ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ​ແລະ​ ​ພັນທະ​ມິດ ກຽມຮັບມື ກັບການ​ໂຈມ​ຕີ ​​ເພີ້ມຂຶ້ນ ໃນອີຣັກ


ກຳລັງ Peshmerga ຂອງຊາວເຄີດ ທີ່ໄດ້ຖືກສົ່ງໄປປະຕິບັດງານ ຍຶດເອົາໝູ່ບ້ານຄືນ ຈາກກຸ່ມລັດອິສລາມ.
ກຳລັງ Peshmerga ຂອງຊາວເຄີດ ທີ່ໄດ້ຖືກສົ່ງໄປປະຕິບັດງານ ຍຶດເອົາໝູ່ບ້ານຄືນ ຈາກກຸ່ມລັດອິສລາມ.

ສະຫະລັດ ​ແລະ​ບັນດາ​ພັນທະ​ມິດ ພາກັນ​ຄາດ​ໝາຍ​ວ່າ ຈະ​ມີ​ການບຸກ​ໂຈມ​ຕີເພີ້ມຂຶ້ນ ​ຄື​ ດັ່ງ​ທີ່ພວກ​ນັກ​ລົບລັດ​ອິສລາມ​ໄດ້​ກະທຳ​ໃນ​ວັນ​ອັງຄານ​ວານ​ນີ້ ຢູ່ທີ່​ພາກ​ເໜືອ​ອີຣັກ ​ໂດຍ​ ບຸກຜ່ານ​ແນວ​ປ້ອງ​ກັນ ຂອງກຳລັງ Peshmerga ຂອງ​ຊາວເຄີ​ດ ​ເປັນ​ເວລາສັ້ນໆ​ ​ແລະ​ ເປັນ​ຜົນ​ເຮັດ​ໃຫ້​ກຳລັງ​ພິ​ເສດ Navy Seal ຂອງ​ສະຫະລັດຄົນ​ນຶ່ງ​ເສຍ​ຊີວິດ.

ບັນດາ​ເຈົ້າ​ໜ້າທີ່​ສະຫະລັດ​ໄດ້ກ່າວ​ຢືນຢັນ​ຢ່າງ​ແຂງ​ຂັນວ່າ ກຸ່ມ​ລັດ​ອິສລາມ​ຫລື IS ​ກຳລັງ​ຕົກ​ຢູ່​ໃນ​ອັນຕະລາຍ ​ແລະມີ​ຄວາມ​ອ່ອນແອສຸດ ນັບ​ແຕ່​ພວກນັກ​ລົບ​ຂອງ​ກຸ່ມ​ດັ່ງກ່າວ​ໄດ້​ ບຸກ​ເຂົ້າ​ໄປ​ໃນ​ອີຣັກເມື່ອເດືອນ​ມິຖຸນາປີ 2014. ​ແຕ່​ວ່າການ​ມອງໄປໃນ​ແງ່​ດີດັ່ງກ່າວ ໄດ້​ມີ ​ຂຶ້ນ​ພ້ອມໆກັນກັບ​ຄວາມ​ລະມັດລະວັງ ຊຶ່ງ​ພວກ​ເຈົ້າໜ້າ​ທີ່ປ້ອງ​ກັນປະ​ເທດ ​ແລະເຈົ້າ​ໜ້າ ​ທີ່​ສື​ບລັບ​ໄດ້​ເຕືອນ​ຊໍ້າ​ແລ້​ວຊໍ້າ​ອີກກ່ຽວ ກັບຂອງ​ກຸ່ມກໍ່ການ​ຮ້າຍນີ້.

​ເຈົ້າ​ໜ້າ​ທີ່​ສືບ​ລັບ​ສະຫະລັດ​ຄົນ​ນຶ່ງ​ ກ່າວ​ຕໍ່ວີ​ໂອເອ ​ໂດຍ​ບໍ່​ປະສົງ​ບອກ​ຊື່ ຊຶ່ງ​ຜູ້ກ່ຽວ​ໄດ້ອະ ທິບາຍ​ເຖິງ​ການ​ປະຕິບັດ​ງານ​ໃນຄວາມ​ວ່ອງ​ໄວ​ຂອງກຸ່ມ IS ນັ້ນ​ວ່າ “ກວດ​ລ້າງ” ທີ່​ຈະບໍ່ ຊັກ​ຊ້າ​ລົງ​ໃນ​ອະນາຄົດ.

​ເຈົ້າໜ້າ​ທີ່​ທ່ານ​ນີ້​ກ່າ​ວຕື່ມ ​ໂດຍເອີ້ນຊື່ຫຍໍ້​ຂອງ​ກຸ່ມ​ກໍ່​ການ​ຮ້າຍນີ້ວ່າ “​ໃນ​ຂະນະ​ທີ່​ກຸ່ມ​ດັ່ງ ກ່າວປ​ະ​ເຊີນ​ໜ້າ​ກັບ​ການ​ສຸູນ​ເສຍ​ດິນ​ແດນ​ນັ້ນ ກຸ່ມ ISIL ບໍ່​ສາມາດ​ຕອບ​ໂຕ້​ຕໍ່​ການ​ເສຍ ​ໄຊ​ທາງຍຸດ​ທະ​ສາດດ້ວຍ​ການ​ໂຈມ​ຕີໂຕ້​ຄືນ​ຢ່າງ​ມີ​ປະສິດ​ທິພາ​ບ.”

Peshmerga Regroup to Re-take Iraqi Town from IS
please wait

No media source currently available

0:00 0:01:27 0:00

ເຈົ້າໜ້າ​ທີ່​ທ່ານ​ນີ້​ຍັງ​ກ່າວ​ວ່າ ການ​ໂຈມ​ຕີ​ເພີ້ມຂຶ້ນ ທີ່ແນ​ເປົ້າ​ໝາຍໂດຍສະ​ເພາະໃສ່ພົນ ລະ​ເຮືອນຄື​ດັ່ງ​ຜູ້​ສະ​ແຫວ​ງບຸນ​ຊາວ Shia ຢູ່ໃນ​ນຄອນ​ຫລວງ​ Bagdad ຂອງ​ອີຣັກ “​ສະ​ ແດງ​ໃຫ້​ຮູ້​ເຖິງ​ຄວາມ​ສິ້ນຫວັງຂອງກຸ່ມ ISIL.”

ການ​ໂຈມ​ຕີ​ໃ​ນວັນ​ອັງຄານ​ວານ​ນີ້ ​ໄດ້​ເນັ້ນ​ໃສ່ທີ່​ໝັ້ນໃນ​ເຂດແນວ​ໜ້າ​ຂອງຊາວເຄີ​ດ​ໂດຍ ແນ​ເປົ້າ​ໝາຍ​ໃສ່​ ກຳລັງ​ທີ່​ໄດ້​ຮັບ​ການ​ຍົກຍ້ອງວ່າ ປະສົບຜົນສຳ​ເລັດ​ທີ່​ສຸດ ​ໃນ​ການ​ສູ້​ລົບ​ ກັບກຸ່ມ IS.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG