ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເອກອັກຄະລັດຖະທູດ ສຫລ ຈະພົບປະ ກັບຜູ້ນໍາ ຝ່າຍຄ້ານ ອິນເດຍ


ເອກອັກຄະລັດຖະທູດ ສະຫະລັດ ປະຈໍາກຸງ ນິວເດລີ ປະເທດອິນເດຍ ທ່ານນາງ Nancy Powell
ເອກອັກຄະລັດຖະທູດ ສະຫະລັດ ປະຈໍາກຸງ ນິວເດລີ ປະເທດອິນເດຍ ທ່ານນາງ Nancy Powell
ສະຫະລັດກ່າວ​ວ່າ ​ເອກ​ອັກຄະ​ລັດຖະທູດຂອງ​ຕົນປະຈຳອິນເດຍ
​ຈະ​ພົບ​ກັບຜູ້​ນໍາ​ຝ່າຍ​ຄ້ານ ທ່ານ Narendra Modi ຜູ້​ທີ່ອາດ​ຈະ​
ໄດ້ເປັນ ນາຍົກລັດຖະມົນ ຕີຄົນ​ໃໝ່ຂອງກຸງນິວເດ​ລີ.

​ແຜນການພົບປະດັ່ງກ່າວ ​ຊຶ່ງໄດ້ຮັບການຢືນຢັນ​ຈາກສະຖານທູດ
ສະຫະລັດ ທີ່​ກຸງນິວ​ເດ​ລີ ແມ່ນສະ​ແດງ​ໃຫ້ເຫັນເຖິງ​ການ​ປ່ຽນ​ທ່າທີ
ຕໍ່ພັກ​ຮິນ​ດູຊາດນິຍົມ.

ກຸງ​ວໍ​ຊິງ​ຕັນ ​ໄດ້​ຫ້າມ​ບໍ່ໃຫ້ອອກວິ​ຊ່າ ແກ່​ທ່ານ Modi ຫລັງ​ຈາກທີ່
ໄດ້ມີການ​ຕິຕຽນຕໍ່ການຮັບມືຂອງ​ທ່ານໃນການກໍ່ຈະລາຈົນຕໍ່ຕ້ານ
ຊາວ​ມຸສລິ​ມ​ ໃນ​ປີ 2012 ທີ່​ລັດ Gujarat ບ່ອນ​ທີ່​ທ່ານ ​ເປັນຜູ້ນຳ
ລັດຖະບານນັ້ນ. ຄວາມ​ຮຸນ​ແຮງ​ໄດ້​ເຮັດ​ໃຫ້ມີຜູ້ເສຍຊີວິດຫລາຍກວ່າ 1,000 ຄົນ​.

​ໂຄສົກສະຖານທູດ ສະຫະລັດ ກ່າວ​ວ່າ ການ​ພົບ​ປະ​ຂອງ​ທ່ານ Modi ກັບເອກອັກຄະລັດຖະ
ທູດ Nancy Powell ​ເປັນ​ພາກສ່ວນນຶ່ງຂອງ “ການ​ຍື່ນ​ມືຢ່າງເຈາະຈົງ ໄປຫາບັນດາຜູ້ນຳ
ຂັ້ນສູງທາງການ​ເມືອງ​ ​ແລະ​ທຸລະ​ກິດ” ເພື່ອເນັ້ນຢໍ້າເຖິງ​ຄວາມສຳ​ພັນ ລະຫວ່າງ ສະຫະລັດ
ກັບອິນ​ເດຍ.

ທ່ານ Modi ອາດ​ຈະ​ໄດ້ເປັນນາຍົກລັດຖະມົນ​ຕີ ຖ້າ​ຫາກ​ວ່າພັກ Bharatiya Janata ຫລື
BJP ຂອງ​ທ່ານ ໄດ້ຮັບຄະແນນສຽງພຽງພໍ ໃນການ​ເລືອກ​ຕັ້ງສະພາຊຶ່ງຈະມີຂຶ້ນໃນອີກບໍ່ດົນ​
ນີ້ ດັ່ງ​ທີ່​ການ​ຢັ່ງ​ຫາງ​ສຽງ​ໄດ້​ສະ​ເໜີແນະນັ້ນ.
XS
SM
MD
LG