ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ວ່າ ການກ່າວອ້າງ ຂອງທ່ານ ພູຕິນ ກ່ຽວກັບ ຢູເຄຣນ ບໍ່ຖືກຕ້ອງ (ວີດີໂອ)


ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin
ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin
ໃນ​ວັນ​ພຸດ​ວານ​ນີ້ ກະຊວງການ​ຕ່າງປະ​ເທດ​ສະຫະ​ລັດ​ ໄດ້​
ອອກ​ຖະ​ແຫຼ​ງການໂຕ້ແຍ້ງ 10 ຂໍ້ກ່ຽວກັບລະດັບເຫດການ
ໃນຢູເຄຣນ​ ຂອງ​ປະທານາທິບໍດີຣັດ​ເຊຍ ທ່ານ Vladimir
Putin ​ໂດຍພິມ​ເຜີຍ​ແຜ່ໃນອັນທີ່ກະຊວງການຕ່າງປະເທດ
ເວົ້າວ່າ ບໍ່ເປັນຄວາມ​ຈິງນັ້ນ.

ຂໍ້​ມູນ​ຄວາມ​ຈິງ ຫຼື “The Fact Sheet” ດັ່ງກ່າວມີຊື່ວ່າ
“ເລື່ອງເສກສັນປັ້ນແຕ່ງຂອງປະ ທານາທິບໍດີ Putin:
10 ຂໍ້ອ້າງທີ່ຜິດພາດກ່ຽວ​ກັບ​ຢູ​ເຄຣນ”
ພວກ​ນັກສັງເກດ
ການ​ກ່າວ​ວ່າ ການ​ພິມ​ເຜີຍ​ແຜ່​ດັ່ງກ່າວ​ນີ້ ​ແມ່ນສັງເກດເຫັນ
ໄດ້ວ່າປ່ຽນໄປຈາກ​ຂັ້ນ​ຕອນແບບ​ປົກ​ກະຕິຂອງກະຊວງການ
​ຕ່າງປະ​ເທດ ທີ່​ບໍ່​ຄອຍ​ຈະ​ໄດ້ອອກ​ຖະ​ແຫຼ​ງການ​ແບບ​ນີ້ ຕໍ່​ສາທາລະນະ​ຊົນ ທີ່​ສະເໜີ
ແນະ​ໃຫ້​ຮູ້​ເຫັນ​ວ່າ ຜູ້​ນຳຂອງ​ຕ່າງປະ​ເທດ ບໍ່ເວົ້າຄວາມຈິງນັ້ນ.

ຖະ​ແຫຼ​ງການເລີ້ມຕົ້ນ​ດ້ວຍ “ທ່ານ Putin ກ່າວ​ວ່າ ກອງ​ກຳລັງ​ຂອງຣັດ​ເຊຍ
ໃນ Crimea ​ມີແຕ່ເຮັດໜ້າທີ່ເພື່ອ​ປົກ​ປ້ອງ ອຸບປະກອນທາງ​ທະຫານ​ຂອງ
ຣັ​ດ​ເຊຍ​ເທົ່າ​ນັ້ນ.”
​ແຕ່ຖະແຫຼງການກ່າວຕໍ່ໄປ​ ​ໃນ​ອັນທີ່​ເອີ້ນ​ວ່າ ມູນຄວາມ​ຈິງ ຫຼື
“the facts” ໂດຍໄດ້ອ້າງເອົາຫຼັກຖານອັນແຂງ​ຂັນ ທີ່​ສະເໜີແນະວ່າ ສະມາຊິກ​
ກຳລັງຮັກສາ​ຄວາມ​ປອດ​ໄພ​ຣັດ​ເຊຍນັ້ນ ​ແມ່ນຈຸດ​ໃຈກາງຂອງກອງກຳລັງທີ່ມີການ
ຈັດຕັ້ງຢ່າງມີລະບຽບວິໄນສູງ​ ທີ່ຕໍ່ຕ້ານ​ກອງ​ກຳລັງຢູ​ເຄຣນ ​ໃນ Crimea.

ຖະແຫຼງການ​ຂອງ​ສະຫະລັດ ຍອມຮັບວ່າ ກອງ​ກຳລັງຢຶດຄອງແມ່ນໃສ່ເຄື່ອງ​ແບບ
​ໂດຍ​ປາດສະ​ຈາກ​ເຄື່ອງໝາຍ ​ແຕ່ຖະແຫຼງການເວົ້າ​ວ່າ ສະ​ມາ​ຊິກກອງ​ກຳລັງຢຶດ
ຄອງ​ຂັບ​ລົດ​ທີ່​ຕິດປ້າຍທະຫານ​ຣັດ​ເຊຍ “​ແລະ​ກໍແນະ​ນຳຕົວ​ເອງ​ຢ່າງ​ເປີດເຜີຍ​ວ່າ
ເຂົາເຈົ້າ​ເປັນ​ກຳລັງ​ຮັກສາຄວາ​ມປອດ​ໄພ​ຂອງຣັດ​ເຊຍ ໃນ​ເວລາ​ທີ່​ຖືກ​ພວກ
​ນັກຂ່າວຕ່າງປະ​ເທດແລະທະຫານ​ຂອງ​ຢູ​ເຄຣນຖາມນັ້ນ.”


Putin Unfazed as Ukraine Crisis Continues
please wait

No media source currently available

0:00 0:03:21 0:00
XS
SM
MD
LG