ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜບ. ຄົນໃໝ່ ຂອງສະຫະລັດ ພົບເຈົ້າໜ້າທີ່ເນໂຕ້


ນາຍພົນ DAVID PETRAEUS ທີ່ຫາກໍຖືກແຕ່ງຕັ້ງ ໃຫ້ເປັນຜູ້ ບັນຊາການ ກຳລັງສະຫະລັດ ແລະອົງການເນໂຕ້ ຄົນໃໝ່ ໃນອັຟການິສຖານ ໄດ້ລາຍງານສັ້ນໆ ໃຫ້ພວກເຈົ້າໜ້າທີ່ ຂອງກຸ່ມພັນທະມິດ ເນໂຕ້ ທີ່ນະຄອນ BRUSSELS ຊາບ ກ່ຽວກັບ ແຜນການຂອງທ່ານ ໃນການເຮັດສົງຄາມ ທີ່​ອັຟກາ​ນິສຖານ​ນັ້ນ.

ນາຍພົນ PETRAEUS ໄດ້ພົບປະ ກັບເລຂາທິການໃຫຍ່ ຂອງອົງການເນໂຕ້ ທ່ານ ANDERS FOGH RASMUSSEN ໃນວັນພະຫັດມື້ນີ້ ແລະ ໄດ້ກ່າວຕໍ່ ພວກເອກອັກ ຄະລັດຖະທູດ ໃນສະພາ ມະຫາສະມຸດ ອັດລັນຕິກເໜືອ ຊຶ່ງເປັນອົງການ ຕັດສິນໃຈ ຂັ້ນສູງສຸດ ຂອງກຸ່ມພັນທະມິດ ເນໂຕ້.

ການເຂົ້າພົບ ຂອງນາຍພົນ PETRAEUS ມີຂຶ້ນພຽງນຶ່ງມື້ ຫຼັງຈາກ ສະພາສູງ ສະຫະລັດ ໄດ້ໃຫ້ການ ອະນຸມັດ ຢ່າງເປັນເອກກະສັນ ກ່ຽວກັບ ການແຕ່ງຕັ້ງທ່ານ ໃຫ້ເປັນ ຜູ້ບັນຊາ ການ ທະຫານສູງສຸດ ຄົນໃໝ່ ຂອງສະຫະລັດ ໃນອັຟການິສຖານ.

ສະມາຊິກ ສະພາສູງ ສະຫະລັດ ໄດ້ລົງຄະແນນສຽງ 99 ຕໍ່ 0 ເຫັນພ້ອມ ໃຫ້ນາຍພົນ PETRAEUS ເຂົ້າຮັບຕຳແໜ່ງ ແທນນາຍພົນ STANLEY McCHRYSTAL ທີ່ໄດ້ລາ ອອກ ໃນສັບປະດາແລ້ວ ຫຼັງຈາກທ່ານ ແລະຜູ້ຊ່ອຍ ຂອງທ່ານ ໄດ້ໃຫ້ຄວາມເຫັນ ແບບເຍາະເຍີ້ຍ ຫົວຂວັນ ກ່ຽວກັບ ພວກເຈົ້າໜ້າທີ່ ໃນຄະນະ ລັດຖະບານ ທ່ານໂອບາມາ.

ປະທານາທິບໍດີ ບາຣັກ ໂອບາມາ ກ່າວວ່າ ການເອົາມາຕະການ ຢ່າງວ່ອງໄວ ຂອງສະພາ ສູງ ແລະ ປະສົບພະການ ແບບບໍ່ມີຜູ້ໃດ ສາມາດທ້າທາຍໄດ້ ຂອງນາຍພົນ PETRAEUS ຈະຄໍ້າປະກັນ ໃນການສືບຕໍ່ ດຳເນີນຍຸທະສາດ ຂອງສະຫະລັດ ເພື່ອທັບ ມ້າງ ການເຄື່ອນໄຫວ ຂອງພວກທາລີບານ ແລະເສີມສ້າງ ສະມັດຖະພາບ ໃນການປະຕິບັດງານ ຢູ່ໃນ ອັຟການິສຖານ.

XS
SM
MD
LG