ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ໂຈມຕີ ເປົ້າໝາຍ ພວກຫົວຮຸນແຮງ al-Qaida ໃນເຢເມນ


ແຜນທີ່ແຂວງ Bayda, Shabwa ແລະ Abyan ໃນປະເທດ ເຢເມນ.
ແຜນທີ່ແຂວງ Bayda, Shabwa ແລະ Abyan ໃນປະເທດ ເຢເມນ.

ບັນດາເຮືອບິນ​ລົບ​ສະຫະລັດ ​ແລະ​ເຮືອບິນ​ທີ່ບໍ່​ມີ​ຄົນ​ຂັບ ​ໄດ້​ເລີ້ມ​ ​ການ​ໂຈມ​ຕີ​ຕ້ານ
ຄ້າຍ​ພວກ​ກໍ່​ການ​ຮ້າຍ al-Qaida ຢູ່​ໃນປະ​ເທດ​ເຢ​ເມນ​ອາທິດ​ນີ້ ຊຶ່ງ​ເປັນ​ພາກສ່ວນ
ນຶ່ງ​ຕໍ່​ອັນ​ທີ່​ມີ​ການອະທິບາຍ​ວ່າ​ເປັນ “​ແຜນການ​ຂະໜາດໃຫຍ່” ​ເພື່ອ​ຄວບ​ຄຸມ​ສິ່ງ​ທີ່
ພວກ​ວາງ​ແຜນ​ທະຫານ​ເຫັນ​ວ່າ ​ເປັນ​ໄພ​ຂົ່ມຂູ່ທີ່​ເພີ້ມທະວີ​ຂຶ້ນ​ຕໍ່​ປະ​ເທດ​ຕາ​ເວັນ​ຕົກ.

ບັນດາ​ເຈົ້າ​ໜ້າ​ທີ່​ທຳນຽບຫ້າ​ແຈ​ກ່າວ​ວ່າ ການ​ໂຈມ​ຕີ​ຄັ້ງ​ຫລ້າ​ສຸດ ​ໃນ​ຕອນ​ເຊົ້າ​ວັນ​
ສຸກ​ວານ​ນີ້ ແມ່ນ​ມີ​ຂຶ້ນ ຫລັງ​ຈາກ​ການ​ຖີ້ມລະ​ເບີດ​ ໂຈມ​ຕີ​ຢ່າງ​ໜັກ ​ໃນ​ວັນ​ພະຫັດ
​ຜ່ານມາ ໃນ​ແຂວ​ງ Abyan, Bayda ​ແລະ Shabwah ຂອງ​ປະ​ເທດ​ເຢ​ເມນ.

ຄື​ດັ່ງໃນຮອບຕົ້ນໆ​ຂອງການໂຈມ​ຕີ​ທີ່​ແມນ​ຍຳ ​ບັນດາ​ເປົ້າ​ໝາຍແມ່ນຮວມທັງ​ພວກ
​ນັກ​ລົບ ອຸບ​ປະກອນ ໂຄງ​ລ່າງ​ພື້ນຖານ ​ແລະ​ອາວຸດ​ໜັກ​ທີ່​ເປັນ​ຂອງກຸ່ມ al-Qaida
ຢູ່​ໃນແຫລມ​ອາຣາ​ເບຍ ທີ່​ຮູ້ກັນ​ໃນ​ຊື່ AQAP. ຜົນ​ຂອງ​ການ​ໂຈມ ຕີກຳລັງມີ​ການ
​ຊັ່ງ​ຊາກັນຢູ່ ​ແຕ່​ພວກ​ເຈົ້າ​ໜ້າທີ່​ກ່າວ​ວ່າ ມີ​ການ​ໂຈມ​ຕີທາງ​ອາ ກາດຫລາຍ​ກວ່າ
30 ຖ້ຽວ​ ​ໃນ​ການ​ປະຕິບັດ​ງານ​ສອງ​ມື້​ຕໍ່​ກັນ.

ລາຍ​ງານ​ຂັ້ນຕົ້ນ​ຈາກ​ເຢ​ເມນແຈ້ງ​ໃຫ້​ຊາບ​ວ່າ ກຳລັງ​ພາກ​ພື້ນ​ດິນ​ສະຫະລັດອາດ​
ມີ​ສ່ວນ​ພົວພັນ​ ​ໃນ​ຄວາມ​ພະຍາຍາມດັ່ງກ່າວ ຮວມທັງ​ຄວາມ​ອາດ​ເປັນ​ໄປ​ໄດ້ໃນ
ການຕໍ່ສູ້​ກັບພວກ​ນັກ​ລົບຂອງ​ກຸ່ມ AQAP ​ແຕ່ເຈົ້າ​ໜ້າ​ທີ່ທຳນຽບຫ້າ​ແຈກ່າວ​ວ່າ
ບໍ່​ມີ​ກອງ​ທະຫານ​ສະຫະລັດໄດ້​ພົວພັນ​ນຳ.

​ໂຄສົກ​ທຳນຽບຫ້າ​ແຈ​ ຮ້ອຍ​ເອກ Jeff Davis ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ
ສຸກ​ວານ​ນີ້​ວ່າ “ມັນ​ໄດ້​ເປັນ​ໂອກາດ. ພວກ​ເຮົາ​ຕ້ອງ​ໄດ້​ປະຕິບັດ​ມັນ.”

ທ່ານ Davis ກ່າວ​ວ່າ ການ​ໂຈ​ມຕີ​ທາງ​ອາກາດ ​ໄດ້ມີ​ຂຶ້ນອີງ​ຕາມ​ການ​ສືບ​ລັບ​ທີ່​
ໄດ້​ພົບ​ເຫັນ ​ກ່ອນການ​ບຸກ​ໂຈມ​ຕີ​ໂດຍ​ໜ່ວຍ​ກ້າ​ຕາຍ​ ໃນທ້າຍ​ເດືອນ​ມັງ​ກອນ ທີ່
​ ຢູ່​ຄ້າຍຂອງ​ກຸ່ມ AQAP ​ໃນ​ປະເທດ​ເຢ​ເມນ ທີ່​ໄດ້​ສັງຫານ​ພວກ​ຫົວ​ຮຸນແຮງ 14
ຄົນ ​ແຕ່​ກໍ​ເຮັດ​ໃຫ້​ມີ​ການ​ເສຍ​ຊີວິດຂອງ​ພົນລະ​ເຮືອນ​ຫຼາຍ​ຄົນ​ແລະ​ໜ່ວຍກ້າ​ຕາຍ
Navy SEAL ນຶ່ງ​ຄົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG