ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທູດສະຫະລັດ ປະຈຳ ສປຊ ແນເປົ້າໝາຍໃສ່ ອີຣ່ານ ແລະກຸ່ມເຮສໂບລາ


ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Nikki Haley ເຂົ້າຮ່ວມປະຊຸມສະພາຄວາມໝັ້ນຄົງ ສະຫະປະຊາຊາດ.
ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Nikki Haley ເຂົ້າຮ່ວມປະຊຸມສະພາຄວາມໝັ້ນຄົງ ສະຫະປະຊາຊາດ.

ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ສະຫະ​ປະຊາ​ຊາດ ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ອີຣ່ານ
ແລະກຸ່ມ​ທະຫານ​ບ້ານ Hezbollah ​ທີ່​ເປັນ​ສະໝຸ​ນ ໃນ​ວັນ​ພະຫັດ​ວານ​ນີ້ ​ໂດຍກ່າວ​ວ່າ ສະຫະລັດ​ ຈະເອົາ​ມາດ​ຕະການ ​ຕ້ານ “ການ​ຄຸກ​ຄາມ ທີ່​ເປັນ​ອັນຕະລາຍ​ເພີ່ມຂຶ້ນ” ດັ່ງ
ກ່າວ.

ຢູ່​ໃນ​ກອງ​ປະຊຸມປະ​ຈຳ​ເດືອນ ​ຂອງສະພາຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດທີ່ໄດ້​ເນັ້ນ
​ໜັກ​ໃສ່ພາກ​ຕາ​ເວັນ​ອອກ​ກາງ ​ໂດຍ​ສະ​ເພາະແລ້ວ ​ແມ່ນບັນຫາອິສຣາ​ແອ​ລກັບປາ​
ແລ​ສ​ໄຕນ໌ນັ້ນ ທ່ານ​ນາງ Nikki Haley ກ່າວ​ວ່າ ສະພາ​ຄວນ​ທີ່ ຈະ​ໃຫ້​ຄວາມ​ສົນ​ໃຈ​
ເພີ່ມ​ຂຶ້ນ ​ເພື່ອທີ່​ແນ​ໃສ່​ການ​ຂົ່ມຂູ່​ອື່ນໆ​ຢູ່​ໃນ​ຂົງ​ເຂດ.

ທ່ານ​ນາງ​ກ່າວ​ວ່າ “ພວກ​ເຮົາ​ຕ້ອງການ​ເລີ້ມ ​ດ້ວຍຫົວໜ້າ​ຜູ້​ກະທຳ​ຜິດ ອີຣ່ານ ​ແລະ ​ຄູ່​
ຮ່ວມ​ງານ ຄືກຸ່ມ​ທະຫານ​ບ້ານ Hezbollah” ​ໂດຍ​ກ່າວ​ເຖີງກຸ່​ມຫົວ​ຮຸນແຮງຊີ​ໄອ​ໃນ​ເລ
​ບາ​ນອນ​ຊຶ່ງ​ສະຫະລັດ​ໄດ້​ລະບຸ​ໄວ້​ວ່າ​ເປັນ​ອົງການ​ກໍ່​ການ​ຮ້າຍ. ທ່ານ​ນາງ​ກ່າວ​ວ່າ ​ທັງ​
ສອງ​ພວກ​ນີ້ ​ໄດ້​ສົມຮູ້​ຮ່ວມ​ຄິດກັນ ​ເພື່ອ​ເຮັດ​ໃຫ້​ຂົງ​ເຂດ ​ບໍ່ມີ​ຄວາມທຸ່ນທ່ຽງ​ໂດຍຜ່າ​ນ
ການກໍ່​ການ​ຮ້າຍ​ແລະ​ການປະ​ຕິ​ບັດ​ງານທາງ​ທະຫານ.

ທ່ານ​ນາງ​ Haley ກ່າວເຖິງອີຣ່ານ ​ແລະກຸ່ມ Hezbollah ທີ່ພົວພັນ​ກັບບັນຫາຂັດ​ແຍ້​ງ
​ຢູ່​ໃນ​ຊີ​ເຣຍວ່າ “ມື້​ນີ້ ​ເຂົາ​ເຈົ້າ​ໄດ້ອູ້ມຊູ​ອຳນາດ​ການ​ປົກຄອງ​ທີ່​ໂຫດຮ້າຍປ່າ​ເຖື່ອນ​ຂອງ
Bashar al-Assad ທຳ​ການສູ້​ລົບ​ຄຽງບ່າ​ຄຽງ​ໄຫລ່ ​ກັບ​ກຳລັງ​ຂອງ​ຜູ້ກ່ຽວ ​ມີ​ສ່ວນ​ໃນ​
ການ​ສັງຫານ​ພົນລະ​ເຮືອນ ​ຫລາຍ​ພັນ​ຄົນ ​ແລະ​ຄວາມທຸກ​ທໍລະມານ ຂອງ​ອົບ​ພະຍົບ
ຫລາຍ​ລ້ານ​ຄົນ. ທ່ານ​ນາງ​ກ່າວ​ເພີ້​ມອີກ​ວ່າ ”​ເຂົາ​ເຈົ້າ​ຍັງໄດ້ເຝິກ​ແອບ​ພວກ​ທະຫານ
​ບ້ານທີ່​ໜ້າ​ຢ້ານ​ກົວ​ຢູ່​ໃນ​ອີຣັກ ແລະ​ປະກອບ​ອາວຸດ​ໃຫ້​ແກ່ພວກ​ຫົວ​ຮຸນ​ແຮງ Houthi
​ຢູ່ໃນ​ເຢ​ເມນ.”

ທ່ານ​ນາງ​ໄດ້​ເຕືອນ​ວ່າ “​ໃນ​ຂະນະ​ທີ່ສະພານີ້ໄດ້​ໃຫ້​ຄວາມ​ສົນໃຈ​ພຽງ​ເລັກນ້ອຍຕໍ່ການ​
ຄຸກ​ຄາມ​ທີ່ເປັນ​ຕະລາຍ​ເພີ່ມ​ຂຶ້ນ​ດັ່ງກ່າວ​ນີ້ ສະຫະລັດ​ຈະ​ບໍ່ ພວກ​ເຮົາ​ຈະ​ກ່າວ​ອອກ​ມາ
​ກ່ຽວ​ກັບ​ເລື່ອງ​ອີຣ່ານ ​ແລະກຸ່ມ Hezbollah ​ແລະ​ພວກ​ເຮົາ​ຈະ​ເອົາ​ມາດ​ຕະການ​ຕໍ່​ຕ້ານ
​ພວກ​ທີ່​ບໍ່ເຄົາລົບ​ນັບຖື​ກົົດໝາຍນີ້.”

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ Rex Tillerson.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ Rex Tillerson.

ການ​ໃຫ້​ຄວາມ​ເຫັນ​ຢ່າງ​ແຮງ​ ຂອງ​ເອກ​ອັກ​ຄະ​ລັດ​ທະ​ທູດສະຫະລັດ ​ມີ​ຂຶ້ນ​ນຶ່ງ​ມື້ ​ຫລັງ​ຈາກລັດຖະມົນຕີ​ກະຊວງ​ຕ່າງ​ປະ​ເທດ​ສະຫະລັດ ທ່ານ Rex Tillerson ​ໄດ້​ຕິຕຽນ​ອີ
ຣ່ານ ​ໂດຍກ່າວ​ວ່າ ​ໃນ​ຂະນະ​ທີ່ປະ​ເທດ​ດັ່ງກ່າວ ​ປະຕິບັດ​ຕາມພັນທະ​ ພາຍ​ໃຕ້​ແຜນ
ປະຕິບັດ​ງານ​ຮ່ວມ​ຮອບດ້່ານ​ຂອງຂໍ້​ຕົກລົງ​ລະຫວ່າງ ຫົກ​ປະ​ເທດ​ມະ​ຫາ​ອຳນາດແລະ
​ອີຣ່ານ​ໃນ​ປີ 2015 ຊຶ່ງຂໍ້​ຕົກລົງນີ້ ​ບໍ່​ໄດ້​ຢຸດ​ຄວາມ​ສາມາດ​ຂອງອີຣ່ານ ​ແລະ​ຄວາມ​ຕັ້ງ​
ໃຈ ​ທີ່​ຈະ​ພັດທະນາ​ອາວຸດ​ນິວ​ເຄລຍ.

​ທ່ານ Tillerson ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວໃນ​ວັນ​ພະຫັດ​ທີ່​ຜ່ານມາ​ວ່າ “ການທີ່​ບໍ່​ໄດ້​
ກວດ​ສອບ​ອີຣ່ານອາດມີ​ໂອກາດ​ທີ່​ຈະເຮັດໃຫ້​ອີ​ຣ່ານ​ເດີນຕາມທາງ​ເສັ້ນທາງ​ດຽວກັນ​
ເກົາຫລີ​ເໜືອ ​ແລະນຳເອົາ​ໂລກ​ໄປພ້ອມ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG