ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ກ່າວຫາ ຮອງ ປ. Venezuela ໃນຖານ ເປັນຜູ້ລັກລອບ ​ຄ້າ​ຢາ​ເສບ​ຕິດ​


US Venezuela Sanctions
please wait

No media source currently available

0:00 0:01:02 0:00

ສະຫະລັດ ​ໄດ້​ລະບຸ​ວ່າຮອງ​ປະທານາທິບໍດີ​ຂອງ Venezuela ​ເປັນ​ຜູ້ລັກລອບ​ຄ້າ​ຢາ​ເສບ
​ຕິດ​ລາຍ​ໃຫຍ່ ລະດັບ​ນາໆ​ຊາດ ພາຍ​ໃຕ້​ກົດໝາຍ​ຂອງ​ຕົນ ທີ່​ເອີ້ນ​ວ່າ Kingpin Act.

ທ່ານ Tareck Zaidan El Aissami Maddah ເປັນ​ຜູ້ຄວບ​ຄຸມ​ພວກ​ເຮືອບິລຳລຽງ
ແລະເສັ້ນທາງ​ນຳ​ສົ່ງຢາ​ເສບ​ຕິດ ​ແລະ​ໃຫ້ການປົກ​ປ້ອງ ພ້ອມທັງ​ອຳນວຍ​ຄວາມ​ສະດວກ
​ໃຫ້​ແກ່​ພວກ​ຄ້າ​ຢາ​ເສບ​ຕິດ​ອື່ນ​ໆ ​ທີ່​ປະຕິບັດ​ງານ ຢູ່​ໃນ​ປະ​ເທດ​ອາ​ເມຣິກາ​ໃຕ້ດັ່ງກ່າວນັ້ນ
ຄື​ຄຳ​ເວົ້າຂອງເຈົ້າ​ໜ້າ​ທີ່​ຂັ້ນ​ສູງສະຫະລັດ ​ທີ່ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ ​ໃນ​ແລງ​ວັນ​ຈັນ​
ວານ​ນີ້.

ທ່ານ El Aissami ​ຊຶ່ງ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເຂົ້າກຳ​ຕຳ​ແໜ່​ງ ​ເປັນຮອງ​ປະທານາທິບໍດີ
Venezuela ​ໃນ​ຕົ້ນເດືອ​ນ​ແລ້ວ​ນີ້ ​ເຄີຍ​ໄດ້​ດຳລົງ​ຕຳ​ແໜ່​ງ​ເປັນ​ລັດຖະມົນຕີ​ກະຊວງ
ພາຍ​ໃນ​ແລະ​ຍຸຕິ​ທຳລະຫວ່າງ​ປີ 2008 ຫາ 2012 ​ແລະ​ຕໍ່​ມາຍັງ​ໄດ້​ດຳລົງ​ຕຳແໜ່​ງ
​ເປັນ​ຜູ້​ປົກຄອງ​ລັດ Aragua ​ໃນ​ຮອບ 5 ປີຜ່ານ​ມາ.

​ໃນ​ຕຳ​ແໜ່​ງທັງຫຼາຍ​ຜ່ານ​ມາຂອງ​ທ່ານ​ ​ເຈົ້າ​ໜ້າ​ທີ່​ສະຫະລັດ ​ໄດ້​ກ່າວ​ຫາວ່າ ​ທ່ານ​ໄດ້
​ກຳກັບ ຫຼື​ບໍ່ ກໍ​ເປັນ​ເຈົ້າ​ຂອງ​ສ່ວນ​ນຶ່ງ ​ໃນການຂົນ​ສົ່ງຢາ​ເສບ​ຕິດ ຈຳນວນຫລາຍ​ກວ່າ
1 ພັນກິ​ໂລກຼາມ ຈາກ Venezuela ຊຶ່ງ​ໃນ​ຫລາຍໆ​ໂອກາດ ​ປາຍທາງ​ສຸດ​ທ້າຍແມ່ນ
ຮວມທັງ Mexico ແລະ​ສະຫະລັດ. ທ່ານ​ຍັງ​ຖືກ​ກ່າວ​ຫາວ່າພົວພັນ​ໃນ​ການ​ຟອກ​ເງິນ​
ນຳ​ອີກ.​

ເຈົ້າ​ໜ້າ​ທີ່​ສະຫະລັດ ​ໄດ້​ເນັ້ນ​ເຖິງກໍລະ​ນີເຈົ້າ​ໜ້າ​ທີ່ Venezuela ຜູ້​ຊຶ່ງ​ມີຕຳ​ແໜ່​ງ​ສູງ​ສຸດ​
ຂອງ​ປະ​ເທດ​ດັ່ງກ່າວ ​ທີ່​ໄດ້​ຕົກ​ເປັນ​ເປົ້າ​ໃນ​ການ​ລົງ​ໂທດແມ່ນ “​ໄດ້​ດຳ​ເນີນການ​ມາ​ເປັນ
ຫຼາຍໆ​ປີ”
​ແລະ​ວ່າ ການ​ເອົາ​ບາດກ້າວ​ດັ່ງກ່າວ ​ບໍ່​ໄດ້​ມີ​ຂຶ້ນ ຍ້ອນ​ທ່ານ​ຫາ​ກໍເຂົ້າຮັບ​ຕຳ
​ແໜ່​ງ​ເປັນ​ຮອງ​ປະທານາທິບໍດີ.

ການ​ເອົາ​ບາດກ້າວ​ທີ່​ວ່າ​ນີ້ ບໍ່​ແມ່ນ “ທາງ​ການ​ເມືອງ, ບໍ່​ແມ່ນທາງ​ດ້ານ​ເສດຖະກິດ ​
ແລະ​ກໍບໍ່​ແມ່ນ​ທາງ​ການ​ທູດ,”
ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງ​ອີກ​ທ່ານ​ນຶ່ງ​ໄດ້​
ບອກ​ກັບພວກນັກ​ຂ່າວ.

ການ​ເອົາ​ບາດກ້າວດັ່ງກ່າວ​ນີ້ ແນ່ນອນ​ມັນ​ຈະ​ພາ​ໃຫ້​ສາຍ​ພົວພັນ​ລະຫວ່າງ​ Caracas ​
ເ​ເລະວໍ​ຊີງ​ຕັນ ຊຸດ​ໂຊມ​ລົງຕື່ມ. Venezuela ​ກຳລັງ​ປະ​ເຊີນ​ກັບ​ວິ​ກິດ​ການ​ທາງ​ດ້ານ
​ເສດຖະກິດ ​ໂດຍ​ມີ​ອັດຕາ​ເງິນ​ເຟີ້​ສູງເປັນ​ສາມ​ໂຕ​ເລກ ​ຫຼືຫຼາຍຮ້ອຍ​ເປີ​ເຊັນ​ແລະເຄື່ອງ​ໃຊ້​
ທີ່​ຈຳ​ເປັນ​ຕ່າງ ຕ່າງ ​ແມ່ນ​ຫາ​ຊື້​ໄດ້​ຍາກ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG