ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ລາຍງານ 14 ກໍລະນີໃໝ່ ຂອງການຕິດເຊື້ອໄວຣັສ Zika ຜ່ານການມີເພດສຳພັນ


ຜູ້ຊ່ຽວຊານໂຣກຂອງເດັກນ້ອນ ທ່ານນາງ Alexia Harrist ຈາກສູນກາງການປ້ອງກັນ ແລະ ການຄວບຄຸມພະຍາດ ສະຫະລັດ ຖ່າຍຮູບແອນ້ອຍ Shayde Henrique ອາຍຸ 3 ເດືອນ, ຜູ້ທີ່ເກີດມາພ້ອມຫົວທີ່ລີບ,ພາຍຫຼັງໄດ້ຮັບການກວດ
ພະຍາດໃນເມືອງ Joao Pessoa, ປະເທດ ບຣາຊິລ, 23 ກຸມພາ, 2016.
ຜູ້ຊ່ຽວຊານໂຣກຂອງເດັກນ້ອນ ທ່ານນາງ Alexia Harrist ຈາກສູນກາງການປ້ອງກັນ ແລະ ການຄວບຄຸມພະຍາດ ສະຫະລັດ ຖ່າຍຮູບແອນ້ອຍ Shayde Henrique ອາຍຸ 3 ເດືອນ, ຜູ້ທີ່ເກີດມາພ້ອມຫົວທີ່ລີບ,ພາຍຫຼັງໄດ້ຮັບການກວດ ພະຍາດໃນເມືອງ Joao Pessoa, ປະເທດ ບຣາຊິລ, 23 ກຸມພາ, 2016.

ສູນກາງການປ້ອງກັນ ແລະ ການຄວບຄຸມພະຍາດ ສະຫະລັດ ຫຼື CDC ກ່າວວ່າ ພວກເຂົາເຈົ້າກຳລັງສືບສວນສອບສວນລາຍງານ ໃໝ່ 14 ສະບັບ ກ່ຽວກັບ ການຕິດຕໍ່ຂອງເຊື້ອໄວຣັສ Zika ໃນ ສະ ຫະລັດ, ເຊິ່ງທັງໝົດນັ້ນສົງໄສວ່າ ​ເປັນ​ການຕິດຕໍ່ຜ່ານການມີເພດ ສຳພັນ.

ສູງກາງ CDC ທີ່ມີຫ້ອງການຕັ້ງຢູ່ນະຄອນ Atlanta ໄດ້ປະກາດ ໃນວັນອັງວານນີ້ ແລະ ໄດ້ກ່າວວ່າ ການຕິດຕໍ່ເຊື້ອໄວຣັສທັງໝົດ 14 ກໍລະນີນັ້ນ ແມ່ນແມ່ຍິງຜູ້ທີ່ມີຄວາມສ່ຽງຕິດເຊື້ອໄວຣັສຜ່ານ ການມີເພດສຳພັນກັບຄູ່ຮັກເພດຊາຍ ຜູ້ທີ່ໄດ້ເດີນທາງໄປເຂດທີີ່ ມີການ​ແຜ່ລະບາດຂອງເຊື້ອໄວຣັສ Zika ໃນທ້ອງຖິ່ນເມື່ອບໍ່ດົນ ມານີ້.

ນາງ Jackeline, ອາຍຸ 26 ປີ, ໃຊ້ຕຸກນ້ຳສີຂຽວ ເພື່ອຢອກລູກຊາຍຂອງ ລາວ ທີ່ມີອາຍຸ 4 ເດືອນ ແລະ ເກີດມາພ້ອມກັບໂຣກຫົວລີບ ຢູ່ເຮືອນຂອງ ລາວໃນເມືອງ Olinda, ໃກ້ກັບນະຄອນ Recife, ປະເທດ ບຣາຊິລ, 11 ກຸມພາ 2016.
ນາງ Jackeline, ອາຍຸ 26 ປີ, ໃຊ້ຕຸກນ້ຳສີຂຽວ ເພື່ອຢອກລູກຊາຍຂອງ ລາວ ທີ່ມີອາຍຸ 4 ເດືອນ ແລະ ເກີດມາພ້ອມກັບໂຣກຫົວລີບ ຢູ່ເຮືອນຂອງ ລາວໃນເມືອງ Olinda, ໃກ້ກັບນະຄອນ Recife, ປະເທດ ບຣາຊິລ, 11 ກຸມພາ 2016.

ໃນຖະແຫຼງການຂອງພວກເຂົາເຈົ້ານັ້ນ, ສູນກາງ CDC ໄດ້ກ່າວ ວ່າ ການລາຍງານຄັ້ງໃໝ່ນີ້ໄດ້​ແນະ​ໃຫ້​ເຫັນວ່າ ການຕິດເຊື້ອໄວ ຣັສຜ່ານການມີເພດສຳພັນອາດມີ​ຄວາມ​ຮ້າຍ​ແຮງກວ່າທີ່ເຄີຍຄິດ ມາກ່ອນກ່ຽວ ກັບການຕິດຕໍ່ຂອງເຊື້ອໄວຣັສ Zika.

ຫຼາຍກໍລະນີການຕິດເຊື້ອແມ່ນລວມມີແມ່ຍິງທີ່ຖືພາ. ເຊື້ອໄວຣັສ Zika ​ແມ່ນ​ມີ​ຄວາມເຊື່ອມ​ໂຍງກັບຄວາມຜິດປົກກະຕິ ຂອງເດັກ ທາລົກເກີດ ໃໝ່ທີ່​ເອີ້ນວ່າ microcephaly ຄື​ພວກທາລົກທີ່ເກີດ ໃໝ່ ຈະມີ​ຫົວ​ລີບ​ຜິດປົກກະຕິ ແລະສາມາດປະສົບກັບການຈະ ເລີນເຕີບໂຕທີ່ຊ້າ. ບັນດານັກວິທະຍາສາດ ຍັງບໍ່ສາມາດພິສູດ ສາເຫດ ແລະ ຜົນກະທົບຂອງເຊື້ອໄວຣັສນີ້ໄດ້ຢ່າງແນ່ນອນເທື່ອ.

ສູງກາງ CDC ໄດ້ແນະນຳວ່າ ບັນດາຜູ້ຊາຍທີ່ໄດ້ເດີນທາງໄປພາກພື້ນທີ່ມີການຕິດຕໍ່ຂອງເຊື້ອ ໄວຣັສ Zika ໃຫ້ໃຊ້ຖົງຢາງອະນາໄມໃນການມີເພດສຳພັນ ຫຼື ຫຼີກລ່ຽງການມີເພດສຳພັນກັບ ແມ່ຍິງທີ່ຖືພາ ຫຼື ອາດຈະຖືພານັ້ນ.

ໃນເມື່ອການຕິດຕໍ່ຂອງເຊື້ອໄວຣັສ ແມ່ນມີຄວາມເປັນໄປໄດ້, ບັນດາເຈົ້າໜ້າທີ່ສາທາລະນະ ສຸກໄດ້ເນັ້ນຢ້ຳວ່າ ຕົ້ນຕໍຂອງການຕິດເຊື້ອໄວຣັສ Zika ແມ່ນຍັງມາຈາກການຖືກຍຸງກັດຢູ່, ແລະ ພວກເຂົາເຈົ້າໄດ້ຮຽກຮ້ອງໃຫ້ປະຊາຊົນຫຼີກລ່ຽງຈາກການຖືກຍຸງກັດໂດຍໃຊ້ ຢາກັນຍຸງ, ຕາໜ່າງກັນຍຸງຢູ່​ຕາມ​ບ້ານ​ເຮືອນ ແລະ ເສື້ອແຂນຍາວ.

CDC Zika
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG