ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ເດີນທາງໄປຮອດ ປະເທດ Albania ເພື່ອສະໜັບ ສະໜູນ ການປະຕິຮູບ ຄວາມຍຸດຕິທຳ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ຍ່າງລົງຈາກເຮືອບິນໃນຂະນະທີ່ເດີນທາງຮອດນະຄອນຫຼວງ Tirana, ປະເທດ Albania. 14 ກຸມພາ, 2016. (Pam Dockins/VOA)
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ຍ່າງລົງຈາກເຮືອບິນໃນຂະນະທີ່ເດີນທາງຮອດນະຄອນຫຼວງ Tirana, ປະເທດ Albania. 14 ກຸມພາ, 2016. (Pam Dockins/VOA)

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ ເດີນທາງຮອດ ປະເທດ Albania ເຊິ່ງເປັນບ່ອນທີ່ທ່ານຈະໃຫ້ການ ສະໜັບສະໜູນ ບັນດາຜູ້ນຳຂອງປະເທດດັ່ງກ່າວ ເພື່ອໃຫ້ສືບຕໍ່ ຄວາມພະຍາຍາມອອກກົດໝາຍປະຕິຮູບຄວາມ ຍຸດຕິທຳ ແລະ ສົ່ງເສີມການຮ່ວມມື 2 ຝ່າຍ.

ໃນລະຫວ່າງການຢ້ຽມຢາມນະຄອນຫຼວງ Tirana 4 ຊົ່ວໂມງໃນ ວັນອາທິດມື້ນີ້, ທ່ານ Kerry ກຳລັງພົບປະກັບນາຍົກລັດຖະມົນຕີ ທ່ານ Edi Rama ພ້ອມກັບລັດຖະມົນຕີການຕ່າງປະເທດ ແລະ ບັນດາຜູ້ນຳຝ່າຍຄ້ານ.

ປະເທດ Albania ແມ່ນສ່ວນໜຶ່ງຂອງພັນທະມິດນຳໜ້າໂດຍ ສະຫະລັດ ໃນການຕໍ່ສູ້ກັບກຸ່ມ ລັດອິດສລາມ. ປະເທດ Albania ແມ່ນໜຶ່ງໃນບັນດາປະເທດທີ່ຢູ່ໃນເຂດທະເລ ບານກັງ ທີ່ ປະກອບສ່ວນສົ່ງລູກປືນ ແລະ ອາວຸດຂະໜາດນ້ອຍໃຫ້ກອງກຳລັງທະຫານ, ສ່ວນໃຫຍ່ແມ່ນ ໃຫ້ພວກ Peshmerga ແລະ ທະຫານຮັກສາຄວາມປອດໄພໃນ ອີຣັກ.

ນອກນັ້ນປະເທດ Albania ຍັງເປັນພັນທະມິດກັບອົງການ NATO ແລະ ເປັນຜູ້ສະໝັກເຂົ້າ ເປັນສະມາຊິກສະຫະພາບຢູໂຣບອີກດ້ວຍ.

XS
SM
MD
LG