອງ​ຮອຍທີ່ສະ​ແດງ​ວ່າປະ​ຊາ​ຊົນ​ໃນ​ພາກ​ຕາ
​ເວັນ​ອອກ​ກາງໄດ້​ພາ​ກັນລຸ​ກ​ຂຶ້ນຕໍ່​ສູ້​ເພື່ອໃຫ້​ມີ​ສັນຕິ​ພາບແລະ​
ຄວາມ​ໝັ້ນ​ຄົງ ທີ່​ປະ​ຊາ​ຊົນ ​ໃນ​ຂົງ​ເຂດ​ດັ່ງ​ກ່າວ ກໍ​ຄື​ ໃນ​ໂລ​ກ
ສົມຄວນ​ທີ່​ຈະ​ໄດ້​ຮັບນັ້ນ. ໄພສານມີລາຍງານກ່ຽວກັບເລື່ອງ
ນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ ກ່ອນ​ໜ້າທ່ານ​ໂອ​ບາ​ມາ​ ອອກ​ມາ​ກ່າວນັ້ນ ກຳ​ລັງ​ຂອງ​ສະ​ຫະ​ລັດ​ ແລະ​
ກຸ່ມ​ປະ​ເທດ​ພັນ​ທະມິດ​ອາ​ຣັບ ໄດ້​ໃຊ້​ເຮືອ​ບິນ​ລົບ ເຮືອ​ບິນ​ບໍ່​ມີ​ຄົນຂັບ ແລະ ​ລູກ​ສອນ​ໄຟ
​ຄ​ຣູ​ສ​ທີ່​ຍິງຈາກ​ກຳ​ປັ່ນໂຈ​ມ​ຕີເປົ້າ​ໝາຍ​ຫລາຍ​ສິບ​ແຫ່ງຂອງພວກ​ຫົວຮຸນ​ແຮງ​ລັດ​ອິ​ສ​ລາມ​
ໃນ​ຊີ​ເຣຍເປັນ​ເທື່ອ​ທຳ​ອິດ ຊຶ່ງເປັນ​ການ​ໂຈມ​ຕີຄັ້ງໃຫ​ຍ່​ທີ່​ສຸດ ນັບ​ຕັ້ງ​ແຕ່​ທ່ານ​ໂອ​ບາ​ມາ​ໄດ້
​ປະ​ກາດ​ ເກືອບ​ສອງ​ອາ​ທິດ​ມາ​ແລ້ວ​ວ່າ ສະຫະ​ລັດ​ຈະ​ທຳ​ການ​ຕໍ່​ສູ້​ເພີ້ມ​ຂຶ້ນ ຕ້ານ​ພວກຫົວ​
ຮຸນ​ແຮງກຸ່ມນີ້.

ເສຍໃຈ ທີ່ບໍ່ສາມາດເບິ່ງໄດ້ເທື່ອ ເວລານີ້


ປະ​ທາ​ນາ​ທິ​ບໍ​ດີ​ໂອ​ບາ​ມາ ​ໄດ້​ກ່າວ​ໃນ​ການ​ຖະ​ແຫຼງສັ້ນໆ ທາງ​ໂທລະພາບ​ວ່າ “​ອາ​ເມ​ຣິ​ກາ
ແມ່ນ​ ມີ​ຄວາມ​ພາກ​ພູມ​ໃຈ ​ທີ່​ໄດ້​ຢືນຄຽງ​ບ່າ​ຄຽງ​ໄຫລ່​ ກັບ​ບັນ​ດາ​ປະ​ເທດ​ເຫລົ່າ​ນີ້ ໃນນາມ
​ຂອງຄວາມ​ປອດ​ໄພຮ່ວມ​ກັນ​ ຂອງ​ພວກ​ເຮົາ. ຄວາມ​ເຂັ້ມ​ແຂງ​ຂອງ​ກຸ່ມ​ແນວໂຮມນີ້ ​ແມ່ນ​ໄດ້ສະ​ແດງ​ໃຫ້ໂລກ​ເຫັນ​ ຢ່າງ​ຈະ​ແຈ້ງວ່າ ມັນ​ບໍ່​ແມ່ນ​ການ​ຕໍ່​ສູ້​ ຂອງ​ອາເມ​ຣິ​ກາ​ແຕ່​ພຽງປະ​
ເທດ​ດຽວ. ​ເໜືອ​ສິ່ງ​ອື່ນ​ໃດ​ທັງ​ໝົດ ກໍ​ແມ່ນ​ວ່າ ປະ​ຊາຊົນ​ ແລະ​ລັດຖະ​ບານ​ ຂອງ​ປະ​ເທດ​
ຕ່າງໆ​ໃນ​ພາກ​ຕາ​ເວັນ​ອອກ​ກາງ​ໄດ້​ປະ​ຕິ​ເສດ ຕໍ່​ກຸ່ມ ISIL ແລະ​ລຸກຂຶ້ນ​ຕໍ່​ສູ້​ເພື່ອ​ໃຫ້​ມີ​ສັນ​
ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງທີ່​ປະ​ຊາ​ຊົນ ຢູ່​ໃນ​ຂົງ​ເຂດນັ້ນ ກໍ​ຄື​ໃນ​ໂລກ ​ສົມ​ຄວນ​ໄດ້​ຮັບ​.”

ຍັງບໍ່ທັນເປັນ​ທີ່​ຈະ​ແຈ້ງ​ໃນ​ທັນ​ທີ​ເທື່ອ​ວ່າມີ​ພວກ​ຫົວ​ຮຸນ​ແຮງຈັກ​ຄົນ​ໄດ້​ຖືກ​ຂ້າ​ຕາຍແຕ່ກຸ່ມ
ສິ້ງ​ຊອມ​ສິດ​ທິ​ມະ​ນຸດ​ໃນ​ຊີ​ເຣຍ ທີ່​ມີ​ສຳ​ນັກ​ງານ​ຢູ່​ອັງ​ກິດ ກ່າວ​ວ່າ ມີ​ພວກ​ນັກລົບຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ດັ່ງ​ກ່າວ ​ຢ່າງ​ໜ້ອຍ 120 ຄົນ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ການໂຈມຕີເປົ້າ​ໝາຍ​ ບໍ່​ຕ່ຳ​ກວ່າ 50 ​ແຫ່ງ ໃນ​ແຂວງ Raqqa ແລະ​ແຂວງ Deir al-Zor ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ. ທ່ານ Rami Abdulrahman ​ຫົວໜ້າ​ກຸ່ມ​ສິ້ງ​ຊອມ​ສິດທິ​ມະ​ນຸດ ທີ່​ຕິດ​ຕາມ​ເບິ່ງ​ສົງ​ຄາມ​ຢູ່​ໃນ​ຊີ​ເຣຍ ກ່າວ​ວ່າ ມີ​ຢ່າງໜ້ອຍ 300 ຄົນ ຮວມ​ທັງ​ສະ​ມາ​ຊິກ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ​
ແລະ​ກຸ່ມອ​າ​ລ​ກາ​ອີ​ດາ​ໄດ້​ຖືກ​ຂ້າ​ຕາຍ​ຫຼື​ບາດ​ເຈັບ ໃນ​ການ​ຖິ້ມ​ລະ​ເບີດ​ໂຈ​ມ​ຕີ​ຄັ້ງ​ນີ້.

ກອງບັນຊາການທະຫານສະຫະລັດສຳຫ​ລັບເຂດພາກຕາເວັນອອກກາງ ອາຟຣິກາເໜືອ ແລະ ເອເຊຍກາງ ຫລື CENTCOM ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາ​ກາດ 14 ຄັ້ງ ໄດ້​ສ້າງ​ຄວາມ​ເສຍ​ຫາຍ ຫຼື​ບໍ່​ກໍ​ທຳ​ລາຍ​ເປົ້າ​ໝາຍຫ໌າຍໆແຫ່ງ ​ຢູ່​ໃນ 4 ​ເຂດ​ໃນພາກ​ຕາເວັນ​ອອກ​ ຂອງ​ຊີ​ເຣຍ ຮ​ວມ​ທັງ​ເມືອງ Raqqa ​ທີ່​ໝັ້ນ​ຫລັກ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ​.

ປະ​ເທດ​ບາ​ຫ໌​ເຣນ ຈໍ​ແດັນ ກາ​ຕ້າ ຊາ​ອຸ​ດີ​ອາເຣ​ເບຍ ແລະ ​ສະ​ຫະ​ລັດ​ອາ​ຣັບ​ເອມີ​ເຣສ ໄດ້
​ປ​ະ​ກອບ​ສ່ວນ​ເຂົ້າ​ຮ່ວມຫຼື​ບໍ່​ກໍ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ໂຈມ​ຕີ​ຊຶ່ງ​ພົວ​ພັນ​ກັບ​ການ​ໃຊ້​
ເ​ຮືອ​ ບິນ​ລົບ ເຮືອ​ບິນ​ຖິ້ມ​ລະ​ເບີດ ເຮືອ​ບິນ​ບໍ່​ມີ​ຄົນ​ຂັບແລະ​ກຳປັ່ນ​ຍິງ​ລູກ​ສອນ​ໄຟ​ຄ​ຣູ​ສ.

ພົນ​ໂທ William Mayville ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ ​ທີ່​ທຳ​ນຽບ​ຫ້າ​ແຈ ​ໃນ​ວັນ​ອັງຄານ​
ວານ​ນີ້​ວ່າ “ການ​ໂຈມ​ຕີ​ໃນ​ຄືນ​ແລ້ວນີ້​ ແມ່ນ​ການ​ເລີ້ມ​ຕົ້ນ​ໃນ​ການ​ປະຕິບັດ​ການໂຈມ​ຕີທີ່​
ໜ້າ​ເຊື່ອ​ຖື​ແລະ ແກ່​ຍາວ​ ເພື່ອ​ທຳ​ລາຍ​ແລະ​ສ້າງ​ຄວາມ​ເສຍ​ຫາຍ ​ໃຫ້​ແກ່​ກຸ່ມ​ລັດ​ອິ​ສ​ລາມ.
ກາ​ນໂຈມ​ຕີ​ເພີ້ມ ​ຕື່ມ​ໃນ​ທຳ​ນອງ​ດຽວ​ກັນ​ນີ້ ຄາດ​ວ່າ​ຈະ​ມີ​ຂຶ້ນ​ຢ່າງ​ແນ່ນອນ.”

ຄລິກ ເພື່ອໃຫ້ຂະຫຍາຍ
ຄລິກ ເພື່ອໃຫ້ຂະຫຍາຍ

ປະ​ທາ​ນາ​ທິ​ບໍ​ດີ​ໂອ​ບາ​ມາ ​ໄດ້​ກ່າວ​ໃນ​ການ​ຖະ​ແຫຼງສັ້ນໆທາງ​ໂທ
ລະພາບ​ວ່າ “​ອາ​ເມ​ຣິ​ກາ​ແມ່ນ​ມີ​ຄວາມ​ພາກ​ພູມ​ໃຈ ​ທີ່​ໄດ້​ຢືນຄຽງ​ບ່າ​ຄຽງ​ໄຫລ່​ ກັບ​ບັນ​ດາ​ປະ​ເທດ​ເຫຼົ່າ​ນີ້ ໃ​ນ​ນາມ​ຂອງຄວາມ​ປອດ​ໄພຮ່ວມ​ກັນ​ຂອງ​ພວກ​ເຮົາ. ຄວາມ​ເຂັ້ມ​ແຂງ​ຂອງ​ກຸ່ມ​ແນວ​ໂຮມນີ້ ​ແມ່ນ​ໄດ້ສະ​ແດງ​ໃຫ້ໂລກ​ເຫັນ​ຢ່າງ​ຈະ​ແຈ້ງວ່າ ມັນ​ບໍ່​ແມ່ນ​ການ​ຕໍ່ ​
ສູ້​ຂອງ​ອາ​ເມ​ຣິ​ກາ​ແຕ່​ພຽງປະ​ເທດ​ດຽວ. ​ເໜືອ​ສິ່ງ​ອື່ນ​ໃດ​ທັງ​ໝົດ ກໍ​ແມ່ນ​ວ່າປະ​ຊາຊົນ​ແລະ​ລັດ​ຖະ​ບານ​ຂອງ​ປະ​ເທດ​ຕ່າງໆ​ໃນ​ພາກ​ຕາ​ເວັນ​ອອກ​ກາງ​ໄດ້​ປະ​ຕິ​ເສດ ຕໍ່​ກຸ່ມ ISIL ແລະ​ລຸກຂຶ້ນ​ຕໍ່​ສູ້​ເພື່ອ​ໃຫ້​ມີ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງທີ່​ປະ​ຊາ​ຊົນ ຢູ່​ໃນ​ຂົງ​ເຂດນັ້ນ ກໍ​ຄື​ໃນ​ໂລກ ​ສົມ​ຄວນ​ໄດ້​ຮັບ​.”

ຍັງບໍ່ທັນເປັນ​ທີ່​ຈະ​ແຈ້ງ​ໃນ​ທັນ​ທີ​ເທື່ອ​ວ່າ ມີ​ພວກ​ຫົວ​ຮຸນ​ແຮງຈັກ​ຄົນ​ໄດ້​ຖືກ​ຂ້າ​ຕາຍ ແຕ່ກຸ່ມ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ​ໃນ​ຊີ​ເຣຍ ທີ່​ມີ​ສຳ​ນັກ​ງານ​ຢູ່​ອັງ​ກິດ ກ່າວ​ວ່າ ມີ​ພວກ​ນັກລົບ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ດັ່ງ​ກ່າວ ​ຢ່າງ​ໜ້ອຍ 120 ຄົນ​ ໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ໂຈມຕີເປົ້າ​ໝາຍ​ ບໍ່​ຕ່ຳ​ກວ່າ 50 ​ແຫ່ງ ໃນ​ແຂວງ Raqqa ແລະ​ແຂວງ Deir al-Zor ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ. ທ່ານ Rami Abdulrahman ​ຫົວໜ້າ​ກຸ່ມ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ ທີ່​ຕິດ​ຕາມ​ເບິ່ງ​ສົງ​ຄາມ​ຢູ່​ໃນ​ຊີ​ເຣຍ ກ່າວ​ວ່າ ມີ​ຢ່າງໜ້ອຍ 300 ຄົນ ຮວມ​ທັງ​ສະ​ມາ​ຊິກ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ​ແລະ​ກຸ່ມອ​າ​ລ​ກາ​ອີ​ດາ​ໄດ້​ຖືກ​ຂ້າ​ຕາຍ​ຫຼື​ບາດ​ເຈັບ ໃນ​ການ​ຖິ້ມ​ລະ​ເບີດ​ໂຈ​ມ​ຕີ​ຄັ້ງ​ນີ້.

ກອງບັນຊາການທະຫານສະຫະລັດ ສຳຫ​ລັບເຂດພາກຕາເວັນອອກກາງ ອາ ຟຣິກາເໜືອ ແລະເອເຊຍກາງ ຫລື CENTCOM ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາ​ກາດ ໑໔ ຄັ້ງ ໄດ້​ສ້າງ​ຄວາມ​ເສຍ​ຫາຍ ​ຫຼື​ບໍ່​ກໍ​ທຳ​ລາຍ​ເປົ້າ​ໝາຍຫລາຍໆ ​ແຫ່ງ ​ຢູ່​ໃນ ໔ ​ເຂດ​ໃນພາກ​ຕາເວັນ​ອອກ​ຂອງ​ຊີ​ເຣຍ ຮ​ວມ​ທັງ​ເມືອງ Raqqa ​ທີ່​ໝັ້ນ​ຫລັກ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ​.

ປະ​ເທດ​ບາ​ຫ໌​ເຣນ ຈໍ​ແດັນ ກາ​ຕ້າ ຊາ​ອຸ​ດີ​ອາເຣ​ເບຍ ແລະ​ສະ​ຫະ​ລັດ​ອາ​ຣັບ​ເອ ມີ​ເຣສ ໄດ້​ປ​ະ​ກອບ​ສ່ວນ​ເຂົ້າ​ຮ່ວມ ​ຫຼື​ບໍ່​ກໍ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ໂຈມ​ຕີ​ຊຶ່ງ​ພົວ​ພັນ​ກັບ​ການ​ໃຊ້​ເ​ຮືອ​ບິນ​ລົບ ເຮືອ​ບິນ​ຖິ້ມ​ລະ​ເບີດ ເຮືອ​ບິນ​ບໍ່​ມີ​ຄົນ​ຂັບແລະ​ກຳປັ່ນ​ຍິງ​ລູກ​ສອນ​ໄຟ​ຄ​ຣູ​ສ.

ພົນ​ໂທ William Mayville ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ ​ທີ່​ທຳ​ນຽບ​ຫ້າ​ແຈ ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ “ການ​ໂຈມ​ຕີ​ໃນ​ຄືນ​ແລ້ວນີ້​ ແມ່ນ​ການ​ເລີ້ມ​ຕົ້ນ​ໃນ​ການ​ປະຕິບັດ​ການໂຈມ​ຕີ ​ທີ່​ໜ້າ​ເຊື່ອ​ຖື​ແລະແກ່​ຍາວ​ ເພື່ອ​ທຳ​ລາຍ​ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ກຸ່ມ​ລັດ​ອິ​ສ​ລາມ. ກາ​ນໂຈມ​ຕີ​ເພີ້ມ​ຕື່ມ​ໃນ​ທຳ​ນອງ​ດຽວ​ກັນ​ນີ້ ຄາດ​ວ່າ​ຈະ​ມີ​ຂຶ້ນ​ຢ່າງ​ແນ່ນອນ.”

Arab Participation

Click to enlarge
Click to enlarge

ການ​ໂຈມ​ຕີດັ່ງກ່າວ​ຍັງ​ໄດ້​ແກ່​ດຶງ​ເປັນ​ເທືີ່ອ​ທຳ​ອິດ ​ເອົາ​ວໍ​ຊິງ​ຕັນ​ເຂົ້າ​ໄປ​ສູ່ສົງ​ຄາມ​ກາງ​ເມືອງ​ໃນ​ຊີ​ເຣຍ ​ທີ່​ດຳ​ເນີນມາ​ໄດ້ 3 ປີ​ແລ້ວນັ້ນ ຊຶ່ງ​ໄດ້​ສັງ​ຫານ​ຢ່າງ​ໜ້ອຍ ໒ ແສນ​ຄົນ ແລະເຮັດ​ໃຫ້ອີກ​ຫຼາຍໆ​ລ້ານ​ຄົນ​ຕ້ອງ​ໄດ້​ອົບ​ພະ​ຍົບ​ຫລົບ​ໄພ. ກ່ອນ ໜ້ານີ້ ກອງ​ກຳ​ລັງ​ຂອງ​ສະ​ຫະ​ລັດ​ໄດ້​ໂຈມ​ຕີ​ເປົ້າ​ໝາຍ​ຂອງ​ພວກ​ຫົວ​ຮຸນ​ແຮງ​ລັດ ອິ​ສ​ລາມ​ຢູ່​ໃນ​ອີ​ຣັກ ບ່ອນ​ທີ່​ວໍ​ຊິງ​ຕັນ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ລັດ​ຖະ​ບານ ແຕ່​ໄດ້​ຢັ້ງ​ມື​ຈາກ​ການ​ເຂົ້າ​ພົວ​ພັນ​ທາງ​ທະ​ຫານ​ຢູ່​ໃນ​ຊີ​ເຣຍ ຍ້ອນ​ການ​ຄັດ​ຄ້ານຕໍ່​ປະ​ທາ​ນາ​ທິ​ບໍ​ດີ Bashar al-Assad.

ບໍ່ເປັນ​ການ​ຈະ​ແຈ້ງວ່າ ສະ​ຫະ​ລັດ​ໄດ້​ແຈ້ງ​ໃຫ້​ຊີ​ເຣຍ​ຊາບ ແບບ​ໃດ ກ່ອນ​ທຳ​ການ​ໂຈ​ມ​ຕີນັ້ນ.

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຂອງ​ລັດ​ຖະ​ບານ ທີ່​ປະ​ກາດອອກ​ທາງ​ໂທ​ລະ​ພາບ ຂອງ​ລັດນັ້ນ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊີ​ເຣຍ​ກ່າວ​ວ່າ ລັດ​ຖະ​ມົນ​ຕີ​ການຕ່າງ​ປະ​ເທດ ທ່ານ Walid al-Moualem ໄດ້ຮັບ​ຈົດ​ໝາຍ​ສະ​ບັບ​ນຶ່ງ​ຈາກ​ລັດຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ John Kerry ໂດຍ​ຜ່ານ​ລັດ​ຖະ​ມົນຕີ​ການ​ຕ່າງ​ປະ​ເທ​ດ​ອີ​ຣັກ ຊຶ່ງ​ລັດ​ຖະ​ບານ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ຊາວ​ຊີ​ໄອ​ທ໌ຢູ່​ທີ່​ນັ້ນ​ເປັນພັນ​ທະ​ມິດ​ທີ່​ໃກ້​ຊິດ​ຂອງ​ດາ​ມັ​ສ​ກັ​ສ.

ແຕ່ປາ​ກົດ​ວ່າ ທ່ານ​ນາງ Jen Psaki ໂຄ​ສົກ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ​ໄດ້​ໂຕ້​ແຍ້ງ​ກ່ຽວ​ກັບ​ເລື່ອງນີ້ ໂດຍ​ກ່າວ​ວ່າ ບໍ່​ໄດ້​ມີ​ການ​ຂໍ​ອະ​ນຸ​ຍາດ​ໃດໆ​ ແລະທ່ານ Kerry ກໍ​ບໍ່​ໄດ້​ສົ່ງ​ຈົດ​ໝາຍ​ໄປ​ຫາ​ຊີ​ເຣຍ.

ທ່ານ​ນາງ Psaki ເວົ້າ​ວ່າ “ພວກ​ເຮົາໄດ້ເຕືອນ​ຊີ​ເຣຍ ບໍ່​ໃຫ້​ແຊກ​ແຊງກັບ​ເຮືອ​ບິນ​ຂອງ​ສະ​ຫະ​ລັດ. ພວກ​ເຮົາ​ບໍ່​ໄດ້​ຂໍ​ອະ​ນຸ​ຍາດ​ຈາກ​ອຳ​ນາດ​ປົກຄອງ​ຊີ​ເຣຍ. ພວກ​ເຮົາ​ບໍ່​ໄດ້​ປະ​ສານການ​ປະ​ຕິ​ບັດ​ງານ​ຂອງ​ພວກ​ເຮົາ​ກັບຊີເຣຍ. ພວກ​ເຮົາ​ ບໍ່​ໄດ້​ແຈ້ງລ່ວງ​ໜ້າ​ໃຫ້ຝ່າຍ​ຊີ​ເຣຍ​ຊາບ ໃນ​ລະ​ດັບ​ທະ​ຫານ ຫລືວ່າສ​ະ​ແດງ​ຮ່ອງ​ຮອຍ​ໃດໆ​ໃຫ້​ຮູ້​ ກ່ຽວ​ກັບ​ກຳ​ນົດ​ເວລາ​ໂຈມ​ຕີ​ຕໍ່​ເປົ້າ​ໝາຍ​ທີ່​ສະ​ເພາະ​ເຈາະຈົງ​ໃດໆ. ລັດ​ຖະ​ມົນ​ຕີ Kerry ບໍ່​ໄດ້​ສົ່ງ​ຈົດ​ໝາຍ​ ໄປ​ຫາ​ອຳ​ນາດປົກ​ຄອງ​ຊີ ເຣຍ.”

ເມື່ອ​ຖືກ​ຖາມ​ວ່າ ມີ​ຮ່ອງ​ຮອຍ​ໃດ​ໆ​ບໍ ​ວ່າ​ກຳ​ລັງ​ຕໍ່​ຕ້ານ​ອາ​ກາດ​ສະ​ຍານ​ຂອງ​ຊີ​ເຣຍໄດ້​ແນ​ເປົ້າ​ໝາຍ​ໃສ່​ເຮືອ​ບິນ ​ຫລື​ລູກ​ສອນ​ໄຟຂອງ​ກຸ່ມ​ແນວ​ໂຮມ? ພົນ​ໂທ Mayville ກ່າວ​ແຕ່​ພຽງ​ວ່າ ບໍ່ ​ແຕ່ມີ​ການ​ແນ​ເຣ​ດ້າຕິດຕາມ​ເບິ່ງ​ຊື່ໆ ຊຶ່ງນັ້ນ​ໝາຍ ຄວາມ​ວ່າ​ ຊີ​ເຣຍ​ໄດ້ເລືອກ​ທີ່​ຈະ​ບໍ່​ທຳ​ການ​ເຄື່ອນ​ໄຫວ​ໃດໆ ​ທີ່​ອາດຖືກ​ເບິ່ງ​ເຫັນ​ວ່າ​ເປັນ​ການຂົ່ມ​ຂູ່ ​ຫຼື​ທ້າ​ທາຍ.

ພວກ​ນັກ​ລົບ​ຊຸນ​ນີ່​ຂອງ​ກຸ່ມ​ລັດ​ອິ​ສ​ລາມ ຊຶ່ງ​ໄດ້​ສ້າງ​ຕັ້ງການ​ປົກ​ຄອງ​ທາງ​ສາ​ສະ ໜາ​ຂຶ້ນ​ສຳ​ຫຼັບ​ພວກ​ທີ່​ນັບ​ຖື​ສ​າ​ສະ​ໜາ​ອິ​ສ​ລາມ​ທັງ​ໝົດ ​ທີ່ໄດ້​ສ້າງ​ຄວາມ​ຕື່ນ​ຕົກ ໃຈ​ໃຫ້​ແກ່​ພາກ​ຕາ​ເວັນ​ອອກ​ກາງ ໂດຍ​ການ​ເຂົ້າ​ຢຶດ​ເອົາ​ພາກ​ເໜື​ອ​ຂອງ​ອີ​ຣັກ​ໃນ ເດືອນ​ມິ​ຖຸ​ນາ​ຜ່ານ​ມານີ້. ພວກ​ເຂົາ​ໄດ້​ສ້າງ​ຄວາມ​ຕື່ນ​ຕົກ​ໃຈ ​ໃຫ້​ແກ່​ປະ​ເທດ​ຕາ​ເວັນ​ຕົກ​ເມື່ອສາມສີ່​ອາ​ທິດ​ຜ່ານ​ມານີ້ ໂດຍ​ໄດ້​ຕັດ​ຫົວ​ນັກ​ຂ່າວ​ອາ​ເມ​ຣິ​ກັນ 2 ຄົນ ແລະ​ພະ​ນັກ​ງານຊ່ອຍ​ເຫຼືອ​ຄົນ​ນຶ່ງ​ຂອງ​ອັງ​ກິດ ຊຶ່ງ​ພາ​ໃຫ້​ມີ​ຄວາມຢ້ານ​ກົວ​ກັນ​ວ່າ ພວກ​ເຂົາ​ອາດ​ຈະ​ທຳ​ການ​ໂຈມ​ຕີ​ປະ​ເທດ​ຕາ​ເວັນ​ຕົກ.

ກອງ​ບັນ​ຊາ​ການສຳ​ຫຼັບ​ເຂດ​ພາກ​ຕາ​ເວັນ​ອອກ​ກາງ​ຂອງ​ສະ​ຫະ​ລັດ​ແຈ້ງ​ໃຫ້​ຮູ້​ອີກ​ວ່າ ນອກນັ້ນ ກຳ​ລັງ​ອາ​ເມ​ຣິ​ກັນຍັງໄດ້​ທຳ​ການໂຈມ​ຕີ 8 ຖ້ຽວ​ ຕໍ່ພວກ​ອະ​ດີດ​ນັກ​ລົບ​ກໍ່​ການ​ຮ້າຍ​ອາ​ລກາ​ອີ​ດາກຸ່​ມນຶ່ງ ທີ່ຊື່ວ່າກຸ່ມ Khorasan ຢູ່​ທາງກ້ຳ​ຕາ​ເວັນ​ຕົກ​ຂອງ​ເມືອງ Aleppo. ​ການເຄື່ອນ​ໄຫວດັ່ງ​ກ່າວ ​ແມ່ນເປັນການ​ຕອບ​ໂຕ້ຕໍ່​ກາ​ນ​ວາງ​ແຜນໂຈມ​ຕີ ​ທີ່ສະຫະລັດ​ສືບ​ຮູ້​ມາ​ວ່າ ​ໃກ້​ຈະ​ມີ​ຂຶ້ນ​ຕໍ່​ເປົ້າ​ໝາຍຕ່າງໆທີ່​ເປັນ​ຜົນປະ​ໂຫຍດ​ຂອງ​ສະ​ຫະ​ລັດ​ແລະ​ປະ​ເທດ​ຕາ​ເວັນ​ຕົກ.

ປະ​ທາ​ນາ​ທິ​ບໍ​ດີ​ໂອ​ບາ​ມາ​ເວົ້າ​ວ່າ ​“ອີກ​ຄັ້ງ​ນຶ່ງ ມັນ​ຕ້ອງ​ເປັນ​ທີ່​ຈະ​ແຈ້ງ​ສຳ​ຫຼັບ​ທຸກໆຄົນ​ທີ່​ຈະ​ວາງ​ແຜນ​ໂຈມ​ຕີ​ອາ​ເມ​ຣິ​ກາ ແລະ​ທຳ​ຮ້າຍ​ຊາວ​ອາ​ເມ​ຣິ​ກັນ ວ່າ​ພວກ​ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ມີ​ບ່ອນ​ຫລົບ​ລີ້ ​ສຳ​ຫຼັບ​ພວກ​ກໍ່​ການ​ຮ້າຍ​ທີ່​ຄຸກ​ຄາມ​ປະ​ຊາ​ຊົນ​ຂອງພວກ​ເຮົາ.”

ປະ​ທາ​ນາ​ທິ​ບໍ​ດີ​ໂອ​ບາ​ມາ​ໄດ້ກ່າວ​ ​ເມື່ອ​ວັນ​ທີ ໑໐ ກັນ​ຍາ​ຜ່ານ​ມາ ວ່າທ່ານ​ໄດ້​ ​ອະ​ນຸ​ມັດ​ໃຫ້​ມີການ​ຂະ​ຫ​ຍາຍ​ການ​ໂຈມ​ຕີ​ທາງ​ອາ​ກາດເຂົ້າ​ໄປ​ໃນ​ຊີ​ເຣຍ ຕໍ່​ກຸ່ມ ລັດ​ອິ​ສ​ລາມ. ພວກ​ນັກ​ລົບນິ​ກາຍ​ຊຸນ​ນີ່​ຈຸດັ່ງ​ກ່າວ ຊຶ່ງປັດ​ຈຸ​ບັນ​ມີ​ອາ​ວຸດຂອງ​ສະ​ຫະ​ລັດ​ທີ່​ຢຶດ​ໄດ້​ໃນ​ເວ​ລາ​ບຸກ​ໂຈມ​ຕີ​ພາກ​ເໜືອ​ອີ​ຣັກ​ນັ້ນ ແມ່ນນຶ່ງ​ໃນ​ບັນດາ​ພວກ ຄັດຄ້ານທີ່​ເຂັ້ມ​ແຂງ​ທີ່ສຸດ ທີ່ຕໍ່ຕ້ານປະ​ທາ​ນາ​ທິ​ບໍ​ດີ Assad ​ຊຶ່ງນັບ​ຖື​ສາ​ສະ​ໜາ​ນິ​ກາຍ​ນຶ່ງ​ ທີ່​ມີກຳ​ເນີດ​ມາ​ຈາກ​ນິ​ກາຍ​ຊີ​ໄອ​ທ໌.

ນອກນັ້ນ ພວກກຸ່ມ​ລັດ​ອິສລາມ​ຍັງຕໍ່​ສູ້​ກັບ​ກຸ່ມ​ຊຸນ​ນີ່​ອື່ນໆ​ທີ່​ເປັນ​ຄູ່​ປໍ​ລະ​ປັກ​ຢູ່​ໃນ​ຊີ​ເຣຍ ຕໍ່ສູ້​ກັບ​ລັດ​ຖະ​ບານ​ທີ່​ນຳ​ພາ​ໂດຍ​ຊາວ​ຊີ​ໄອ​ທ໌​ໃນ​ອີ​ຣັກ ແລະກັບ​ກຳ​ລັງ​ຂອງ​ຊາວເຄີດ​ຢູ່​ໃນ​ທັງ​ສອງ​ຟາກ​ຂອງ​ຊາຍ​ແດນ ​ຊີ​ເຣຍ​ຕິດ​ກັບ​ອີ​ຣັກນັ້ນ.

ໃນ​ຮອບ​ອາ​ທິດ​ຜ່ານ​ມານີ້ ກຸ່ມລັດ​ອິສລາມຍັງ​ໄດ້​ບຸກຄື​ບໜ້າເຂົ້າ​ໄປ​ໃນເຂດ​ຢູ່​ອາ​ໄສ​ຂອງ​ຊາວ​ເຄີດ​ໃນ​ພາກ​ເໜືອ​ຊີ​ເຣຍ ​ເລາະ​ຕາມ​ຊາຍ​ແດນ​ເທີ​ກີ ທີ່​ເຮັດ​ໃຫ້​ຫຼາຍກວ່າ ໑໓໐໐໐໐ ຄົນ​ ຕ້ອງ​ໄດ້​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ຫຼົບ​ໄພຢູ່ໃນ​ເທີ​ກີ.

ກ່ອນ​ການ​ໂຈມ​ຕີ​ໃນຕອນ​ເຊົ້າ​ມືດ​ວັນ​ອັງ​ຄານ​ນັ້ນ ສະ​ຫະ​ລັດ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ ໑໙໐ ຖ້ຽວ ໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊ່ອຍ​ກຳ​ລັງ​ອີ​ຣັກ​ແລະ​ຊາວ​ເຄີດ ຂັບ​ໄລ່​ພວກ​ນັກ​ລົບ​ອິ​ສ​ລາມ ບໍ່​ໃຫ້​ເຂົ້າ​ໄປ​ໃກ້​ເຂດ​ທີ່​ມີ​ປະ​ຊາ​ຊົນ​ອາ​ໄສ​ຢູ່ ແລະ​ໂຮງ​ການ​ຂອງ​ລັດ​ຖະ​ບານນັ້ນ.

ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດອາ​ຣັບ ແມ່ນ​ມີ​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ ​ເພື່ອ​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ການ​ໂຈມ​ຕີ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສະ​ຫະ​ລັດ. ພັນ​ທະ​ມິດ​ບາງ​ປະ​ເທດ​ຂອງ​ສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ຍັງ​ມີ​ຄວາມ​ສົງ​ໄສ​ບໍ່​ແນ່​ໃຈ​ກ່ຽວ​ກັບ​ວ່າ ວໍ​ຊິງ​ຕັນ​ຈະ​ມຸ້ງ​ໝັ້ນຫຼາຍ​ປານ​ໃດ​ຕໍ່​ບັນ​ຫາ​ຂັດ​ແຍ້ງ ທີ່ເກືອບ​ວ່າທຸກໆ​ປະ​ເທດ​ຢູ່​ໃນ​ຂົງ​ເຂດຕ່າງ​ກໍ​ມີ​ສ່ວນ​ໄດ້​ສ່ວນ​ເສຍ ທ່າມ​ກາງ​ການ ແຕກ​ແຍກ​ທີ່​ມີ​ມາ​ເປັນ​ເວ​ລາ 1300 ປີ ລະ​ຫວ່າງ​ສາ​ສະ​ໜາ​ອິ​ສ​ລາມ​ນິ​ກາຍ​ຊຸນ​ນີ່ ແລະ​ຊີ​ໄອ​ທ໌.

ໂດຍ​ໄດ້​ຮັບ​ການ​ໜຸນ​ຫລັງຈາກ​ຈໍ​ແດັນ​ແລະ​ບັນ​ດາ​ປະ​ເທດ​ໃນ​ເຂດອ່າວ​ເປີ​ເຊຍ ນັ້ນ ວໍ​ຊິງ​ຕັນ​ຈຶ່ງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ ຈາກ​ບັນ​ດາ​ປະ​ເທດນັບ​ຖື​ນິ​ກາຍ​ຊຸນ​ນີ່​ ທີ່​ມີ​ຄວາ​ມກຽດ​ຊັງຕໍ່​ທ່ານ Assad ແຕ່​ແນວ​ໃດ​ກໍ​ຕາມ ວໍ​ຊິງ​ຕັ​ນ​ແມ່ນ​ຍັງ​ບໍ່​ທັນ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ທ່ານ Assad ເທື່ອ ຫລື​ພັນ​ທະ​ມິດ​ສຳຄັນຂອງ​ທ່ານ​ຢູ່ໃນ​ຂົງ​ເຂດ ​ກໍ​ຄື​ປະ​ເທດ​ອີ​ຣ່ານ​ ທີ່​ນັບ​ຖື​ນິ​ກາຍ​ຊີ​ໄອ​ທ໌.

ບັນ​ດາ​ພັນ​ທະ​ມິດ​ຕາ​ເວັນ​ຕົກ​ແຕ່​ໃດໆ​ມາ​ຂອງ​ສະຫະລັດ ຊຶ່ງຮວມ​ທັງ​ອັງ​ກິດທີ່ໄດ້​ເຮັດ​ສົງ​ຄາມ​ຄຽງ​ບ່າ​ຄຽງ​ໄຫລ່​ກັບ​ສະ​ຫະ​ລັດ​ ຢູ່​ໃນ​ອີ​ຣັກ​ແລະ​ອັ​ຟ​ກາ​ນິ​ສ​ຖານນັ້ນ ມາ​ຮອດ​ປັດ​ຈຸ​ບັນ​ຍັງ​ບໍ່​ທັນ​ເຂົ້າ​ຮ່ວມ​ໃນ​ການ​ໂຈມ​ຕີ​ເທື່ອ. ຝຣັ່ງ​ໄດ້​ທຳ​ການ​ໂຈມ​ຕີ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາມໃນ​ອີ​ຣັກ ແຕ່​ບໍ່​ແມ່ນ​ໃນ​ຊີ​ເຣຍ.

ສ່ວນ​ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍ ທ່ານ Tony Abbott ໄດ້​ກ່າວ​ຊົມ​ເຊີຍ ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ ໂດຍ​ເວົ້າ​ວ່າ ຄວາມ​ພະ​ຍາ​ຍາມ​ຂອງ​ນາໆ​ຊາດ​ແມ່ນຈຳ​ເປັນ ​ເພື່ອ​ປາບ​ປາມ​ໄພ​ຂົ່ມ​ຂູ່​ຂອງ​ກຸ່ມ​ລັດ​ອິ​ສ​ລາມ. ອອ​ສ​ເຕ​ຣ​ເລຍ​ໄດ້​ຮັບປາກ ​ທີ່​ຈະ​ສົ່ງ​ທະ​ຫານ 600 ຄົນ ແລະ​ເຮືອ​ບິນ​ລົບ 8 ລຳໄປ​ຊ່​ອຍ.

ທ່ານ Abbott ກ່າວ​ຕໍ່​ສະ​ພາ​ແຫ່ງ​ຊ​າດ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ນີ້​ແມ່ນ​ບັນ​ຫາ ຂອ​ງ​ໂລກ ນີ້​ແມ່ນ​ພວກ​ຫົວ​ຮຸນ​ແຮງ​ແລະ​ໂຫດ​ຮ້າຍ​ປ່າ​ເຖື່ອນ ແລະ​ອາດ​ຈະ​ກາຍ ເປັນ​ພວກ​ກໍ່​ການ​ຮ້າຍ​ຢູ່​ໃນ​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ.”

ໃນ​ອາ​ທິດນີ້ ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ​ຂອງອອ​ສ​ເຕ​ຣ​ເລຍ​ໄດ້​ປະ​ຕິ​ບັດ​ງານ​ຕໍ່ ຕ້ານ​ພວກ​ກໍ່​ການ​ຮ້າຍ ຢູ່​ໃນ​ 25 ແຫ່ງ ທີ່​ນະ​ຄອນ​ຊິດ​ນີ ແລະ ບ​ຣິ​ສ​ເບນ ຫລັງ ຈາກ​ເຈົ້າ​ໜ້າ​ໄດ້​ເຕືອນ​ກ່ຽວ​ກັບ​ການ​ໂຈມ​ຕີ ​ທີ່​ອາດ​ມີ​ຂຶ້ນ​ໂດຍ​ພວກ​ທີ່​ກັບ​ຄືນ​ມາ​ຈາກ​ບັນ​ຫາ​ຂັດ​ແຍ້ງ​ໃນ​ພາກ​ຕາ​ເວັນ​ອອກ​ກາງ. ເຈົ້າ​ໜ້າ​ທີ່​ສືບ​ລັບ​ກະ​ປະ​ມານ​ວ່າ ມີ​ຊາວອອ​ສ​ເຕ​ຣ​ເລຍ ໖໐ ຄົນ​ ພວມ​ຮ່​ວມ​ສູ້​ລົບກັບກຸ່ມຫົວ​ຮຸນ​ແຮງ.

ການກວດ​ລ້າງ​ຍັງຜົນໃຫ້ ໒ ຄົນ​ ​ຖືກ​ຟ້ອງ​ຮ້ອງໃນ​ຂໍ້​ຫາ​ທີ່​ຮ້າຍ​ແຮງ.

ສ່ວນ​ຢູ່ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ ຣັດ​ເຊຍ​ເວົ້າ​ວ່າ ການ​ໂຈມ​ຕີ​ດັ່ງ​ກ່າວ ຄວນໄດ້​ມີ​ການ​ຕົກ​ລົງ​ກັນ​ກັບ​ດາ​ມັ​ສ​ກັ​ສ​ທີ່​ເປັນ​ພັນ​ທະ​ມິດ​ຂອງ​ຕົນ ແລະ​ຈະ​ກໍ່​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ຢູ່​ໃນ​ພູ​ມີ​ພາກ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ການ​ກະທຳ​ໃດໆ​ກໍ​ຕາມ​ໃນ​ທຳ​ນອງນີ້ ຈະ​ສາ​ມາດ​ມີ​ຂຶ້ນ​ໄດ້ ​ກໍ​ຕໍ່​ເມື່ອ​ມັນ​ສອດ​ຄ່ອງ​ກັບ​ກົດໝາຍນາໆ​ຊາດ​ເທົ່າ​ນັ້ນ ​ແລະນັ້ນ​ບໍ່​ໄດ້​ໝາຍເຖິງ ການແຈ້ງໃຫ້​ຊາບ​ຢ່າງ​ເປັນທາງການ​ແຕ່​ພຽງ​ຝ່າຍ​ດຽວ ແຕ່ໝາຍ​ຄວາມ​ວ່າ ຕ້ອງ​ມີ​ການ​ຍິນ​ຍອມ​ເຫັນ​ພ້ອມ​ນຳ​ຢ່າງ​ຈະ​ແຈ້ງ​ ຂອງ​ລັດຖະ​ບານ​ຊີ​ເຣຍ ຫລື​ການ​ອະ​ນຸ​ມັດ​ທີ່​ມາ​ຈາກ ການ​ຕັດ​ສິນ​ໃຈ​ທີ່​ກ່ຽວຂ້ອງ​ກັບ​ເລື້ອງ​ນີ້ ຂອງ​ສະ​ພາ​ຄ​ວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ.”

US, Allies Hit Islamic State, Al-Qaida Affiliate in Syria
please wait

No media source currently available

0:00 0:02:09 0:00

XS
SM
MD
LG