ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນດາ​ຜູ້ນຳ​ສະຫະລັດ ​ແລະອັຟການີສຖານ ພົບ​ປະກັນ


Afghanistan Ghani US Visit
please wait

No media source currently available

0:00 0:03:52 0:00

ປະທານາທິບໍດີອັຟການີສຖານ ທ່ານ Ashraf Ghani ພົບປະ
ກັບປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ທີ່ທຳນຽບ
ຂາວ ໃນວັນອັງຄານມື້ນີ້ທ່າມກາງທີ່ມີຄຳຖາມຕ່າງໆ ກ່ຽວກັບ
ອານາຄົດຂອງການມີໜ້າຂອງກອງກຳລັງທະຫານສະຫະລັດ
ໃນປະເທດທີ່ມີເສິກສົງຄາມນັ້ນ.

ປະທານາທິບໍດີ ທ່ານ Ghani ແລະຫົວໜ້າບໍລິຫານ ທ່ານ
Abdulla Abdulla ຊຶ່ງເປັນຜູ້ນຳ ລັດຖະບານໃນການຄອງອຳ
ນາດຮ່ວມກັນໄດ້ພົບປະກັບເຈົ້າໜ້າທີ່ສະຫະລັດໃນວັນຈັນວານ
ນີ້ ຮວມມີລັດຖະມົນຕີການຕ່າງປະເທດ ທ່ານ John Kerry ຜູ້ຊຶ່ງໄດ້ກ່າວຍ້ອງການ ໂອ້ລົມສົນທະນາດັ່ງກ່າວນີ້ວ່າ “ໃຫ້ດອກອອກຜົນ.”

ການໂອ້ລົມສົນທະນາທີ່ວ່ານີ້ ແມ່ນມີຈຸດປະສົງທີ່ຈະປັບປຸງຄວາມສຳພັນສອງຝ່າຍ ທີ່ໄດ້
ເຄັ່ງຕຶງຍ້ອນສົງຄາມເປັນເວລາເກືອບ 14 ປີ ນັ້ນ ແລະຄວາມສຳພັນແບບໃຈຮ້ອນໂມໂຫ ງ່າຍຂອງສະຫະລັດ ກັບອະດີດປະທານາທິບໍດີອັຟການີສຖານ ທ່ານ Harmid Karzai ແບບເລື້ອຍໆ.
ໃນຂະນະທີ່ທຳການໂອ້ລົມກັນໃນວັນຈັນວານນີ້ ຜູ້ນຳຂອງທັງສອງຝ່າຍ ໄດ້ນຳເອົາ
ຄວາມເປັນຫ່ວງເປັນໄຍກ່ຽວກັບເລື້ອງຄວາມປອດໄພຂຶ້ນມາຫາລືກັນ ກ່ອນໜ້າລະດູບານ
ໃໝ່ ຊຶ່ງຕາມປົກກະຕິແລ້ວແມ່ນມີການໂຈມຕີເພີ້ມຂຶ້ນຂອງກຸ່ມຕາລີບັນ.

ເພື່ອຊ່ອຍໃຫ້ມີສະຖຽນລະພາບໝັ້ນຄົງຕື່ມຂຶ້ນນັ້ນ ສະຫະລັດໄດ້ປະກາດວ່າ ຕົນຈະຮ້ອງ
ຂໍໃຫ້ທາງລັດຖະສະພາສະຫະລັດ ອະນຸມັດງົບປະມານ ທີ່ອະນຸຍາດໃຫ້ກອງກຳລັງຮັກສາ
ຄວາມປອດໄພອັຟການີສຖານ ຮັກສາກອງທະຫານໃນລະດັບ 352 ພັນຄົນ ໄປຮອດຢ່າງນ້ອຍ ກໍສົກປີ 2017.

ທັງສອງຝ່າຍຍັງໄດ້ຕົກລົງ ທີ່ຈະບັງຄັບໃຫ້ລັດຖະບານອັຟການີສຖານ ສຳເລັດການປະຕິ
ຮູບ ໃນບາງດ້ານແລະແກ້ໄຂບັນຫາອື່ນໆ ເພື່ອທີ່ຈະໄດ້ຮັບເງິນຊ່ອຍເຫລືອທາງດ້ານເສດ
ຖະກິດຈາກສະຫະລັດ ຈຳນວນ 800 ລ້ານໂດລ່າ. ເຈົ້າໜ້າທີ່ຂອງສະຫະລັດ ໄດ້ກ່າວວ່າ ອັຟການີສຖານ ໄດ້ແນະນຳກ່ຽວກັບຄວາມຄິດເຫັນໃນກອງທຶນທີ່ໃຫ້ສິນນ້ຳໃຈດັ່ງກ່າວ.

XS
SM
MD
LG