ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍັງບໍ່ມີການຕັດສິນໃຈເທື່ອກ່ຽວກັບນະໂຍບາຍປ້ອງກັນຂອງ ສະຫະລັດ ໃນອັຟການິສຖານ


US Afghan Policy Not Decided Yet
please wait

No media source currently available

0:00 0:02:28 0:00

ນັບເປັນ​ເວລາ​ສາມ​ເດືອນ​ມາ​ແລ້ວ ແຕ່​ຜູ້​ບັນ​ຊາ​ການ​ສູງ​ສຸດ​ຂອງ​ສະຫະລັດ ​ແລະ​ກຳ​ລັງ
​ນາ​ໆ​ຊາດ ຢູ່​ໃນ​ອັຟກາ​ນິສຖານ ​ກ່າວ​ວ່າ ທ່ານ​ຕ້ອງການ​ກຳລັງ​ທະຫານ​ອີກ​ສອງ​ສາມ
​ພັນ​ຄົນ​ເພື່ອ​ທັບ​ມ້າງ “ສະພາບ​ການ​ບໍ່​ໄປ​ບໍ່​ມາ” ຢູ່​ໃນ​ປະ​ເທດ​ທີ່​ປະສົບ​ກັບ​ໄພສົງຄາມ
ດັ່ງກ່າວ ​ແລະ​ ບັນດາ​ເຈົ້າ​ໜ້າທີ່​ກ່າວ​ວ່າ ​ແຜນ​ຂອງລັດ ຖະບານປະທານາທິບໍດີ​ທຣໍາ
​ໃນ​ອັຟກາ​ນິສຖານ ອາດ​ສາມາດ​ສະໜອງ​ກຳລັງ​ ​ດັ່ງກ່າວ​ໃຫ້ແກ່​ທ່ານ​ໄດ້. ນັກ​ຂ່າວ
ວີ​ໂອ​ເອ ປະ​ຈຳ​ທຳນຽບຫ້າ​ແຈ Carla Babb ມີ​ລາຍ​ງານຊຶ່ງ ​ກິ່ງສະຫວັນ ຈະ​ນຳ​ເອົາ​
ລາຍ​ລະອຽດ ​ມາສະ​ເໜີ​ທ່ານ.

ດ້ວຍ​ການ​ມາ​ເຖິງຂອງອາກາດ​ອົບ​ອຸ່ນ ລະດູ​ການ​ສູ້​ລົບກໍຝົດ​ເດືອດ​ຂຶ້ນ​ຢູ່​ໃນ​ອັຟກາ​ນິສ
ຖານ ​ແຕ່​ລັດຖະບານ​ປະທານາທິບໍດີ​ທຣໍາ ຍັງ​ບໍ່​ທັນ​ໄດ້​ປະກາດເທື່ອເຖິງແຜນນະ​ໂຍ
ບາຍ​ຂອງ​ຕົນກ່ຽວ​ກັບປະ​ເທດ​ທີ່​ປະສົບ​ກັບ​ໄພສົງຄາມດັ່ງ
ກ່າວ.

ທ່ານ Sean Spicer ​ໂຄສົກ​ທຳນຽບຂາວ​ກ່າວ​ວ່າ “ຍັງບໍ່​ມີ​ການ​ຕັດສິນ​ໃຈ​ໃດໆ ​
ເພາະສະ​ນັ້ນຢ່າ​ຟ້າວ “ຕີ​ໂຕກ່ອນ​ໄຂ່” ​ກ່ຽວ​ກັບວ່າ​ ນະໂຍບາຍຂັ້ນສຸດ​ທ້າຍ​ຈະ​

ເປັນ​ຢ່າງໃດນັ້ນ.”

​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ທະຫານ​ກ່າວ​ຕໍ່ ​ວີ​ໂອ​ເອວ່າ ນະ​ໂຍບາຍ​ນີ້ອາດຈະ​ຮວມທັງ​ການ​
ສົ່ງ​ກຳລັງນາໆ​ຊາດສອງ​ສາມ​ພັນ​ຄົນ​ໄປ​ເພີ່​ມ ຢູ່ໄປ​ອັຟການິສຖານ.

ບັນດາ​ຜູ້ນຳ ​ໄດ້​ພະຍາຍາມເພີ້​ມກຳລັງນາໆ​ຊາດມາ​ກ່ອນ ​ເພື່ອ​ສູ້​ລົບ​ກັບ​ກຸ່ມ​ຕາ​ລີ
ບານ ​ແຕ່​ບັນດາ​ຜູ້​ຊ່ຽວຊານ​ກ່າວ​ວ່າ ກົນລະຍຸດ​ໃນ​ການ​ເພີ່ມ​ກຳລັງ​ອາດ​ຈະ​ເປັນຍຸດ​
ທະ​ສາດທີ່​ມີ​ຄວາມແຕກ​ຕ່າງ.

ນາຍ​ພົນ​ໂທບຳນານ Thomas Spoerh ຜູ້​ອຳນວຍ​ການ​ສູນ​ກາງປ້ອງ​ກັນຊາ​ດ ຂອງ​
ມູນ​ນິທິ Heritage ກ່າວ​ວ່າ “ເທື່ອ​ນີ້ພວກ​ເຮົາ​ໃຫ້ການ​ຝຶກ​ແອບໂດຍ​ກົງ​ແກ່​ທະຫານ​
ອັຟກາ​ນິສຖານ ​ເພາະສະ​ນັ້ນ​ພວກ​ເຮົາ​ຈຶ່ງພະຍາຍາມທີ່​ຈະ​ເຮັດ​ໃຫ້ພວກ ທະຫານ
ມີຄວາມ​ເຂັ້ມ​ແຂງຂຶ້ນຕື່ມ ເພື່ອ​ໃຫ້ເປັນ​ກຳລັງ ​ທີ່ມີ​ຄວາມ​ແຕກ​ຕ່າງກວ່າທີ່ພວກ​
ເຮົາໄດ້ປະຕິບັດ​ຜ່ານ​ມາ.”

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ກ່າວ​ວ່າ ​ການ​ພັດທະນາ​ນະ​ໂຍບາຍ ຂອງ​ລັດຖະ ບານ​
ແມ່ນຈະເພັ່ງ​ເລັງ​ໜ້ອຍ​ລົງໃສ່​ຈຳນວນ​ກຳລັງ​ນາໆ​ຊາດທີ່​ຕ້ອງການ ​ແລະເນັ້ນໜັກ​
ຫຼາຍຂຶ້ນ ກ່ຽວ​ກັບ​ການ​ສະໜອງການ​ຊ່ວຍ​ເຫລື​ອໃຫ້ແກ່ກຳລັງ​ທະຫານ ອາກາດເພີ້ມ
ຂຶ້ນ ແລະ​ກຳລັງ​ພິ​ເສດ ຂອງອັຟກາ​ນິສຖານ.

ສ່ວນ​ຄົນ​ອື່ນໆ​ກ່າວ​ວ່າ ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ເພີ້​ມກຳລັງ​ນາໆ​ຊາດນັ້ນຈະ​ບໍ່​ພຽງ
ພໍ ທີ່​ຈະ​ໄດ້​ຮັບ​ຜົນໃນ​ທັນ​ທີ ​ຢູ່ໃນສະໜາມ​ລົບ​ອັຟກາ​ນິສຖານ.

ທ່າ​ນ Daniel Coats ຜູ້ອຳນວຍ​ອົງການການ​ສືບ​ລັບ​ແຫ່ງ​ຊາດກ່າວ​ວ່າ “ປະຊາ​ຄົມ
​ສືບ​ລັບ​ຊັ່ງ​ຊາ​ວ່າ ສະຖານະ​ການ​ທາງ​ດ້ານການ​ເມືອງ ​ແລະ​ ຄວາມ​ໝັ້ນຄົງ​ໃນ​ອັຟ
ກາ​ນິສຖານ ​ເກືອບເປັນ​ທີ່ແນ່ນ​ອນວ່າ ຈະຊຸດ​ໂຊມ​ລົງໄປ​ຈົນ​ຮອດ​ປີ 2018 ​ເຖິງ
​ແມ່ນ​ວ່າ​ຈະ​ໄດ້​ຮັບ​ການຊ່ວຍ​ເຫຼືອທາງທະຫານ​ຫລາຍ​ສົມຄວນ​ຈາກ​ສະຫະລັດ
​ແລະ​ບັນ​ດາປະ​ເທດ​ພາຄີ​ກໍ​ຕາມ.”


ກຸ່ມ​ຕາ​ລີ​ບານ ເວລາ​ນີ້ ​ຄວບ​ຄຸມພື້ນທີ່​ຕົວ​ຈິງ​ຫຼາຍຂຶ້ນ​ຢູ່​ໃນ​ອັຟກາ​ນິສຖານ​ກວ່າ​ເວ
ລາ​ໃດໆ​ນັບ​ແຕ່​ປີ 2001 ​ເປັນຕົ້ນມາ. ແຕ່ວ່າ ການເພີ້ມຄວາມກົດດັນທາງທະຫານ
ຫລາຍ​ຂຶ້ນ ອາດໝາຍຄວາມວ່າ ບັງຄັບໃຫ້ກຸ່ມຕາລີບານ​ເຂົ້າຮ່ວມ​ການເຈລະຈາກັບ
ລັດຖະບານ.

ບັນດາເຈົ້າໜ້າທີ່ກ່າວຕໍ່ວີໂອເອວ່າ ກຳລັງອັຟການນິສຖານ​ແ​ມ່ນແນໃສ່ການ​ເພີ່ມ
ຄວາມກ້າວໜ້າ​ເປັນ​ຂັ້ນໆໃນຊຸມປີຕໍ່ໜ້າ ບໍ່ແມ່ນການເອົາຊະນະສັດຕູຢ່າງໄວວາ
ຄັ້ງດຽວ​ໂລດ.

ແລະໃນຂະນະພວກ​ຕ້ອງ​ຕິຢູ່ວໍຊິງຕັນ ໂຈມຕີກອງທັບອັຟການິສຖານທີ່ຕົກຢູ່​ໃນ
”ສະພາບ​ການ​ບໍ່​ໄປ​ບໍ່​ມາ” ກັບກຸ່ມຕາລີບານຢູ່​ນັ້ນ ບັນ​ດານາຍພົນກ່າວວ່າ ການ
ປະຕິບັດງານຕໍ່ຕ້ານ​ພວກກໍ່ການຮ້າຍ ຍັງປະສົບຜົນສຳເລັດຢູ່.

ນາຍພົນ Raymond Thomas ຜູ້ບັນຊາການ ກຳລັງພິເສດສະຫະລັດກ່າວວ່າ “ເປົ້າໜາຍນຶ່ງທີ່ພວກເຮົາມີ​ໄວ້ ກໍ​ຄື​ວ່າ​ຕົ້ນຕໍ​ແລ້ວເປັນຫຍັງພວກເຮົາຈຶ່ງໄປທີ່
ນັ້ນ ທີ່ີພວກເຮົາ​ໄດ້ບັນລຸໃນ​ໄລຍະ 15 ປີເຄິ່ງທີ່ຜ່ານມາກໍ​ຄືການຫລີກລ່ຽງການ
ໂຈມຕີອີກ​ຄັ້ງນຶ່ງ​ຈາກເຂດດັ່ງກ່າວ ແລະນັ້ນ ແນ່ນອນວ່າ​ໄດ້ບັນລຸກັນ ແລະແມ່ນ

ສິ່ງທີ່ເຮົາຕ້ອງການສະໜັບສະໜູນເພື່ອ​ກ້າວໄປໜ້າ.”

ຄວາມສຳຄັນຂອງການປະຕິບັດງານຕໍ່ຕ້ານ​ພວກກໍ່ການຮ້າຍໄດ້ມີເພີ້ມຂຶ້ນ ນັບແຕ່
ພວກນັກລົບລັດອິສລາມ ໄດ້ເຄື່ອນຍ້າຍເຂົ້າ​ໄປປະເທດດັ່ງກ່າວ. ​ແລະ​ນັ້ນ ພ້ອມກັບ

ການສະໜັບສະໜູນ ​ໃນ​ການ​ສູ້ລົບ​ໄລຍະຍາວຕ້ານພວກຕາລິບານໃນ ອັຟການິສ
ຖານ ພາ​ໃຫ້​ຜູ້ຊ່ຽວຊານຫຼາຍຄົນເຊື່ອວ່າ ບໍ່ຄືກັຮກັບລັດຖະບານທ່ານໂອບາມາ ນະໂຍບາຍຂອງປະທານາທິບໍດີທຣໍາ ຈຶ່ງ​ມີ​ທ່າ​ທາງ​ວ່າອາດຈະບໍ່ຊຸກຍູ້ໃຫ້ສະຫະ
ລັດ ຖອນອອກຈາກປະເທດ​ດັ່ງກ່າວ​ໃນ​ໄວໆ​ນີ້​ແຕ່​ຢ່າງ​ໃດ.

XS
SM
MD
LG