ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເອກອັກຄະລັດຖະທູດ ສະຫະລັດ ປະຈຳອາຊຽນ ຢ້ຽມຢາມ ສປປ ລາວ


ທ່ານເອກອັກຄະລັດຖະທູດ Hachigian ພົບປະກັບ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ສປປ ລາວ.
ທ່ານເອກອັກຄະລັດຖະທູດ Hachigian ພົບປະກັບ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ສປປ ລາວ.

ເອກອັກຄະລັດຖະທູດສະຫະລັດປະຈຳອາຊຽນ ທ່ານນາງ Nina
Hachigian ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 14
ມັງກອນນີ້ເພື່ອເນັ້ນໃຫ້ເຫັນເຖິງຄວາມໝາຍໝັ້ນຂອງສະຫະລັດ
ໃນການເຮັດວຽກ ຮ່ວມກັບ ສປປ ລາວ ໃນຊ່ວງໄລຍະທີ່ລາວ ຈະ
ເປັນປະທານອາຊຽນ ໃນປີນີ້. ນີ້ແມ່ນການຢ້ຽມຢາມ ສປປ ລາວ
ຄັ້ງທີ 2 ຂອງທ່ານເອກອັກຄະລັດຖະທູດ Hachigian ແລະການ
ຢ້ຽມຢາມຄັ້ງນີ້ໄດ້ເປັນໂອກາດໃຫ້ທ່ານນາງໄດ້ປຶກສາຫາລືກ່ຽວກັບເປົ້າໝາຍຮ່ວມກັນແລະ ບັນດາຂະແໜງການຕ່າງໆ ທີ່ມີທ່າແຮງໃນການຮ່ວມມື ໃນອະນາຄົດ.

ທ່ານທູດ Hachigian ໄດ້ກ່າວວ່າ ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນ ທີ່ໄດ້ກັບມາຢ້ຽມຢາມ ສປປ
ລາວ ຕັ້ງແຕ່ຕົ້ນປີ ຂອງປີມົງຄົນສຳລັບອາຊຽນ ແລະສາຍພົວພັນອາຊຽນ ກັບ​ສະຫະລັດ
ໃນຂະນະທີ່ລາວກຳລັງກ້າວເຂົ້າສູ່ການເປັນປະທານອາ ຊຽນແລະຂະນະທີ່ອາຊຽນສ້າງ
ປະຊາຄົມເສດຖະກິດ ສາຍພົວພັນຂອງພວກເຮົາກໍສືບຕໍ່ຂະຫຍາຍຕົວແລະລົງເລິກຕື່ມ. ສະຫະລັດອາເມຣິກາແມ່ນຜູ້ສະໜັບສະໜຸນທີ່ເຂັ້ມແຂງຂອງສູນກາງອາຊຽນແລະພວກ
ເຮົາກໍຫວັງຢ່າງຍິ່ງເພື່ອຈະເຮັດວຽກຄຽງຄູ່ກັບ ສປປ ລາວໃນຊ່ວງທີ່ ສປປ ລາວ ເປັນປະ
ທານອາຊຽນ ແລະ ໃນອະນາຄົດຕໍ່ໄປ.

ທ່ານທູດ Hachigian ໄດ້ກ່າວຕື່ມອີກວ່າໃນປີ 2016ແມ່ນເປັນປີທີ່ສຳຄັນທີ່ສຸດດ້ານສາຍ
ພົວພັນກັບອາຊຽນ ແລະອາຊຽນກັບສະຫະລັດ. ນີ້ແມ່ນເປັນປີທຳອິດຂອງປະຊາຄົມເສດ
ຖະກິດອາຊຽນແລະຄູ່ຮ່ວມມື ຍຸດທະສາດ ລະຫວ່າງອາຊຽນກັບສະຫະລັດ. ໃນເດືອນກຸມ
ພານີ້ ອາຊຽນ ແລະ ສະຫະລັດອາເມຣິກາ ຈະຈັດກອງປະຊຸມສຸດຍອດຄັ້ງທຳອິດ ຢູ່ທີ່ສະ
ຫະລັດອາເມຣິກາ ແລະ ການມາຢ້ຽມຢາມຂອງປະທານາທິບໍດີສະຫະລັດອາເມຣິກາ ບາ
ຣັກ ໂອບາມາເຊິ່ງເປັນປະທານາ ທິບໍດີຜູ້ທຳອິດ ທີ່ຈະມາຢ້ຽມຢາມ ສປປ ລາວ.

ທ່ານທູດ Hachigian ໄດ້ປຶກສາຫາລືວຽກງານບູລິມະສິດຮ່ວມກັບເຈົ້າຫນ້າທີ່ຝ່າຍລາວ
ເຊິ່ງລວມທັງການເສີມຂະຫຍາຍການເຊື່ອມໂຍງເສດຖະກິດ ການພັດທະນາຄວາມເປັນ
ຜູ້ນໍາ ແລະ ການສົ່ງເສີມໂອກາດໃຫ້ບັນດາແມ່ຍິງ. ນອກນັ້ນ ທ່ານຍັງໄດ້ປຶກສາຫາລືເຖິງ
ຄວາມໝາຍໝັ້ນ ຂອງສະຫະລັດອາເມຣິກາ ທີ່ຈະເຮັດວຽກຮ່ວມກັນ ກັບ ສປປ ລາວໃນ
ຊ່ວງປີທີ່ມາເຖິງນີ້ ເພື່ອໃຫ້ໝັ້ນໃຈວ່າ ກອງປະຊຸມສຸດຍອດລະຫວ່າງອາຊຽນກັບສະຫະ
ລັດ ກອງປະຊຸມສຸດຍອດ​ເອເຊຍຕາເວັນອອກ ແລະກອງປະຊຸມອາຊຽນອື່ນໆ ໃຫ້ປະສົບ ຜົນສຳເລັດ.

XS
SM
MD
LG