ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ໝັ້ນໃຈນໍາ ກອງປະຊຸມໃຫຍ່ປະຈໍາປີ ຂອງອັຟການີສຖານ


ພວກຕໍາຫລວດອັຟການີສຖານ ສິ້ງຊອມເບິ່ງຢ່າງໃກ້ຊິດຢູ່ໃກ້ໆກັບ
ບ່ອນກອງປະຊຸມໃຫຍ່ປະຈໍາປີ Loya Jirga, ໄຂຂຶ້ນໃນກຸງຄາບູລ.
ວັນທີ 14 ພະຈິກ 2011.
ພວກຕໍາຫລວດອັຟການີສຖານ ສິ້ງຊອມເບິ່ງຢ່າງໃກ້ຊິດຢູ່ໃກ້ໆກັບ ບ່ອນກອງປະຊຸມໃຫຍ່ປະຈໍາປີ Loya Jirga, ໄຂຂຶ້ນໃນກຸງຄາບູລ. ວັນທີ 14 ພະຈິກ 2011.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ຕົນ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ກອງ​ປະຊຸມ​ໃຫຍ່ຕາມ​ປະ​ເພນີ​ຂອງ​ບັນດາ​ຜູ້​ນໍາ​ອັຟກາ​ນີສຖານ​ໃນ​ສັບປະດາ​ນີ້​ ຈະຢືນຢັນ​ສາຍ​ພົວພັນ​ອັນ​ໃກ້ຊິດ​ລະຫວ່າງ​ສະຫະລັດ​ແລະ​ອັຟການີສຖານ​ນັ້ນ.

ພວກ​ນັກ​ການ​ເມືອງ​ອັຟກາ​ນີສຖານ​ ພວກ​ອາວຸ​ໂສ​ຊົນ​ເຜົ່າ ​ແລະ​ພວກ​ຜູ້​ນໍາ​ປະຊາ​ຄົມ​ຕ່າງໆ ຈໍານວນ​ຫລາຍ​ກວ່າ 2 ພັນ​ຄົນ ຈະໄປ​ເຕົ້າ​ໂຮມ​ກັນຢູ່ນະຄອນຫລວງ​ຄາ​ບູລ ​ໃນ​ວັນ​ພຸດ​ມື້​ອື່ນ​ນີ້​ ເພື່ອ​ເລີ້ມ​ກອງ​ປະຊຸມໃຫຍ່​ປະ​ຈໍາປີ ທີ່​ເອີ້ນ​ວ່າ loya jirga ເປັນ​ເວລາ​ຫລາຍ​ມື້​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ຄວາມ​ສໍາພັນ​ກັບ​ສະຫະລັດ​ອາ​ເມຣິກາ ​ແລະ​ຄວາມ​ພະຍາຍາມ​ໃນ​ການ​ປອງ​ດອງ​ກັນ​ ກັບ​ພວກ​ຕາ​ລີ​ບັນ​ນັ້ນ.

ທ່ານ Mark Toner ​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ສະຫະລັດກ່າວ ​ໃນ​ວັນ​ຈັນ​ວານ​ນີ້​
ວ່າ ສະຫະລັດ​ມີ​ຄວາມ​ເຄົາລົບ​ນັບຖືຢ່າງ​ສູງ​ທີ່​ສຸດ​ຕໍ່ກອງປະຊຸມ​ນີ້ ແລະ​ວ່າ ທ່ານ​ມີ​ຄວາມ
ໝັ້ນ​ໃຈ​ຫລາຍ​ທີ່​ສຸດ​ວ່າ ກອງ​ປະຊຸມ​ດັ່ງກ່າວ​ຈະ​ຢືນຢັນ​ອີກ​ຄັ້ງ​ໃໝ່​ຕໍ່​ການ​ເປັນ​ພາຄີ​ກັນ​
ຢ່າງ​ແຂງ​ແຮງ​ລະຫວ່າງ​ສອງ​ປະ​ເທດ​ນັ້ນ.

ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ພວກ​ຕາ​ລີ​ບັນ​ອັຟກາ​ນີສຖານ​ໄດ້​ຂົ່ມຂູ່​ທີ່​ຈະ​ກໍ່​ກວນ​ທໍາລາຍ​
ການ​ພົບ​ປະກັນ​ນີ້ ​ໂດຍ​ເປີດ​ເຜີຍ​ເອກ​ກະສາ​ນຕ່າງໆ​ອອກ​ມາ​ ທີ່​ກຸ່ມ​ດັ່ງ​ກ່າວ​ເວົ້າວ່າ ​
ເປັນເອກະສານຈັດ​ແຈງ​ເລື້ອງ​ການ​ຮັກາສາຄວາມ​ປອດ​ໄພ​ລະດັບ​ສູງ​ສຸດ​ສໍາລັບ​ກອງ​
ປະຊຸມ​ນີ້.

ທັງ​ບັນດາ​ເຈົ້າ​ໜ້າ​ທີ່ກຸ່ມ​ເນ​ໂຕ້​ແລະ​ອັຟກາ​ນີສຖານ ​ໄດ້​ປະຕິ​ເສດ​ຕໍ່​ເອກ​ກະສາ​ນ​ເຫລົ່າ​
ນັ້ນ​ວ່າ​ ເປັນ​ຂອງ​ປອມ ​ໂດຍ​ກ່າວ​ວ່າ ການ​ເປີດ​ເຜີຍ​ເອກ​ກະສາ​ນດັ່ງກ່າວ​ເປັນຄວາມ
ພະຍາຍາມ​ອັນ​ນຶ່ງ​ເພື່ອ​ນາບ​ຂູ່ພວກ​ທີ່ວາງ​ແຜນ​ຈະໄປ​ຮ່ວມ​ກອງ​ປະຊຸມນີ້ໃຫ້​ຢ້ານ​ກົວ.

ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນີສຖານ​ໄດ້ເພີ່ມ​ທະວີ​ການ​ຮັກສາ​ຄວາມ​ສະຫງົບ​ຂຶ້ນ​ລ່ວງ​ໜ້າ
ກອງ​ປະຊຸມ. ໃນ​ມື້ວັນ​ຈັນ​ນັ້ນ ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ອັຟກາ​ນີສຖານ​ໄດ້​ສັງຫານ
ຄົນ​ຮ້າຍ​ທີ່​ພະຍາຍາມ​ຈະວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ຢູ່​ນອກ​ກອງ​ປະຊຸມ Jirga ​
ແລະ​ໄດ້​ຈັບ ອີກ 2 ຄົນ​ທີ່ຈະ​ທໍາ​ການໂຈມ​ຕີຄື​ກັນ.

XS
SM
MD
LG