ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

18 ຄົນ ເສຍຊີວິດ ໃນການໂຈມຕີ ຢູ່ ອັຟການິສຖານ (ວີດິໂອ)


ທະຫານຂອງກອງທັບແຫ່ງຊາດອັຟການິສຖານ ພວມຍາມຮັກສາການ ໃນບໍລິເວນທີ່ມີການໂຈມຕີ ຢູ່ນະຄອນຫຼວງກາບູລ (9 ມີນາ 2013)
ທະຫານຂອງກອງທັບແຫ່ງຊາດອັຟການິສຖານ ພວມຍາມຮັກສາການ ໃນບໍລິເວນທີ່ມີການໂຈມຕີ ຢູ່ນະຄອນຫຼວງກາບູລ (9 ມີນາ 2013)
ເຈົ້າໜ້າທີ່ກ່າວວ່າ ການໂຈມຕີດ້ວຍລະເບີດສະລະຊີບ 2 ຄັ້ງ ຢູ່
ອັຟການິສຖານໃນວັນເສົາມື້ນີ້ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ
18 ຄົນໃນຂະນະທີ່ລັດຖະມົນຕີກະຊວງປ້ອງກັນປະເທດສະຫະ
ລັດທ່ານ Chuck Hagel ຢ້ຽມຢາມປະເທດດັ່ງກ່າວ.

ເຈົ້າໜ້າທີ່ເວົ້າວ່າ ມີພົນລະເຮືອນຢ່າງໜ້ອຍ 9 ຄົນໄດ້ເສຍຊີວິດ
ໃນການໂຈມຕີທີ່ກະຊວງປ້ອງກັນປະເທດ ໃນກຸງກາບູລ ຂະນະ
ທີ່ທ່ານ Hagel ພວມຢູ່ໃນລະຫວ່າງການຢ້ຽມຢາມນະຄອນຫຼວງ
ຂອງອັຟການິສຖານ. ນອກນັ້ນ ຍັງມີອີກຢ່າງໜ້ອຍ 13 ຄົນໄດ້ ຮັບບາດເຈັບຈາກການໂຈມຕີສະລະຊີບດ້ວຍລະເບີດທີ່ຫ້າງໃສ່
ລົດຖີບໃນຄັ້ງນີ້.

ເຈົ້າໜ້າທີ່ເວົ້າວ່າ ທ່ານ Hagel ແມ່ນຢູ່ໃນສະຖານທີ່ໆປອດໄພ
ແລະບໍ່ໄດ້ຮັບອັນຕະລາຍໃດໆ.

ກຸ່ມຕາລີບານໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີດັ່ງ
ກ່າວໂດຍເວົ້າວ່າ ການໂຈມຕີທີ່ວ່ານີ້ ແມ່ນເປັນຄຳເຕືອນຕໍ່ລັດ ຖະມົນຕີກະຊວງປ້ອງກັນປະເທດສະຫະລັດ.

ສ່ວນຢູ່ໃນບ່ອນອື່ນໆນັ້ນ ເຈົ້າໜ້າທີ່ເວົ້າວ່າ ນາຍຕຳຫຼວດອັຟການິສຖານຄົນນຶ່ງແລະພົນ ລະເຮືອນອີກ 8 ຄົນຊຶ່ງສ່ວນໃຫຍ່ແລ້ວແມ່ນພວກເດັກນ້ອຍໄດ້ເສຍຊີວິດໃນເຫດລະເບີດ ບ່ອນທີສອງ ຢູ່ທີ່ເມືອງ Khost ທາງພາກຕາເວັນອອກອັຟການິສຖານ.

ທ່ານ Hagel ເດີນທາງໄປເຖິງອັຟການິສຖານເມື່ອມື້ວັນສຸກວານນີ້ໃນການຢ້ຽມຢາມຕ່າງ ປະເທດເປັນເທື່ອທຳອິດ ນັບແຕ່ທ່ານໄດ້ຮັບການຢືນຢັນ ໃນການຖືກແຕ່ງຕັ້ງໃຫ້ເປັນຫົວ ໜ້າຂອງທຳນຽບຫ້າແຈ ໂດຍສະພາສູງຂອງສະຫະລັດໃນສັບປະດາແລ້ວ.

ໃນການຖະແຫຼງ ຕໍ່ພວກນັກຂ່າວ ຂະນະທີ່ພວມເດີນທາງ ໄປຍັງນະຄອນຫຼວງກາບູລນັ້ນ
ທ່ານ Hagel ໄດ້ສະແດງຄວາມຫວັງ ໄປໃນແງ່ດີ ກ່ຽວກັບການມອບໂອນ ຄວາມຮັບຜິດ ຊອບໃນການຮັກສາຄວາມປອດໄພ ໃຫ້ແກ່ກຳລັງອັຟການິສຖານກ່ອນການຖອນກໍາລັງ ປະສົມພາຍໃຕ້ການນຳພາຂອງສະຫະລັດ ໃນປີ 2014.

Kabul Suicide Bombings
please wait

No media source currently available

0:00 0:00:39 0:00

ໃນເດືອນແລ້ວນີ້ ທ່ານ Leon Panetta ອະດີດລັດຖະມົນຕີກະຊວງປ້ອງກັນປະເທດສະ ຫະລັດ ກ່າວວ່າ ກຸ່ມພັນທະມິດເນໂຕ້ກຳລັງພິຈາລະນາທີ່ຈະປະກຳລັງທະຫານນາໆຊາດ ລະຫວ່າງ 8,000 ຫາ 12,000 ຄົນ ໄວ້ໃນອັຟການິສຖານຫຼັງຈາກປີ 2014. ເວລານີ້ມີທະ ຫານຂອງອົງການເນໂຕ້ປະມານ 100,000 ຄົນຢູ່ໃນອັຟການິສຖານ ຮວມທັງທະຫານອາ ເມຣິກັນ 66,000 ຄົນ.

ທ່ານ Hagel ກ່າວວ່າ ໃນລະຫວ່າງທີ່ຢູ່ໃນອັຟການິສຖານນັ້ນ ທ່ານຈະໄດ້ພົບປະກັບບັນ
ດາຜູ້ບັນຊາການທະຫານອາເມຣິກັນແລະປະທານາທິບໍດີອັຟການິສຖານທ່ານຮາມິດ ກາໄຊ.
XS
SM
MD
LG