ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ໂຈມຕີ ຄ້າຍຝຶກ ຂະໜາດໃຫຍ່ ຂອງ ກຸ່ມອາລກາອີດາ ຢູ່ພາກໃຕ້ ອັຟການິສຖານ


ນາຍພົນ John Campbell
ນາຍພົນ John Campbell

ເຈົ້າໜ້າ​ທີ່​ສະຫະລັດຮັບຜິດຊອບ​ ກ່ຽວ​ກັບ​ເລື້ອງການ​ເຮັດ​ສົງ
ຄາມ​ໃນ​ອັຟກາ​ນິສຖານ ກ່າວ​ວ່າ ກຳລັງ​ສະຫະລັດ ​ໄດ້​ໂຈມ​ຕີ​
ໃນ​ອັນ​ທີ່​ເຊື່ອ​ກັນ​ວ່າ ​ເປັນ​ຄ້າຍ​ຝຶກ​ແອບທີ່​ໃຫຍ່​ທີ່​ສຸດ​ຂອງ​ກຸ່ມ
ກໍ່​ການ​ຮ້າຍ ​ອາລກາ​ອີ​ດາ ​ເທົ່າທີ່​ເຄີຍ ພົບ​ເຫັນ​ມາ ​ໃນ​ໄລຍະ​
14 ປີ ຂອງການເຮັດ​ສົງຄາມຢູ່​ໃນ​ອັຟກາ​ນິສຖານ.

ນາຍ​ພົນ John Campbell ​ແຫ່ງ​ກອງທັບ​ບົກ​ຂອງສະຫະ​ລັດ
ກ່າວ​ຕໍ່​ໜັງສືພິມ​ວໍ​ຊິງຕັນ​ໂພສຕ໌ສະບັບ​ທີ່​ອອກ​ໃນ​ວັນ​ສຸກ​ວານ
​ນີ້ວ່າ​ ມີ​ໜ່ວຍ​ປະຕິບັດ​ງານ​ ຂອງ​ກຸ່ມ​ກໍ່ການ​ຮ້າຍ​ອາ​ລກາ​ອີ​ດາ
ປະມານ 160 ຄົນຖືກ​ຂ້າ​ຕາຍໃນ​ການໂຈມ​ຕີ​ດັ່ງກ່າວທີ່​ພົວພັນ
​ກັບ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ສະຫະລັດ​ຫຼາຍສິບ​ຄັ້ງ ​ແລະ​
ກຳລັງ​ພິ​ເສດ​ປະມານ 200 ຄົນ.

ທ່ານ​ກ່າວ​ຕື່ມ​ວ່າ ການ​ປະຕິບັດ​ງານ​ທີ່​ວ່າ​ນີ້ ມີຂຶ້ນ​ໃນ​ລະຫວ່າງວັນ​ທີ​ 11 ຕຸລາ​ ດ້ວຍ​ການ
​ໂຈມ​ຕີ​ບໍລິ​ເວນຄ້າຍ​ຝຶກ​ແອບ​ ທີ່​ກວມ​ເອົາ​ພື້ນທີ່​ 80 ກິ​ໂລ​ແມັດ​ມົນທົນ ​ໃກ້ເຂດ​ຊາຍ​ແດນ​
ທາງ​ໃຕ້​ຂອງ​ອັຟກາ​ນິສຖານ​ທີ່​ຕິດ​ກັບ​ປາ​ກິ​ສຖານ​. ຄ້າຍ​ຝຶກ​ແອບ​ເຫຼົ່ານີ້​ເຊື່ອວ່າ​ຕັ້ງຂຶ້ນມາ​
ໄດ້​ນຶ່ງ​ປີ​ແລ້ວ.

ການ​ປະຕິບັດ​ງານ​ນີ້ ມີ​ຂຶ້ນພຽງ​ບໍ່​ເທົ່າ​ໃດ​ມື້ ກ່ອນ​ທີ່​ ປະທານ​າທິບໍດີ​ ບາ​ຣັກ ​ໂອ​ບາ​ມາ ປະ
ກາດກ່ຽວ​ກັບ​ແຜນການ​ທີ່​ຈະ​ຮັກສາ​ກຳລັງ​ທະຫານ 9,800 ຄົນ​ໄວ້​ໃນ​ສ່ວນ​ໃຫຍ່ຂອງອັຟ
ກາ​ນິສຖານໄປ​ຈົນ​ຮອດ​ປີ 2016 ແລະ​ປະມານ 5,500 ຄົນ ​ໄປ​ຈົນ​ຮອດ​ປີ 2017.

ນາຍ​ພົນ Campbell ​ເວົ້າວ່າ ຄ້າຍ​ຝຶ​ກ​ແອບ​ເຫຼົ່ານີ້​ແມ່ນ​ຢູ່​ໃນ​ເຂດ​ທີ່​ທ່ານ​ຄິດ​ວ່າ​ອາດ​ຈະ
​ບໍ່​ມີ​ໜ່ວຍ​ປະຕິບັດ​ງານ ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ອາ​ລກາ​ອີ​ດາ​ຢູ່​ເລີຍ. ສະຫະລັດ​ໄດ້​ກ່າວ​ມາ​
ເປັນ​ເວລາ​ດົນ​ນານ​ແລ້ວ​ວ່າ ບໍ່​ມີ​ຮ່ອງຮອຍ​ຫຍັງ​ຫຼາຍທີ່​ພາ​ໃຫ້​ເຊື່ອວ່າໜ່ວຍ​ປະ​ຕິ​ບັດ​ງານ
​ຂອງ​ກຸ່ມ​ອາລກາ​ອີ​ດາທີ່​ຍັງ​ຫຼົງ​ເຫລືອ​ຢູ່​ໃນ​ອັຟກາ​ນິສຖານໄດ້​ຕັ້ງຢູ່​ໃນ​ຫຼາຍໆ​ຮ່ອມ​ພູ​ທາງ​
ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ດັ່ງກ່າວ.

ໜັງສືພິມ​ວໍ​ຊິງ​ຕັນ​ໂພສຕ໌ ກ່າວ​ວ່າ​ ຂໍ້​ມູນ​ໃໝ່​ໄດ້​ກໍ່​ໃຫ້​ເກີດ​ມີ​ຄຳ​ຖາມ​ກ່ຽວ​ກັບປະສິດທິພາ​ບ
​ໃນ​ການ​ຊອກ​ຫາ​ແລະ​ໂຈມ​ຕີ​ພວກ​ຫົວ​ຮຸນ​ແຮງ​ຈຸ​ນີ້ ​ໂດຍ​ກອງ​ກຳລັງ​ສະຫະລັດ 14 ປີ​ຫລັງ
​ຈາກ​ການ​ໂຈມ​ຕີ​ໃນ​ວັນ​ທີ 11 ກັນຍາ ປີ​ 2001​ ຢູ່​ສະຫະລັດ ​ທີ່​ເຮັດ​ໃຫ້​ກອງທັບ​ສະຫະລັດ
ເປີດ​ສາກ​ໂຈມ​ຕີ​ຕໍ່​ພວກ​ຫົວ​ຮຸນ​ແຮງ ​ທີ່​ມີ​ຖານປະຕິບັດ​ງານ​ຢູ່​ອັຟກາ​ນິສຖານ​ຈຸນີ້.

XS
SM
MD
LG