ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ຢືນຢັນ ໃນການໂຈມຕີທາງອາກາດ ທີ່ໄດ້ສັງຫານ ພົນລະເຮືອນ ອັຟການິສຖານ 33 ຄົນ


ພວກຊາວບ້ານ ເຕົ້າໂຮມກັນອ້ອມສົບຂອງພວກເຄາະຮ້າຍ ຈາກການຕໍ່ສູ້ປະທະກັນ ລະຫວ່າງ ກຸ່ມພວກຕາລີບານ ແລະ ກຳລັງຮັກສາຄວາມປອດໄພ ຂອງອັຟການິສຖານ ໃນເຂດຄຸ້ມບ້ານ Buz-e Kandahari ແຂວງ Kunduz ທີ່ຄວບຄຸມໂດຍພວກຕາລີບານ, ວັນທີ 4 ພະຈິກ 2016.
ພວກຊາວບ້ານ ເຕົ້າໂຮມກັນອ້ອມສົບຂອງພວກເຄາະຮ້າຍ ຈາກການຕໍ່ສູ້ປະທະກັນ ລະຫວ່າງ ກຸ່ມພວກຕາລີບານ ແລະ ກຳລັງຮັກສາຄວາມປອດໄພ ຂອງອັຟການິສຖານ ໃນເຂດຄຸ້ມບ້ານ Buz-e Kandahari ແຂວງ Kunduz ທີ່ຄວບຄຸມໂດຍພວກຕາລີບານ, ວັນທີ 4 ພະຈິກ 2016.

ການປະຕິບັດການທາງທະຫານຮ່ວມ ຢູ່ໃນພາກເໜືອຂອງອັຟການິສຖານ ເມື່ອຕົ້ນ ເດືອນພະຈິກ ​ແມ່ນ​ເປັນ​ “ໜ້າ​ເສຍ​ໃຈ” ທີ່ໄດ້ສັງຫານພົນລະເຮືອນ ອັຟການິສຖານ
33 ຄົນແລະເຮັດໃຫ້ອີກ 27 ຄົນ ໄດ້ຮັບບາດເຈັບ ນັ້ນຄື​ຄຳ​ຖະ​ແຫຼງ ຂອງ​ກອງທັບ​ສະຫະລັດໃນວັນພະຫັດມື້ນີ້ ໃນຂະນະດຽວກັນກໍໄດ້ເປີດເຜີຍລາຍລະອຽດ ຂອງ ການສືບສວນຂອງຕົນ ໃນເຫດການດັ່ງກ່າວນີ້.

ການໂຈມຕີທີ່ຮ້າຍແຮງ ຊຶ່ງ​ມີ​ຂຶ້ນທີ່​ບ້ານ Boz ໃນແຂວງ Kunduz ທີ່ວຸ້ນວາຍ ໄດ້
ຖະຫລົ່ມ ເຮືອນຊານຫຼາຍສິບຫລັງ ອີງຕາມປະຊາຊົນ​ໃນ​ທ້ອງ​ຖິ່ນ ແລະພວກກະບົດ ຕາລີບານ. ການປະຕິບັດການຮ່ວມດັ່ງກ່າວ ໄດ້​ມີ​ຂຶ້ນ ເພື່ອຈັບໂຕບັນດາຜູ້ນຳຂອງກຸ່ມ ຕາລີບານ ເຊິ່ງພວກກ່ຽວໄດ້ວາງແຜນກໍ່ຄວາມຮຸນແຮງ ເພື່ອທີ່ຈະຍຶດເອົາເມືອງຫຼວງ ຂອງແຂວງ Kunduz ອີງຕາມເຈົ້າໜ້າທີ່ ຂອງອັຟການິສຖານແລະ ກອງທັບສະຫະລັດ.

ກອງທັບສະຫະລັດ ໄດ້ກ່າວໃນວັນພະຫັດມື້ນີ້ ວ່າ “ເພື່ອປ້ອງກັນ ໂຕ ແລະ ກຳລັງ ອັຟການິສຖານ, ດັ່ງນັ້ນ ກຳລັງຂອງສະຫະລັດ ຈຶ່ງໄດ້ຍິງຕອບໂຕ້ຄືນ ໃນການປ້ອງ ກັນໂຕ ໃສ່ພວກຕາລີບານ ທີ່ໄດ້ໃຊ້ເຮືອນຊານຂອງປະຊາຊົນ ເປັນບ່ອນ​ຍິງ​ໂຈມ​ຕີ.”

