ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນະໂຍບາຍ ອັຟການິສຖານ ຂອງ ສຫລ ລໍຖ້າ ການຕັດສິນໃຈ ຂອງ ທຳນຽບຂາວ


ກຳລັງທະຫານສະຫະລັດ ແລະໜ່ວຍກ້າຕາຍອັຟກາສິນຖານ ທີ່ເມືອງ Asad Khil ໃນອັຟການິສຖານ.
ກຳລັງທະຫານສະຫະລັດ ແລະໜ່ວຍກ້າຕາຍອັຟກາສິນຖານ ທີ່ເມືອງ Asad Khil ໃນອັຟການິສຖານ.

ນັບເປັນ​ເວລາ​ສາມ​ເດືອນ​ມາ​ແລ້ວ ແຕ່​ຜູ້​ບັນ​ຊາ​ການ​ສູງ​ສຸດ​ຂອງ​ສະຫະລັດແລະ​ກຳ​ລັງ
​ທະຫານ​ນາ​ໆ​ຊາດ ຢູ່​ໃນ​ອັຟກາ​ນິສຖານ​ກ່າວ​ວ່າ ທ່ານ​ຕ້ອງການ​ກຳລັງ​ທະ ຫານ​ອີກ​
ສອງ​ສາມ​ພັນ​ຄົນ ​ເພື່ອ​ທັບ​ມ້າງ “ສະພາບ​ການ​ບໍ່​ໄປ​ບໍ່​ມາ” ຢູ່​ໃນ​ປະ​ເທດ​ ທີ່​ປະສົບ​ກັບ​ໄພສົງຄາມດັ່ງກ່າວ ​ແລະ​ລັດຖະບານຂອງປະທານາທິບໍດີ​ທຣໍາກໍຍັງ​ບໍ່​ທັນ​ໄດ້​ປະກາດ
​ແຜນ​ນະ​ໂຍບາຍ​ຂອງ​ທ່ານ​ເທື່ອ.

​ໂຄສົກ​ທຳນຽບຂາວ ທ່ານ Sean Spicer ກ່າວໃນ​ອາທິດ​ນີ້ວ່າ ຍັງ​ບໍ່​ທັນ​ໄດ້​ມີ​ການ​ຕັດ
ສິນ​ໃຈໃດໆ​ເທື່ອ ແລະ​ທ່ານ​ໄດ້​ຂໍຮ້ອງ​ໃຫ້​ພວກ​ນັກ​ຂ່າວ ຢ່າ​ຟ້າວ “ຕີ​ໂຕກ່ອນ​ໄຂ່” ​ກ່ຽວ​
ກັບ​ຂັ້ນຕອນ​ໃນ​ການ​ເຮັດ​ນະ​ໂຍບາຍ.

​ເຈົ້າ​ໜ້າ​ທີ່​ທະ​ຫານຫຼາຍ​ທ່ານ​ກ່າວ​ຕໍ່ວີ​ໂອ​ເອວ່າ ​ແຜນ​ການ​ດັ່ງກ່າວ​ອາດຈະ​ຮວມ​ທັງ
ການສົ່ງ​ກຳລັງ​ນາໆ​ຊາດອີກສອງ​ສາມ​ພັນ​ຄົນໄປເພີ່ມ​ຢູ່ອັຟກາ​ນິສຖານ.

ນາຍ​ພົນທະຫານ​ມາຣີນ ທ່ານ Joseph Dunford ປະທານ​ເສນາ​ທິການ​ຮ່ວມ ຂອງ
ກອງ​ທັບສະຫະລັດ ກ່າວ​ຢູ່ອິສຣາ​ແອ​ລ ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມານີ້​ວ່າ ຈຳ ນວນ​ທະ
ຫານ​ທີ່​ສະຫະລັດຈະ​ສົ່ງ​ໄປເພີ່ມ​ ​ເພື່ອ​ການ​ສູ້​ລົບ​ ໃນ​ອັຟການິສຖານນັ້ນ ຈະ​ຂຶ້ນ​ຢູ່​ກັບ
​ວ່າ ອົງການ NATO ຈະ​ສົ່ງ​ກຳລັງ​ໄປ​ຕື່ມ ຫລາຍ​ປານ​ໃດ​ ເພື່ອຂະຫຍາຍ​ການ​ສູ້​ລົບ​
ຕ້ານ​ພວກ​ກໍ່ການ​ຮ້າຍ​ຢູ່​ທີ່​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ຕໍ່ວີ​ໂອ​ເອວ່າ ປະທານາທິບໍດີ​ດໍໂນ​ລ ທຣໍາ ຍັງ​ບໍ່​ທັນ​ໄດ້ແຈ້ງ​
ໃຫ້​ຊາບ ກ່ຽວ​ກັບ​ແຜນ​ການປ້ອງ​ກັນ​ອັຟກາ​ນິສຖານ​ເທື່ອ ​ແຕ່​ພວກ​ນັກ​ຊ່ຽວ ຊານ​ກ່າວ​
ວ່າ​ ແຜນ​ການ​ດັ່ງກ່າວຄາດ​ວ່າ ຈະ​ຖືກຍົກ​ຂຶ້ນມາ​ຫາລືກັນ​ ໃນ​ທ້າຍ​ເດືອນ​ນີ້.

ທ່ານ Thomas Spoehr ຜູ້ອຳນວຍການ ສູນ​ກາງປ້ອງ​ກັນຊາ​ດ ຂອງ​ມູນ​ນິທິ Heri-
tage ກ່າວ​ວ່າ ທ່ານ​ຄາດ​ວ່ານະ​ໂຍບາຍຂອງ​ລັດຖະບານ​ໃໝ່ຈະ​ອີງ​ໃສ່​ການ​ເພີ່ມກຳ
ລັງ​ນາໆ​ຊາດ​ ສຳລັບ​ເປົ້າ​ໝາຍໄລຍະ​ຍາວ.

ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ Jim Mattis ແລະປະທານເສນາທິການຮ່ວມຂອງກອງທັບ ສະຫະລັດ ນາຍພົນ Gen. Joseph Dunford.
ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ Jim Mattis ແລະປະທານເສນາທິການຮ່ວມຂອງກອງທັບ ສະຫະລັດ ນາຍພົນ Gen. Joseph Dunford.

ທ່ານ Spoehr ກ່າວ​ຕໍ່ວີ​ໂອ​ເອວ່າ “ເທື່ອ​ນີ້ ພວກ​ເຮົາ​ໃຫ້ການ​ຝຶກ​ແອບໂດຍ​ກົງ​ແກ່​ທະ
ຫານ​ອັຟກາ​ນິສຖານ ​ເພາະສະ​ນັ້ນ​ພວກ​ເຮົາ​ຈຶ່ງພະຍາຍາມທີ່​ຈະ​ເຮັດ​ໃຫ້ ທະຫານມີ​
ຄວາມ​ເຂັ້ມ​ແຂງຂຶ້ນຕື່ມ ເພື່ອ​ໃຫ້ເປັນ​ກຳລັງ​ທີ່ມີ​ຄວາມ​ແຕກ​ຕ່າງກວ່າ ພວກ​ເຮົາ​ທີ່​ໄດ້
​ປະຕິບັດ​ຜ່ານ​ມາ.”

ກຳລັງຮັກສາຄວາມປອດໄພອັຟການິສຖານ ຢູ່ໃນທ່າສູ້ລົບ ລະຫວ່າງ ກຸ່ມທາລິບານ ແລະກຳລັງຮັກສາຄວາມປອດໄພ ທີ່ແຂວງ Laghman.
ກຳລັງຮັກສາຄວາມປອດໄພອັຟການິສຖານ ຢູ່ໃນທ່າສູ້ລົບ ລະຫວ່າງ ກຸ່ມທາລິບານ ແລະກຳລັງຮັກສາຄວາມປອດໄພ ທີ່ແຂວງ Laghman.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ກ່າວ​ວ່າ ​ການ​ພັດທະນາ​ນະ​ໂຍບາຍ ຂອງ​ລັດຖະບານ
​ແມ່ນຈະເພັ່ງ​ເລັງ​ໜ້ອຍ​ລົງ ໃສ່​ຈຳນວນ​ກຳລັງ​ນາໆ​ຊາດທີ່​ຕ້ອງການ ​ແລະເນັ້ນໜັກ
​ຫຼາຍຂຶ້ນກ່ຽວ​ກັບ​ການ​ສະໜອງການ​ຊ່ວຍ​ເຫລື​ອໃຫ້ແກ່ກຳລັງ​ທະຫານ ອາກາດທີ່​
ເພີ້ມຂຶ້ນ ແລະ​ກຳລັງ​ພິ​ເສດ ຂອງອັຟກາ​ນິສຖານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG