ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສ​ຫລ ເພີ້ມການລົງໂທດ ຕໍ່ຣັດເຊຍ ຕື່ມອີກ ເພື່ອໃຫ້ ຣັດເຊຍ "ປ່ຽນຄວາມປະພຶດ" ໃນຢູເຄຣນ (ສະ​ໄລ​ດ໌/ວີດີໂອ)


ukraine28april14
please wait
Embed

No media source currently available

0:00 0:00:50 0:00

ເບິ່ງວີດີໂອເລື້ອງນີ້

ສະຫະລັດ​ຈະ​ປະກາດ​ລົງ​ໂທດ​ໃໝ່​ຕື່ມ​ອີກ​ໃນ​ວັນ​ຈັນ​ມື້​ນີ້
ຕໍ່ຣັດ​ເຊຍ​ທີ່​ກຳລັງ​ພົວພັນ​ຢູ່​ໃນ​ຢູ​ເຄຣນ ປະ​ເທດ​ເພື່ອນ​
ບ້ານ​ຂອງ​ຕົນ​ນັ້ນ.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ
ການ​ລົງ​ໂທດ​ຕໍ່​ພວກ​ບຸກຄົນ​ແລະ​ບໍລິສັດ​ຕ່າງໆ ຈະ​ເພີ່ມ​
ຂຶ້ນ​ອີກ​ນອກຈາກ​ການ​ລົງ​ໂທດທີ່​ມີ​ຢູ່ແລ້ວ ທີ່​ແນ​ເປົ້າ​ໃສ່
​ການ​ເຄື່ອນ​ໄຫວທາງ​ທະນາຄານບາງ​ຢ່າງ ແລະ​ບັນດາ
​ເຈົ້າ​ໜ້າ​ທີ່​ຂອງ​ບໍລິສັດ​ ທີ່​ໃກ້ຊິດ​ກັບ​ປະທານາທິບໍດີ
Vladimir Putin ນັ້ນ.

ທ່ານ​ໂອ​ບາ​ມາ ກ່າວ​ວ່າ “​ເປົ້າ​ໝາຍ​ຂອງ​ການ​ລົງ​ໂທດ​ດັ່ງກ່າວ​ບໍ່ແມ່ນ​ແນ​ໃສ່​
ທ່ານ​ພູ​ຕິນ ​ເປັນ​ທາງ​ສ່ວນ​ຕົວ. ​ແຕ່ເປົ້າ​ໝາຍ​ແມ່ນ​ເພື່ອ​ປ່ຽນ​ແປງ​ການ​ຄຳ
ນວນ​ລະ​ບົບຂອງ​ທ່ານ​ກ່ຽວ​ກັບວິທີ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ປັດຈຸ
ບັນ​ທີ່​ທ່ານ​ກຳລັງ​ພົວພັນ​ຢູ່​ໃນ​ຢູ​ເຄຣນນັ້ນວ່າຈະສ້າງ​ຜົນກະທົບ​ທີ່ກົງກັນຂ້າມ​
ຕໍ່​ເສດຖະກິດ​ຂອງຣັດ​ເຊຍ​ໃນ​ລະຍະ​ຍາວ ​ແລະ​ເພື່ອ​ຊັກ​ຊວນ​ໃຫ້​ທ່ານ​ດຳ​
ເນີນ​ການ​ແທ້ໆ ​ແລະ​ບໍ່​ພຽງ​ແຕ່ຈະ​ເວົ້າ​ຊື່ໆ ​ເມື່ອ​ເວົ້າ​ເຖິງ​ການ​ແກ້​ໄຂ​ວິ​ກິດ​
ການ​ທາງ​ດ້ານ​ການ​ທູດ​ໃນ​ຢູ​ເຄຣນນັ້ນ
.”
Ukraine Separatists Rally as Unity Backers Meet Putin Foe
please wait

No media source currently available

0:00 0:02:10 0:00

ທ່ານ​ໂອ​ບາ​ມາ ກ່າວ​ວ່າ ຢູ​ເຄຣນ ​ໄດ້​ປະຕິບັດ​ຕາມ​ຂໍ້​ຕົກລົງ​ຂອງ​ນາໆ​ຊາດ​ທີ່​ໄດ້
​ບັນລຸ​ກັນ​ທີ່​ນະຄອນ​ຈີ​ນີວາ ​ໃນ​ຕົ້ນ​ເດືອນ​ນີ້ ທີ່​ວາງ​ການ​ເອົາ​ບາດກ້າວ​ທີ່​ເປັນ​ຮູບ​
ປະ​ທຳ​ຕ່າງໆ ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ໃນ​ຢູ​ເຄຣນ. ທ່ານ​ໂອ​ບາ​ມາ ກ່າວ​ຕໍ່​ບັນດາ​
ນັກ​ຂ່າວ​ໃນ​ລະຫວ່າງ​ການ​ເດີນທາງ​ໄປ​ຍັງຟີ​ລິບ​ປີນ​ວ່າ ຣັດ​ເຊຍ​ບໍ່​ໄດ້​ທຳ​ການ​
ເຄື່ອນ​ໄຫວ​ໃດໆກ່ຽວ​ກັບ​ເລື້ອງ​ນີ້.
New G-7 Sanctions Against Russia Expected
please wait

No media source currently available

0:00 0:02:27 0:00

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ “ມີ​ຊ່ອງ​ທາງ​ເພື່ອແກ້​ໄຂ​ວິ​ກິດ​ການ​ນີ້ ​ແຕ່ຣັດ​ເຊຍ​ຍັງ​
ບໍ່​ທັນ
ໄດ້​ເລືອກ​ເອົາ​ເສັ້ນທາງ​ແກ້​ໄຂ​ບັນຫາ​ນີ້​ເລີຍ ​ແລະ​ກາ​ນລົງ​ໂທດ​ເຫຼົ່າ​
ນີ້ເປັນ​ລະຍະ​ຕໍ່ໜ້າ​ໃນ​ຄວາມ​ພະຍາຍາມ​ຕ່າງໆເປັນ​ເທື່ອ​ລະ​ຂັ້ນ​ໆໄປ ​ເພື່ອ
ປ່ຽນ​ແປງ​ຄວາມ​ປະພຶດ​ຂອງຣັດ​ເຊຍ​.”

XS
SM
MD
LG