ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ວ່າ ມີພຽງແຕ່ 30 ເປີເຊັນ ໃນການໂຈມຕີ ຂອງຣັດເຊຍ ທີ່ແນໃສ່ ລັດອິສລາມ


ຮູບພາບຈາກວີດີໂອ ຖ່າຍໃນວັນທີ 30, 2015 ສະແດງໃຫ້ເຫັນ
ເຜີຍແຜ່ຢູ່ໜ້າ ແວບໄຊຕ໌ ຂອງ ກະຊວງປ້ອງກັນ ປະເທດ ຣັດເຊຍ.
ຮູບພາບຈາກວີດີໂອ ຖ່າຍໃນວັນທີ 30, 2015 ສະແດງໃຫ້ເຫັນ ເຜີຍແຜ່ຢູ່ໜ້າ ແວບໄຊຕ໌ ຂອງ ກະຊວງປ້ອງກັນ ປະເທດ ຣັດເຊຍ.

ເຈົ້າ​ໜ້າ​ທີ່ ສະຫະລັດ ຄົນ​ໜຶ່ງ ໄດ້​ເຂົ້າຮ່ວມ​ໃນການ​ຕິຕຽນ
​ຕໍ່ ການ​ປະຕິບັດ​ງານ​ທາງ​ທະຫານຣັດ​ເຊຍ ຢູ່​ໃນ​ຊີ​ເຣຍ ​ໂດຍ
ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ພຽງແຕ່ 30​ ​ເປີ​ເຊັນ​ເທົ່າ​ນັ້ນ ​ໃນ​ການ​
ໂຈມ​ຕີ​ທາງ​ອາກາດຂອງຣັດ​ເຊຍ ໄດ້​ແນ​ໃສ່​ເປົ້າໝາຍ​ໃສ່​ພວກ
”ຫົວ​ຮຸນ​ແຮງ​ລັດ​ອິສລາມ.

ບັນດາ​ປະ​ເທດ​ຕາ​ເວັນຕົກ ​ໄ​ດ້ກ່າວ​ຫາຣັດ​ເຊຍ ​ໂດ​ຍ​ເພັ່ງ​ເລັງ​
ການ​ໂຈມ​ຕີ​ທາງອາກາດ​ຂອງ​ຕົນໃສ່ບັນດາ​ນັກ​ລົບຕໍ່ຕ້ານ​ລັດ
ຖະບານຊີ​ເຣຍ ​ໃນ​ການສະໜັບສະ​ໜູນ​ພັນທະ​ມິດ​ຂອງ​ຕົນປະທານາທິບໍດີ Bashar al-Assad ຊຶ່ງ​ເປັນການ​ກ່າວ​ຫາ​ທີ່ຣັດ​ເຊຍ​ໄດ້​ປະ​ຕິ​ເສດ.

ທູດ​ພິ​ເສດ​ສະຫະລັດ ທ່ານ Brett McGurk ຜູ້​ທີ່​ໄດ້​ພົບ​ປະກັບ ພວກ​ຜູ້​ບັນ ຊາ​ການ​ທະຫານສະຫະລັດ ​ແລະອີຣັກ ຢູ່​ນະຄອນ Bagdad ໃນ​ວັນ​ພຸດ​ມື້​ນີ້ ກ່າວ​ວ່າ ອີກ 70 ​ເປີ​ເຊັນ​ຂອງ​ການ​ໂຈມ​ຕີ​ທາງ​ອາກາດຂອງຣັດ​ເຊ​ຍ ແມ່ນ​ຖືກ​ເປົ້າ​ໝາ​ຍ ບັນດາ​ກຸ່ມ​ຕໍ່ຕ້ານ​ລັດຖະບານ.

ທໍານຽບຫ້າ​ແຈ​ໄດ້​ໃຫ້​ຂໍ້​ສັງ​ເກດ​ໃນ​ເດືອນ​ແລ້ວ​ນີ້​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ຣັດ​ເຊຍ ປາກົດ​ວ່າໄດ້​ແນ​ເປົ້າໝາຍໃສ່​ກຸ່ມລັດ​ອິສລາມ​ຫລາຍ​ຂື້ນ ຫລັງ​ຈາກ​ໄດ້​ນຳ​ເອົາ​ກຸ່​ມຫົວ​ຮຸນ​ແຮງຈັດນີ້​ໄປພົວພັນ​ກັບ​ການວາງ​ລ​ະ​ເບີດ​ໃສ່​ເຮືອບິນ ຣັດ​ເຊຍ​ໃນທ້າຍ​ເ​ດືອນຕຸລາ​ທີ່​ຜ່ານ​ມາ.

ຮູບພາບທີ່ເຫັນໂດຍທົ່ວໄປ ຈາກການໂຈມຕີ ທາງອາກາດຂອງຣັດຊຍ
ຮູບພາບທີ່ເຫັນໂດຍທົ່ວໄປ ຈາກການໂຈມຕີ ທາງອາກາດຂອງຣັດຊຍ

ໃນ​ຂະນະ​ດຽວ​ກັນ ຣັດ​ເຊຍ​ກ່າວໃນ​ວັນ​ອັງຄານ​ວານ​ນີ້ ເປັນ​ເທຶ່ອທຳ​ອິດວ່າ ຕົນ ໄດ້​ໃຊ້​ລູກ​ສອນ​ໄຟ​ຍິງຈາກ​ເຮືອ​ດຳ​ນໍ້າ ຢູ່​ທະ​ເລ Mediterranean ​ໂຈມ​ຕີບັນ ດາ​ເປົ້າໝ​າຍກຸ່ມລັດ​ອິສລາມ ຢູ່ໃນພາກ​ເໜືອ​ຂອງ​ຊີ​ເຣຍ.

ຢູ່​ໃນ​ກອງ​ປະຊຸມ​ຖ່າຍ​ທອດ​ທາງ​ ໂທລະພາບ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທ​ດຣັດ​ເຊຍ​ ທ່າ​ນ Sergei Shoigu ​ໄດ້​ກ່າວ​ຕໍ່ ປະທານາທິບໍດີ ຣັດ​ເຊຍ ທ່ານ Vladimir Putin ວ່າ ລູກ​ສອນ​ໄຟຂີ​ນຳ​ວິຖີ ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ສອງ​ທີ່​ຕັ້ງຢູ່​ໃກ້​ກັບເມຶ​ອງ Raqqa ຂອງຊີເຣຍ ​ທີ່ພວກ​ຫົວ
ຮຸນ​ແຮງ​ຄວບ​ຄຸມນັ້ນ​.

ເບິ່ງວີດີໂອກ່ຽວຂ້ອງ:

Carter: International Community Must Step Up IS Fight
please wait

No media source currently available

0:00 0:01:21 0:00

XS
SM
MD
LG