ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ​ຊ່ວຍ​ເຫຼືອ​​ລາວ ​ປັບປຸງ​ຮ່າງ​ກົດໝາຍ 6 ສະບັບ ​ເພື່ອຕຽມ ເປັນສະມາຊິກ WTO


ກອງປະຊຸມຂອງເຈົ້າໜ້າທີ່ ກະຊວງອຸດສາຫະກໍາ ແລະການຄ້າ ລາວ
ກອງປະຊຸມຂອງເຈົ້າໜ້າທີ່ ກະຊວງອຸດສາຫະກໍາ ແລະການຄ້າ ລາວ
ທາງ​ການ​ສະຫະລັດ​ໃຫ້ການ​ຊ່ວຍ​ເຫຼືອ​ສະພາ​ແຫ່ງ​ຊາດ​ລາວ
​ເຂົ້າ​ໃນ​ການ​ພັດທະນາ ປັບປຸງ​ຮ່າງ​ກົດໝາຍ 6 ສະບັບ ​ໂດຍ
​ແນ​ໃສ່​ການ​ປະຕິບັດ​ຂໍ້​ຕົກລົງ​ແລະ​ລະບຽບ ການ​ຕ່າງໆ​ຂອງ
​ອົງການ​ການ​ຄ້າ​ໂລກ.

ກອງ​ປະຊຸມ​ເພື່ອ​ການ​ຄົ້ນຄວ້າ​ແລະ​ປະກອບ​ຄວາມ​ເຫັນ​ໃສ່​ຮ່າງ​ກົດໝາຍ​ຈໍານວນ 6 ສະບັບ​ໄດ້​ຈັດ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ເດືອນ​ຕຸລາ​ຜ່ານ​ມາ​ນີ້​ຢູ່​ທ່າ​ລາດ​ໃນ​ເຂດ ​ແຂວງ​ວຽງ​ຈັນ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ​ສຸວັນເພັງ ບຸບ​ຜາ​ນຸວົງ ຫົວໜ້າ​ກໍາມາ​ທິການ​ເສດຖະກິດ ​ແຜນການ ​ແລະ​ການ​ເງິນ​ຂອງ​ສະຖາ​ແຫ່ງ​ຊາດ ລາວ​ຊຸດ​ທີ່ 7 ​ໂດຍ​ມີ Mr. Paul Mayor ອຸບ​ປະ​ທູດ​ປະ​ຈໍາ​ສະຖານທູດ​ສະຫະລັດ ​ໃນ​ນະຄອນ​ວຽງ​ຈັນ ພ້ອມ​ດ້ວຍ​ຄະນະ​ຊ່ຽວຊານ​ຈາກ​ອົງການເພື່ອ​ການ​ພັດທະນາ ​ເສ​ດະ​ກິດ​ສາກົນ​ຂອງ​ສະຫະລັດ ຫຼື USAID ​ແລະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ລາວ ລວມ​ເຖິງ​ບັນດາ​ຜູ້​ຊ່ຽວຊານ​ທັງ​ພາຍ​ໃນ​ລາວ ​ແລະ​ຈາກ​ຕ່າງປະ​ເທດ​ຈໍານວນ 70 ກວ່າ​ຄົນ ທີ່​ໄດ້​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້​ດ້ວຍ

ເປົ້າໝາຍ​ສໍາຄັນ​ຂອງ​ກອງ​ປະຊຸມໃນຄັ້ງ​ນີ້ ກໍ​ເພື່ອ​ເປັນ​ການ​ລະດົມ​ຄວາມ​ຄິດ ​ເຫັນ​ຂອງ​ບັນດາ​ຊ່ຽວຊານ​ຈາກອົງການ USAID ຂອງສະຫະລັດ​ເຂົ້​າ​ໃນ​ການ​ພັດ ທະນາ-ປັບປຸງ​ຮ່າງ​ກົດໝາຍ​ທີ່​ກ່ຽວ​ກັບ​ການ​ຄ້າ ການ​ລົງທຶນ ​ແລະ​ການ​ຄຸ້ມ​ຄອງ​ສິ່ງ ​ແວດ​ລ້ອມ​ທໍາ​ມະ​ຊາດ​ໃນ​ລາວ​ຈໍານວນ 6 ສະບັບ​ດ້ວຍ​ກັນ ກໍ​ຄື: ຮ່າງ​ກົດໝາ​ຍ ວ່າ​ດ້ວຍ​ການ​ສ້າງ​ນິຕິ​ກໍາ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ເຂດເສ​ດຖະກິດ​ພິ​ເສດ, ຮ່າງ​ກົດ ໝາຍ​ວ່າ​ດ້ວຍຫຼັກ​ຊັບ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ເຂດ​ອຸດສາຫະກໍາ​ປຸງ​ແຕ່ງ, ຮ່າງ​ກົດໝາຍ​ວ່າ​ດ້ວຍການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະຮ່າງ​ກົດໝາຍ​ວ່າ​ດ້ວຍຄື້ນຄວາມ​ຖີ່​ວິທະ​ຍຸ ຕາມ​ລໍາດັບ.

ການຝຶກອົບຮົມດ້ານຊັບສິນທາງປັນຍາແກ່ພະນັກງານ ລາວທີ່ໄດ້ຮັບການຊ່ວຍເຫລືອຈາກສະຫະລັດ
ການຝຶກອົບຮົມດ້ານຊັບສິນທາງປັນຍາແກ່ພະນັກງານ ລາວທີ່ໄດ້ຮັບການຊ່ວຍເຫລືອຈາກສະຫະລັດ

ທັງ​ນີ້​ໂດຍ​ຮ່າງ​ກົດໝາຍ​ທັງ 6 ສະບັບ​ດັ່ງກ່າວ​ຈະ​ຖືກ​ສະ​ເໜີ​ເຂົ້າສູ່​ການ​ພິດ​ຈາລະ ນາ​ຂອງ​ສະມາຊິກ​ສະພາ​ແຫ່​ງຊາດ​ລາວ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ່ 4 ທີ່ ຄາດ​ວ່າ​ຈະ​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ປີ​ນີ້ ​ເພື່ອ​ທີ່​ວ່າ​ຈະ​ໄດ້​ລົງມະຕິ​ຮັບຮອງ ​ເອົາແລະ​ປະກາດ​ບັງຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃຫ້​ໄດ້​ຢ່າງ​ທັນ​ເວລາ​ກັບ​ການ​ທີ່ ສປປ.ລາວ​ຈະ​ໄດ້​ເຂົ້າ​ໄປ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ ຫຼື WTO ​ໃນ ໝໍ່ໆ​ນີ້​ນັ້ນ​ເອງ.

​ໂດຍ​ກ່ອນ​ໜ້າ​ນີ້ ໆ Ms. Karen Stewart ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ ຈໍາ​ລາວ​ກໍ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ທາງ​ການ​ລາວ​ຈະ​ສາມາດ​ປະ​ຕິ​ບັດ​ຕາມ ບັນດາ​ຂໍ້​ຕົກລົງ​ແລະ​ລະບຽບ​ການ​ຕ່າງໆ​ຂອງ WTO ​ໄດ້​ເປັນ​ຢ່າງ​ດີ ພາຍຫຼັງ​ຈາກ ທີ່​ລາວ​ໄດ້​ເຂົ້າ​ໄປ​ເປັນ​ສະມາຊິກ​ຂອງ WTO ຢ່າງ​ເປັນ​ທາງ​ການ​ແລ້ວ​ນັ້ນ.

ສ່ວນ USAID ນັ້ນ ກໍ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ທາງ​ການ​ລາວ​ໃນ 2 ​ໂຄງການ​ຕິດ​ຕໍ່​ກັນ​ໃນ​ຊ່ວງ​ກ່ອນ​ໜ້າ​ນີ້​ ​ໂດຍ​ໃນ​ດ້ານ​ນຶ່ງ​ນັ້ນ ທາງ​ການ​ສະຫະລັດ​ກໍ​ໄດ້​ໃຫ້​ຄວາມ ສໍາຄັນ​ເປັນ​ພິ​ເສດ​ໃນ​ການ​ສ້າງ​ຄວາມ​ເຂົ້າ​ໃຈ​ໃນ​ກັບ​ບັນດາ​ເຈົ້າໜ້າ​ທີ່​ຂອງ​ລັດຖະ ບານ​ແລະ​ປະຊາຊົນ​ລາວ​ກ່ຽວ​ກັບ​ຜົນ​ກະທົບ​ທັງໃນ​ດ້ານ​ບວກ​ແລະ​ດ້ານ​ລົບ​ທີ່​ຈະ​ເກີດ​ຂຶ້ນຈາກ​ການ​ທີ່​ລາວ​ຈະ​ເຂົ້າ​ໄປ​ເປັນ​ສະມາຊິກ​ຂອງ ​WTO ​ແລະ​ໃນ​ອີກ​ດ້ານ ນຶ່ງ​ນັ້ນ ທາງ​ການ​ສະຫະລັດ​ກໍແນມ​ເຫັນ​ຄວາມ​ສໍາຄັນ​ທີ່ທາງ​ການ​ລາວ​ຈະ​ຕ້ອງ​ຕຽມ ພ້ອມ​ບຸກຄະລາ​ກອນ​ດ້ານ​ກົດໝາຍ​ແລະ​ສານ​ຍຸຕິ​ທໍາ ​ເພື່ອ​ຮັບ​ມື​ກັບ​ບັນດາ​ຂໍ້​ຂັດ ​ແຍ້​ງຕ່າງ​ໆ​ທັງ​ໃນ​ດ້ານ​ການ​ຄ້າ​ແລະ​ການ​ລົງທຶນ​ທີ່​ອາດ​ຈະ​ເກີດ​ຂຶ້ນພາຍຫຼັງ​ຈາກ​ທີ່ ລາວ​ໄດ້​ເຂົ້າ​ໄປ​ເປັນ​ສະມາ​ຊິກ​ຂອງ WTO ​ແລ້ວ​ນັ້ນ​ເອງ.

ທາງ​ດ້ານ​ສະມາຊິກ​ໃນ​ສະພາ​ຫໍ​ການ​ຄ້າ​ແລະ​ອຸດສາຫະກໍາ​ແຫ່ງ​ຊາດ​ກໍ​ໄດ້​ໃຫ້ການ ຢືນຢັນ​ວ່າ ສປປ.ລາວ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ສະມາຊິກ​ຂອງ WTO ທັງ​ນີ້​ກໍ​ເຊື່ອ​ວ່າ ລາວ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ເປັນ​ຢ່າງ​ດີ​ດ້ວຍ ດັ່ງ​ທີ່​ທ່ານ​ໄດ້​ໃຫ້ການ​ຢືນຢັນ​ວ່າ

“ການ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ ຈະ​ມີ​ຜົນ​ປະ​ໂຫຍ​ດຫຼາຍ​ໃຫ້​ແກ່ ພາກ​ທຸລະ​ກິດ​ຂອງ​ພວກ​ເຮົາ ​ເພາະ​ມັນ​ຈະ​ເປີດ​ຕະຫຼາດ​ການ​ຄ້າ​ຢ່າງ​ກວ້າງຂວາງ​ໃຫ້​ພວກ​ເຮົາ ​ແຕ່​ທາງ​ພາກ​ລັດ​ແລະ​ພາກ​ທຸລະ​ກິດ​ຂອງ​ພວກ​ເຮົາ​ນີ້ ຈະ​ຕ້ອງ​ໄດ້​ປັບ ປຸງ​ໂຄງ​ສ້າງ​ພື້ນຖານ​ຕ່າງໆ ​ໂດຍ​ສະ​ເພາະ​ແມ່ນ​ສະພາບ​ແວດ​ລ້ອມ​ທາງ​ດ້ານ​ການ ຄ້າ ​ແລະ​ການ​ລົງທຶນຢູ່ ສປປ.ລາວ.”

ທັງ​ນີ້​ໂດຍ​ທາງ​ການຫຼັງ​ຈາກ​ໄດ້​ສະ​ແດງ​ຄວາມເຈດຈໍານົງເພື່ອຂໍ​ເຂົ້າໄປ​ເປັນ​ສະມາ ຊິກ​ຂອງ​ WTO ​ນັບ​ຕັ້ງ​ແຕ່​ປີ 1997 ​ເປັນຕົ້ນ​ມາ. ​ໂດຍ​ໄດ້​ພົບ​ປະ​ເຈລະຈາ​ແລະ ຕອບ​ຂໍ້​ສົງ​ໃສ​ຕ່າງໆ​ຂອງ​ບັນດາ​ປະ​ເທດ​ສະ​ມາ​ຊິກ​ໄດ້​ທັງ​ໝົດ ຫຼາຍ​ກວ່າ 1,000 ກໍລະນີ ລວມທັງ​ຍັງ​ໄດ້​ຕົກລົງ​ເປີດ​ຕະຫຼາດ​ສິນຄ້າ​ແລະ​ບໍລິການ​ແບບ​ທະວິພາກ​ລວມ ກັບ 9 ປະ​ເທດ ຊຶ່ງ​ລວມ​ເຖິງ​ການ​ຕົກລົງ​ຮ່ວມ​ກັບ​ສະຫະລັດດ້ວຍ.
XS
SM
MD
LG