ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ກ່າວຫາຫຼາຍປະເທດ ຢູ່ໃນທົ່ວໂລກ ກ່ຽວກັບ ການລະເມີດ ສິດທິມະນຸດ


US: Global Human Rights Hit by Brutal Terror Groups & Stifling Authorities
please wait

No media source currently available

0:00 0:02:32 0:00

ສະຫະລັດ ໄດ້ກ່າວຫາລະບອບການປົກຄອງປະເທດ ແບບຜະເດັດການຕ່າງໆ ໃນທົ່ວ ໂລກ ເມື່ອວັນພຸດວານນີ້ ກ່ຽວກັບ ການກົດຂີ່ຂູດຮີດປະຊາຊົນຂອງຕົນດ້ວຍ “ການຂະ ຫຍາຍອຳນາດ ແລະ ຄວາມໂຫດຮ້າຍ” ເພື່ອຄວບຄຸມທຸກໆກິດຈະກຳທີ່ອາດເປັນໄພຂົ່ມ ຂູ່ຕໍ່ອຳນາດຂອງພວກເຂົາເຈົ້າ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ໄດ້ກ່າວໃນລະຫວ່າງກອງ ປະຊຸມຖະແຫຼງຂ່າວເປີດຕົວບົດລາຍງານຂອງປະເທດ ກ່ຽວກັບ ການປະຕິບັດດ້ານສິດທິ ມະນຸດວ່າ “ລັດຖະບານທີ່ປະຕິເສດຄວາມເສລີພາບທາງດ້ານການເມືອງຈະສູນເສຍ ຄວາມເຊື່ອຖືຕໍ່ສາທາລະນະ. ດ້ວຍເຫດນັ້ນຈະເປັນການເປີດປະຕູໃຫ້ປະຊາຊົນກໍ່ ຄວາມບໍ່ສະຫງົບຕະຫຼອດໄປ, ຂ້າພະເຈົ້າອາດກ່າວເພີ່ມ ມັນຮວມທັງ ຄວາມຮຸນແຮງ ຂອງລັດທິຫົວຮຸນແຮງ ນຳ.”

ທ່ານ Tom Malinowski, ລັດຖະມົນຕີຊ່ວຍຂອງກະຊວງການຕ່າງປະເທດ ສຳລັບວຽກ ງານດ້ານ ປະຊາທິປະໄຕ, ສິດທິມະນຸດ ແລະ ແຮງງານ ໄດ້ກ່າວຕໍ່ວີໂອເອວ່າ ຂໍ້ມູນທີ່ໄດ້ ຖືກຕີພິມໃນບົດລາຍງານຕ່າງໆ ສາມາດນຳໃຊ້ເປັນຫຼັກການພື້ນຖານ ເພື່ອທີ່ຈະຕັດສິນ ກ່ຽວກັບ ການຊ່ວຍເຫຼືອດ້ານຄວາມໝັ້ນຄົງຕໍ່ບັນດາການທະຫານຕ່າງປະເທດ.

ທ່ານ Malinowski ໄດ້ກ່າວໃນການໃຫ້ສຳພາດຕ່າງຫາກວ່າ “ທ່ານສາມາດແນ່ໃຈວ່າ ເມື່ອໃດກໍຕາມທີ່ພວກເຮົາມີຫຼັກຖານທີ່ເຊື່ອຖືໄດ້ວ່າ ກຸ່ມບຸກຄົນ ຫຼື ບຸກຄົນໃດໝທີ່ເປັນ ສະ ມາຊິກຂອງກອງກຳລັງຮັກສາຄວາມໝັ້ນຄົງຕ່າງປະເທດໄດ້ທຳການລ່ວງລະເມີດ ຕໍ່ສິດທິ ມະນຸດຢ່າງຮ້າຍແຮງແລ້ວ, ພວກເຮົາບໍ່ໃຫ້ ແລະ ຈະບໍ່ໃຫ້ການຊ່ວຍເຫຼືອຕໍ່ກຸ່ມ ຄົນ ແລະ ບຸກຄົນດັ່ງກ່າວນັ້ນ.”

ໃນບົດລາຍງານສະບັບນຶ່ງກ່ຽວກັບເລື້ອງສິດທິມະນຸດປະຈຳປີສະບັບທີ 40 ຂອງພວກ ເຂົາເຈົ້າ, ກະຊວງການຕ່າງປະເທດສະຫະລັດ ໄດ້ກ່າວວ່າ, “ໃນປີ 2015, ການປາບ ປາມທົ່ວ ໂລກໂດຍປະເທດທີ່ໃຊ້ອຳນາດຜະເດັດການຕໍ່ສັງຄົມພົນລະເຮືອນນີ້ໄດ້ເພີ່ມ ຂຶ້ນ, ໄດ້ ປິດກັ້ນການອອກສຽງຢ່າງອິດສະຫຼະ, ການສົນທະນາທາງດ້ານການເມືອງ ເສື່ອມສະ ພາບລົງ, ແລະ ປິດກັ້ນວິທີເພື່ອການປ່ຽນແປງໄປສູ່ຄວາມມີສັນຕິພາບ.”

The U.S. accused authoritarian regimes around the world Wednesday of suppressing their people with "increasing vigor and viciousness" to control any activities that might threaten their power.

"Governments that deny political liberty forfeit public trust. Thereby opening the door to civic unrest of all times, including I might add, violent extremism," said Secretary of State John Kerry during a news conference unveiling the 2015 Country Reports on Human Rights Practices.

Tom Malinowski, an Assistant Secretary of State for democracy, human rights and labor affairs, told VOA information published in the report can be used as a basis to make decisions on security assistance to foreign militaries.

"You can be certain that whenever we have credible evidence that a unit or an individual member of a foreign security force has committed gross violations of human rights, we do not and we will not provide assistance to those units and individuals," Malinowski said in a separate interview.

In its 40th annual human rights report, the U.S. State Department said, "In 2015, this global crackdown by authoritarian states on civil society deepened, silencing independent voices, impoverishing political discourse, and closing avenues for peaceful change."

XS
SM
MD
LG