ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າໜ້າທີ່ນັກການທູດ ອາວຸໂສ ຂອງ ສຫລ ເຂົ້າຮ່ວມເປັນຜູ້ສັງເກດການ ເຈລະຈາ ສັນຕິພາບ ຂອງຊີເຣຍ


ພວກພົນລະເຮືອນ ເຕົ້າໂຮມກັນ ອ້ອມຊາກທີ່ຍັງເຫຼືອ ຂອງລົດລະເບີດ ໃນສູນອົບພະຍົບ Rukban ສຳລັບ ຊາວຊີເຣຍ ທີ່ຖືກພັດພາກຈາກຖິ່ນຖານ, ຢູ່ໃນເຂດແດນ ຂອງຊີເຣຍ ຕິດກັບຊາຍແດນຂອງຈໍແດນ, ວັນທີ 21 ມັງກອນ 2017.
ພວກພົນລະເຮືອນ ເຕົ້າໂຮມກັນ ອ້ອມຊາກທີ່ຍັງເຫຼືອ ຂອງລົດລະເບີດ ໃນສູນອົບພະຍົບ Rukban ສຳລັບ ຊາວຊີເຣຍ ທີ່ຖືກພັດພາກຈາກຖິ່ນຖານ, ຢູ່ໃນເຂດແດນ ຂອງຊີເຣຍ ຕິດກັບຊາຍແດນຂອງຈໍແດນ, ວັນທີ 21 ມັງກອນ 2017.

ສະຫະລັດ ໄດ້ເວົ້າໄປ ໃນວັນເສົານີ້ວ່າ ຈະບໍ່ສົ່ງຄະນະຜູ້ແທນໄປຮ່ວມປະຊຸມ
ສັນຕິພາບ ຂັ້ນປະຖົມມະເລີກ ຂອງຊີເຣຍ ໃນອາທິດໜ້າ ທີ່ນະຄອນຫຼວງ ອາສຕານາ ຂອງກາສັກສະຖານ ແຕ່ຈະສົ່ງນັກສັງເກດການຂັ້ນນຳ ທາງການທູດໄປຮ່ວມ ແທນ.

ທ່ານ George A. Krol ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ປະເທດກາສັກສະຖານ.
ທ່ານ George A. Krol ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ປະເທດກາສັກສະຖານ.

ກະຊວງການຕ່າງປະເທດ ສະຫະລັດ ເວົ້າວ່າ ຍ້ອນຄວາມຫຍຸ້ງຍາກດ້ານວຽກງານ ໄລຍະຂ້າມຜ່ານ ຂອງປະທານານາທິບໍດີ ສະຫະລັດ ທ່ານ George Krol ເອກອັກຄະຣັດຖະທູດ ສະຫະລັດ ປະຈຳ ກາສັກສະຖານ ຈຶ່ງຈະເປັນຜູ້ໄປຮ່ວມ ກອງປະຊຸມດັ່ງກ່າວ ຊຶ່ງຈັດຂຶ້ນ ໂດຍ ຣັດເຊຍ ພັນທະມິດຂອງ ຊີເຣຍ ພ້ອມກັບ
ເທີກີ ແລະ ອີຣ່ານ ໂດຍບໍ່ໄດ້ຮັບຄວາມເຫັນໃດໆຈາກ ສະຫະລັດ.

ປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad ເວົ້າວ່າ ຣັດຖະບານຂອງທ່ານ ພ້ອມແລ້ວ ທີ່ຈະ “ສົນທະນາທຸກສິ່ງທຸກຢ່າງ” ຢູ່ໃນກອງປະຊຸມ ຊຶ່ງຈະເລີ່ມຂຶ້ນ ໃນວັນຈັນມື້ອື່ນ ຊຶ່ງພວກພັກຝ່າຍກະບົດເວົ້າວ່າ ພວກເຂົາ ຈະສຸມຈຸດສົນໃຈໃສ່ ແຕ່ສະເພາະເລື່ອງບັງຄັບໃຊ້ ສັນຍາສະຫງົບເສິກ ທີ່ພວມດຳເນີນໄປຢູ່ ແລະ ບັນຫາ ຕ່າງໆທາງດ້ານມະນຸດສະທຳ. ນອກນັ້ນ ພວກກະບົດຍັງໄດ້ເຮັດໃຫ້ເປັນທີ່ແຈ້ງຂາວ
ວ່າ ພວກເຂົາຈະບໍ່ເຈລະຈາຂໍ້ແກ້ໄຂບັນຫາການເມືອງ ຕໍ່ວິກິດຕະການນີ້ເທື່ອ.

ຍິ່ງຫຍຸ້ງຍາກໄປກວ່ານັ້ນອີກ ສຳລັບຄວາມພະຍາຍາມ ສ້າງສັນຕິພາບນີ້ ກໍຄື ພວກ
ຫົວຮຸນແຮງ ຟາຕາ al-Sham ທີ່ເຊື່ອມໂຍງກັບ ອາລກາຍດາ ທີ່ເປັນຝ່າຍຄອບງຳ ສະພາບການກໍຈະບໍ່ເຂົ້າຮ່ວມ ໃນກອງປະຊຸມຄັ້ງນີ້ ໂດຍເອີ້ນມັນວ່າ “ການສົມຮູ້ ຮ່ວມຄິດ”. ຖະແຫຼງການສະບັບນຶ່ງ ຂອງພວກຈີຮາດ ໃນວັນເສົາຜ່ານມາ ກໍເວົ້າຄື
ກັນກັບພວກກະບົດ ກ່ຽວກັບກອງປະຊຸມດັ່ງກ່າວ ກ່ຽວກັບຄວາມຖືກຕ້ອງ ຕາມ ກົດໝາຍຂອງຮັດຖະບານ ອາສຊາດ ຊຶ່ງພວກກະບົດກຳລັງຕໍ່ສູ້ ເພື່ອຫາທາງໂຄ່ນ
ລົ້ມມາ ຕັ້ງແຕ່ປີ 2011 ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG