ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ໂຈມຕີ ທາງອາກາດ ຢ່າງໜັກ ໃສ່ທີ່ໝັ້ນ ກຸ່ມລັດອິສລາມ ນອກເມືອງ Aleppo


ພວກນັກລົບ ຂອງກຳລັງປະຊາທິປະໄຕຊີເຣຍ ພວມສູ້ລົບ ກັບກຸ່ມລັດອິສລາມ ໃນເມືອງ Manbij ປະເທດຊີເຣຍ. (29 ກໍລະກົດ 2016)​
ພວກນັກລົບ ຂອງກຳລັງປະຊາທິປະໄຕຊີເຣຍ ພວມສູ້ລົບ ກັບກຸ່ມລັດອິສລາມ ໃນເມືອງ Manbij ປະເທດຊີເຣຍ. (29 ກໍລະກົດ 2016)​

ກຳລັງ​ແນວ​ໂຮ​ມພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະລັດທີ່ພວມ​ສູ້​ລົບ​ກັບ​ກຸ່ມ​ລັດ​ອິສລາມ​ໃນ ​ຊີເຣຍ ​ໄດ້​ສຸມ​ການ​ໂຈມ​ຕີ ​ຂອງ​ພວ​ກ​ເຂົ້າ​ເຈົ້າ ​ໃສ່​ເມືອງ Manbij ທີ່​ຕັ້ງຢູ່​ໃກ້ໆ​ກັບ​ເມືອງ Aleppo ນັ້ນຄື​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່​ໃນ​ວັນ​ສຸກ​ວານ​ນີ້ ​ແຕ່ລາຍ​ງານ​ຈາກ​ເຂດ​ແນວ​ໜ້າ​ແຈ້ງວ່າ ພວກ​ຫົວ​ຮຸນ​ແຮງ​ຍັງ​ສືບ​ຕໍ່​ຄວບ​ຄຸມ​ເຂດ​ໃຈກາງ​ເມືອງ​ຢູ່.

ການ​ໂຈມ​ຕີ​ທາງ​ອາກາດ​ເທື່ອ​ຫລ້າ​ສຸດ​ໃນ​ແຂວງ Aleppo ຊຶ່ງ​ເປັນ​ແຂວງ​ທີ່​ຕັ້ງຢູ່​ໃນ​ພາກ​ເໜືອ​ຂອງ​ຊີ​ເຣຍນັ້ນແມ່ນ​ຮວມທັງ​ເມືອງ Manbij ຊຶ່ງ​ໄດ້​ທຳລາຍ​ໜ່ວຍຍຸດທະວິທີກຸ່ມ​ລັດ​ອິສລາມ 19​ ໜ່ວຍ​ແລະ​ທີ່​ໝັ້ນຂອງ​ກຸ່ມ​ດັ່ງກ່າວອີກ 17 ​ແຫ່ງ ອີ​ງຕາມ​ລາຍ​ງານ​ຂອງ​ກອງ​ບັນຊາ​ການ​ກຳລັງ​ສະຫະລັດ ​ໃນ​ພາກ​ຕາ​ເວັນ​ອອກ​ກາງ. ການ​ໂຈ​ມຕີ​ທາງ​ອາກາດ​ຍັງ​ໄດ້​ທຳລາຍ​ປືນ​ກົນ​ໜັກ​ແລະ​ລົດ 2 ຄັນ​ ທີ່​ໃຊ້ໂດຍ​ກຸ່ມ​ລັດ​ອິສລາມ.

US-backed Forces Close to Controlling Key Area Despite IS Resistance
please wait

No media source currently available

0:00 0:01:00 0:00

ລາຍ​ງານ​ຂອງ​ວີ​ໂອ​ເອ ພະ​ແນ​ກພາສາ​ເຄີ​ດ ແຈ້ງວ່າ​ ການ​ສູ້​ລົບ​ກັນ ໃນ​ເຂດ​ໃຈກາງເມືອງ Manbij ຍັງ​ດຳ​ເນີນ​ຢູ່​ຕໍ່​ມາທ່າມກາງ​ທີ່​ມີ​ການ​ໂຈມ​ຕີທາງ​ອາກາດ.​ ພວກທະຫານ​ບ້ານໄດ້​ຕໍ່ສູ້​ກັບ​ກຸ່ມ​ລັດ​ອິສລາມ ຢູ່​ຕາມ​ຫົນທາງ​ສາຍ​ຕ່າງໆໃນ​ເມືອງ​ດັ່ງກ່າວ ຂະນະ​ທີ່​ກຳລັງ​ຂອງ ແນວ​ໂຮມພວມ​ອ້ອມ​ທີ່​ໝັ້ນຂອງ​ກຸ່ມ​ລັດ​ອິສລາມ​ ທີ່​ຕັ້ງຢູ່​ໃນ​ເຂດ​ໃຈກາງ​ເມືອງ.

ນັກ​ລົບ​ຄົນ​ນຶ່ງ​ກ່າວ​ຕໍ່​ວີ​ໂອ​ເອວ່າ ​ໄດ້​ພົບ​ເຫັນສົບ ​ຂອງ​ພວກ​ຫົວ​ຮຸນ​ແຮງ ​ທີ່​ຕາຍຫຼາຍໆ​ຄົນ​ໃນ​ການ​ປະ​ທະ​ກັນ​ເມື່ອ​ວັນ​ສຸກ​ວານ​ນີ້ຊຶ່ງ​ໄດ້​ເລີ້ມຂຶ້ນ​ໃນ​ຕອນ​ບ່າຍ​ແລະຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ຈົນ​ຮອດ​ຕອນ​ກາງ​ຄືນ.

​ໃນ​ອີກ​ດ້ານ​ນຶ່ງ​ນັ້ນ ກຳລັງ​ສະຫະລັດ ພວມ​ຊັ່ງຊາ​ເບິ່ງ​ ການ​ກ່າວ​ຫາ​ຄັ້ງທີ 3 ທີ່​ວ່າ​ ພົນລະ​ເຮືອນ​ໄດ້​ຮັບ​ບາດ​ເຈັບ​ລົ້ມຕາຍ​ຍ້ອນ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກຳລັງ​ແນວ​ໂຮມໃກ້ໆ​ເມືອງ Manbij.

ພວກຜູ້ຊາຍ ທີ່ນັກລົບປະຊາທິປະໄຕໃນຊີເຣຍ ກ່າວວ່າ ເປັນສະມາຊິກ ກຸ່ມລັດອິສລາມ ຖືກຈັບໄດ້ ທີ່ເມືອງ Banbij
ພວກຜູ້ຊາຍ ທີ່ນັກລົບປະຊາທິປະໄຕໃນຊີເຣຍ ກ່າວວ່າ ເປັນສະມາຊິກ ກຸ່ມລັດອິສລາມ ຖືກຈັບໄດ້ ທີ່ເມືອງ Banbij

ທ່ານ Peter Cook ​ໂຄສົກ​ຂອງ​ທຳນຽບຫ້າແຈກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ການ​ຊັ່ງຊາ ​ເບິ່ງ​ການ​ກ່າວ​ອ້າງ​ເຫລົ່ານັ້ນ ​ແມ່ນ​ພວມ​ຢູ່​ໃນ​ຂັ້ນ​ເລີ້ມຕົ້ນ. ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ກ່າວ​ອ້າງ​ວ່າ ມີ​ພົນລະ​ເຮືອນ 25 ຄົນ ​ໄດ້​ເສຍ​ຊີວິດຍ້ອນການ​ໂຈມ​ຕີ​ທາງ​ອາກາດ​ ໃນ​ວັນ​ພະຫັດ​ຜ່ານ​ມາ ຫລັງ​ຈາກ​ໄດ້​ເກີດ​ເຫດ​ຮ້າຍ 2 ຄັ້ງທີ່​ຄ້າຍຄື​ກັນ ທີ່​ໄດ້​ເລີ້ິ້ມການ​ສືບ ສວນ​ໄປ​ແລ້ວນັ້ນ.

​ເຈົ້າໜ້າ​ທີ່​ຂອງ​ທຳນຽບຫ້າ​ແຈ​ ກ່າວ​ວ່າ ການ​ສືບສວນ​ພາຍ​ໃນ​ຂອງ​ກອງທັບ ໄດ້​ພາ​ໃຫ້​ມີ​ການ​ສືບສວນ ​ກ່ຽວ​ກັບ​ເຫດ​ຮ້າຍ​ດັ່ງກ່າວ. ທ່ານ​ກ່າວ​ຕື່ມ​ວ່າ ພວກ​ເຮົາ​ຈະສືບ​ຕໍ່​ເຮັດ​ວຽກ​ແບບ​ບໍ່​ຮູ້​ອິດ​ເໝື່ອຍ​ໃນ​ທຸກໆ​ມື້​ເພື່ອ​ເຮັດ​ຫຼ້ອນ​ໜ້າ​ທີ່ໃນ​ຂະນະ​ທີ່​ພວກ​ເຮົາ​ຈະ​ພະຍາຍາມ ​ເປັນ​ຢ່າງ​ດີ​ທີ່​ສຸດເພື່ອ​ເຮັດ​ໃຫ້​ມີ​ການ​ສ່ຽງ​ໜ້ອຍ​ທີ່​ສຸດ​ໃນ​ການລົ້ມ​ຕາຍ​ຂອງ​ພົນລະ​ເຮືອນ​ ທີ່ບໍ່​ມີ​ຄວາມ​ຜິດແລະ​ດຳ​ເນີນ​ການ​ຢ່າງ​ໂປ່​ງ​ໃສ ​ແລະ​ມີ​ຄວາມ​ຮັບຜິດຊອບ​ກ່ຽວ​ກັບ​ຄວາມ​ພະຍາຍ​າມ​ເຫລົ່ານັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG