ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອັຟການິສຖານ ກ່າວຫາ ສຫລ ວ່າ ເຮັດວຽກ ຮ່ວມກັບ ພວກຕາລິບັນ


ທ່ານ Chuck Hagel ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ກັບຈາກການໄປຢ້ຽມຢາມອັຟການິສຖານຄັ້ງທໍາອິດ ໃນວັນທີ 11 ມີນາ 2013 (REUTERS)
ທ່ານ Chuck Hagel ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ກັບຈາກການໄປຢ້ຽມຢາມອັຟການິສຖານຄັ້ງທໍາອິດ ໃນວັນທີ 11 ມີນາ 2013 (REUTERS)
ການຢ້ຽມຢາມອັຟການິສຖານຄັ້ງທໍາອິດຂອງທ່ານ Chuck
Hagel ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ໄດ້
ຖືກເຮັດໃຫ້ເສຍບັນຍາກາດ ຍ້ອນຄໍາ ກ່າວທີ່ພາໃຫ້ມີການ
ໂຕ້ແຍ້ງຂອງປະທານາທິບໍດີ Hamid Karzai ພ້ອມທັງ ໄພ
ຂົ່ມຂູ່ດ້ານຄວາມປອດໄພ ທີ່ມີຂຶ້ນຢ່າງຕໍ່ເນື່ອງ ຈົນຕ້ອງພາ
ໃຫ້ມີການຍົກເລີກກອງປະຊຸມຖະແຫລງຂ່າວທີ່ໄດ້ກໍານົດໄວ້
ແລ້ວ.

ພວກເຈົ້າໜ້າທີ່ບໍ່ໄດ້ອະທິບາຍຫລາຍກ່ຽວກັບບັນຫາຄວາມ
ປອດໄພ ແຕ່ວ່າ ສອງມື້ກ່ອນນັ້ນ ໄດ້ມີການໂຈມຕີສະລະຊີບ
ດ້ວຍລະເບີດສອງຄັ້ງ ຢູ່ນະຄອນຫລວງຄາບູລ ແລະເມືອງ
Khost ທີ່ໄດ້ສັງຫານ 19 ຄົນ. ການໂຈມຕີຢູ່ກຸງຄາບູລແມ່ນ ແນເປົ້າໃສ່ກະຊວງປ້ອງກັນປະເທດ ໃນຂະນະທີ່ທ່ານ Hagel ກໍາລັງຢ້ຽມຢາມນະຄອນຫລວງຢູ່ນັ້ນ.

ໃນຄໍາປາໄສ ເຊົ້າວັນອາທິດວານນີ້ປະທານາທິບໍດີ Karzai
ໄດ້ກ່າວຫາກຸ່ມຕາລິບັນວ່າ “ຮັບໃຊ້ອາເມລິກາ” ໂດຍໃຊ້ການ
ໂຈມຕີຄືກັນກັບ ອັນ ທີ່ເກີດຂຶ້ນໃນວັນເສົາຜ່ານມານັ້ນ ເພື່ອເຮັດໃຫ້ຊາວອັຟການິສຖານ
ຢ້ານກົວ ແລະຢາກໃຫ້ມີກໍາລັງທະຫານຂອງຕ່າງປະເທດ ສືບຕໍ່ປະຈໍາຢູ່ອັຟການິສຖານ
ກາຍວັນກໍານົດເສັ້ນຕາຍ ປີ 2014 ໄປ.

ໃນການໃຫ້ຄໍາເຫັນຕໍ່ພວກນັກຂ່າວທີ່ເດີນທາງໄປນໍາທ່ານນັ້ນ ທ່ານ Hagel ກ່າວວ່າ
ທ່ານໄດ້ເວົ້າຢ່າງ “ຈະແຈ້ງ ແລະກົງໄປກົງມາ” ຕໍ່ທ່ານ Karzai ວ່າມັນບໍ່ເປັນຄວາມຈິງ
ທີ່ວ່າ ສະຫະລັດກໍາລັງເຮັດວຽກກັບພວກຕາລິບັນແຕ່ຝ່າຍດຽວ. ທ່ານກ່າວວ່າ ຊ່ອງ
ທາງໃດໆກໍຕາມ ທີ່ຈະນໍາໄປສູ່ສັນຕິພາບ ແລະແກ້ໄຂບັນຫາການເມືອງນັ້ນ “ແມ່ນຊາວ
ອັຟການິສຖານ ຈະຕ້ອງເປັນຜູ້ນໍາພາ.”

ທ່ານ Joseph Dunford ນາຍພົນສູງສຸດຂອງສະຫະລັດ ຢູ່ອັຟການິສຖານກໍໄດ້ ຕໍາໜິ
ຄໍາເຫັນຂອງປະທານາທິບໍດີ Karzai ເຊັ່ນກັນ ໂດຍກ່າວວ່າ “ພວກເຮົາໄດ້ຕໍ່ສູ້ມາດ້ວຍ
ຄວາມລໍາບາກທີ່ສຸດ ຕະຫລອດໄລຍະ 12 ປີ ຜ່ານມາໄດ້ເສຍເລືອດເນື້ອໄປຫລາຍ ເກີນກວ່າທີ່ຈະຄິດອອກວ່າ ການກໍ່ຄວາມຮຸນແຮງ ຫລືເຮັດໃຫ້ຂາດສະຖຽນລະພາບ ຈະເປັນປະໂຫຍດແກ່ພວກເຮົາ.”
XS
SM
MD
LG