ຖະແຫລງການສະບັບນຶ່ງ ທີ່ອ້າງເຖິງຄຳເວົ້າຂອງ ພົນເອກ John Nicholson ຜູ້ບັນຊາການ ກອງກຳລັງໃນອັຟການິສຖານ ທີ່ກ່າວວ່າ “ບໍ່ວ່າສະຖານະການຈະເປັນ ຢ່າງໃດກໍຕາມ ຂ້າພະເຈົ້າ ມີຄວາມເສຍໃຈຢ່າງເລິກເຊິ່ງ ທີ່ມີການສູນເສຍຊີວິດ ຂອງຜູ້ທີ່ບໍ່ຮູ້ເລື່ອງ...ຂ້າພະເຈົ້າປະສົງຢາກໃຫ້ການ​ຄ້ຳປະກັນຕໍ່ປະທາ ນາທິບໍດີ Ghani ແລະ ປະຊາຊົນອັຟການິສຖານ ວ່າ ພວກເຮົາຈະເອົາທຸກມາດຕະການ ເທົ່າທີ່ເປັນໄປໄດ້ ເພື່ອປົກປ້ອງພົນລະເຮື​ອນອັຟການິສຖານ.”

ກຳລັງພິເສດອັຟການິສຖານ ໄດ້ວາງແຜນບຸກໂຈມຕີ ບ່ອນຫລົບລີ້ ຂອງພວກຕາລີບານ ໃນແຂວງ Kunduz ດ້ວຍການຊ່ອຍເຫຼືອ ຈາກກຸ່ມ ທີ່ປຶກສາທະຫານອາເມຣິກັນນ້ອຍໆ ກຸ່ມນຶ່ງ. ແຕ່ພວກກະບົດ ໄດ້ຍິງ​ໃສ່ພວກເຂົາເຈົ້າ ຢ່າງວ່ອງໄວ ຈາກເຮືອນຫລາຍໆ​ຫຼັງ ຂອງປະຊາຊົນ ນັ້ນຄື​ຄຳ​ອະທິບາຍຂອງກອງທັບສະຫະລັດ ຢູ່ໃນ ການສືບສວນ ຂອງຕົນນັ້ນ.

ການສືບສວນນີ້ ໄດ້ກ່າວອີກວ່າ “ກຳລັງຂອງ ສະຫະລັດ ແລະອັຟການິສຖານ ໄດ້
ຖືກກົດດັນໃຫ້ຮ້ອງຂໍ ການສະໜັບສະໜູນຈາກ​ການໂຈມຕີທາງອາກາດຂອງ ສະຫະລັດ ໃນການປ້ອງກັນໂຕ. ການໂຈມຕີທາງອາກາດ ຍັງໄດ້ຖືກນຳໃຊ້ເພື່ອ ສະກັດກັ້ນ ພວກຕາລີບານ ຜູ້ທີ່ຍິງສຸມໃສ່ ໜ່ວຍການແພດສະຫະລັດ ທີ່ກຳລັງ ຍົກຍ້າຍພວກທີ່ເສຍຊີວິດ ແລະ ພວກທີ່ໄດ້ຮັບບາດເຈັບ ອອກໄປນັ້ນ.”

​ໄດ້​ມີ​ການ​ລົງ​ຄວາມ​ເຫັນວ່າ ຈະບໍ່ມີການດຳ​ເນີນ​ການ​ໃດໆ​ຕືມອີກ ເພາະວ່າ ກຳ ລັງສະຫະລັດ ໄດ້ປະຕິບັດ​ໜ້າ​ທີ່​ປ້ອງກັນໂຕ ແລະປະຕິບັດຕາມກົດໝາຍ ແລະ ນະໂຍບາຍ ທັງໝົດທີ່ເຫມາະສົມ ນັ້ນຄື​ການສະຫລຸບຂອງ​ການ​ສືບສວນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG