ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດແລະຫລາຍປະເທດ ເຊັນຂໍ້ຕົກລົງປາມປາມ ການບຸກຈີ້ກໍ່າປັ່ນ ແລະການປອມແປງສິນຄ້າ


ທ່ານ Koichiro Gemba ລັດຖະມົນຕີຕ່າງປະເທດຍີ່ປຸ່ນ (AP Photo/Shizuo Kambayashi)
ທ່ານ Koichiro Gemba ລັດຖະມົນຕີຕ່າງປະເທດຍີ່ປຸ່ນ (AP Photo/Shizuo Kambayashi)

ສະຫະລັດແລະອີກຫລາຍໆປະເທດໄດ້ເຊັນຂໍ້ຕົກລົງສະບັບນຶ່ງທີ່ແນເປົ້າໝາຍໃສ່ການປາບ
ປາມການບຸກຈີ້ກໍ່າປັ່ນ ແລະການລັກຂະ​ໂມ​ຍຊັບສິນທາງປັນຍາ.

ທ່ານ Koichiro Gemba ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ໄດ້ເປັນເຈົ້າພາບພິທີເຊັນຂໍ້ຕົກ
ລົງດັ່ງກ່າວ​ໃນວັນເສົາວານນີ້ ທີ່ນະຄອນຫລວງໂຕກຽວ ທ່ານນາງ Miriam Sapiro ຮອງລັດມົນຕີກະຊວງການຄ້າສະຫະລັດ ເປັນຜູ້ຕ່າງໜ້າສະຫະລັດ ​ເຂົ້າຮ່ວມໃນພິທີ
ດັ່ງກ່າວ.

ສະຫະລັດ ອອສເຕຣເລຍ ຄານາດາ ສະຫະພາບຢູໂຣບ ຍີ່ປຸ່ນ ແມ໊ກຊິໂກ ໂມຣ໊ອກໂກ
ນີວຊີແລນດ໌ ສິງຄະໂປ ເກົາຫລີໃຕ້ ແລະ ສວິດເຊີແລນດ໌ ໄດ້ເຈລະຈາ​ເຮັດ​ຂໍ້​ຕົກລົງ​ສະບັບ
ນີ້ ທີ່ເອີ້ນວ່າ ACTA ນັ້ນ ມາ​ເປັນ​ເວລາຫລາຍປີ.

ແຕ່ກຸ່ມ 27 ປະເທດສະຫະພາບຢູໂຣບ ກັບແມ໊ກຊິໂກແລະສວິດເຊີແລນດ໌ ຍັງບໍ່ໄດ້ເຊັນ
ຂໍ້ຕົກລົງດັ່ງກ່າວ​ໃນວັນເສົາວານນີ້ ​ແຕ່ຄາດວວ່າພວກເຂົາ ເຈົ້າຈະເຂົ້າຮ່ວມ​ເປັນ​ພາຄີ
ພາຍໃນ​ເດືອນ​ພຶດສະພາ ປີ 2013.

ຄາດວ່າຂໍ້ຕົກລົງກັນດັ່ງກ່າວນີ້ ຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ການຟ້ອງຮ້ອງ
ທາງຄະດີແພ່ງແລະອາຊະຍາກໍາ ຕໍ່ຕ້ານພວກຜະລິດສິນຄ້າປອມແລະພວກລັກລອບ
ຄ້າ​ຂາຍ​ຍີ່ຫໍ້ປອມຕ່າງໆ ເວລາເລິ່ມມີຜົນບັງຄັບໃຊ້ພາຍໃນບໍ່ເທົ່າໃດເດືອນຕໍ່ໜ້ານີ້.

XS
SM
MD
LG