ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ສະຫຼອງ ແລະຕັ້ງຊື່ ໃຫ້ກຳປັ່ນ ບັນທຸກເຮືອບິນ ຮຸ້ນໃໝ່ (ວີດີໂອ)


'Chapter in Naval Warfare'
please wait

No media source currently available

0:00 0:02:23 0:00
ລິງໂດຍກົງ
ກອງທັບເຮືອສະຫະລັດໄດ້ຕັ້ງຊື່ຢ່າງເປັນທາງການໃຫ້ກຳປັ່ນບັນ
ທຸກເຮືອບິນ ທີ່ໃໝ່ສຸດຂອງຕົນວ່າ USS Gerald R. Ford ຊຶ່ງ
ເປັນກຳປັ່ນທີ່ແລ່ນດ້ວຍພະລັງງານນິວເຄລຍແລະກໍເປັນກຳປັ່ນ
ບັນທຸກເຮືອບິນ ຮຸ້ນໃໝ່ລຳທຳອິດ ຂອງຈຳນວນ ຢ່າງໜ້ອຍ 10
ລຳ.

ກຳປັ່ນລຳນີ້ ຊຶ່ງຕັ້ງຊື່ ຕາມຊື່ມື້ລາງ ປະທານາທິບໍດີ Gerald R.
Ford ໃນພິທີສະຫຼອງ ດ້ວຍການທັບກວດແຊມເປນ ທີ່ຈັດຂຶ້ນ
ໃນວັນເສົາວານນີ້ ຢູ່ທີ່ອູ່ຕໍ່ເຮືອ ໃນລັດເວີຈີເນຍ.

ກຳປັ່ນທີ່ມີຂະໜາດຂັບນໍ້າ 100,000 ໂຕນລຳນີ້ໃຊ້ເງິນໃນການ
ສ້າງທັງໝົດ ເກືອບ 13 ພັນລ້ານໂດລາ ແລະເປີດໃນອັນທີ່ເຈົ້າໜ້າທີ່ເວົ້າວ່າ ເປັນສັກກະ ລາດໃໝ່ ໃນການເຮັດສົງຄາມທາງທະເລ.

ກຳປັ່ນບັນທຸກເຮືອບິນດັ່ງກ່າວ ຈະສາມາດສົ່ງເຮືອບິນ ບິນຂຶ້ນປະຕິບັດງານໄດ້ໄວກວ່າກຳ
ປັ່ນບັນທຸກເຮືອບິນອື່ນໆແລະຕ້ອງການພວກລູກເຮືອໜ້ອຍລົງ. ນອກນັ້ນແລ້ວ ເຮືອບິນບໍ່ ມີຄົນຂັບຍັງສາມາດບິນຂຶ້ນລົງ ກຳປັ່ນບັນທຸກເຮືອບິນນີ້ໄດ້. ກຳປັ່ນບັນທຸກເຮືອບິນ USS Gerald R. Ford ຈະເຂົ້າປະຈຳການໃນປີ 2016.

ມື້ລາງ ທ່ານ Gerald Ford ທີ່ເຖິງແກ່ອະສັນຍະກຳ ໃນປີ 2006 ນັ້ນ ໄດ້ເຂົ້າຮັບໃຊ້ເປັນ ປະທານາທິບໍດີສະຫະລັດແຕ່ປີ 1974 ຫາ 1977. ທ່ານໄດ້ເຂົ້າຮັບຕຳແໜ່ງເວລາປະທາ ນາທິບໍດີ Richard Nixon ລາອອກ ຍ້ອນຂ່າວນອງນັນ Watergate.
XS
SM
MD
LG