ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົບພະຍົບກຳປູເຈຍ ໄດ້ຮັບສັນຊາດຫວຽດນາມ


ອົງການ​ອົບ​ພະຍົບຂອງສະຫະ​ປະຊາ​ຊາດ​ກ່າວ​ໃນ​ວັນ​ອັງຄານ​ສັບປະດາ​ຜ່ານ​ມານີ້ວ່າ ລັດຖະບານ​ຫວຽດນາມ​ໄດ້​​ເອົາ​ບາດກ້າວ​ທີ່​ເປັນການບຸກເບີກໄປ​ສູ່​ການຍຸດຕິ​ ສະຖານະ​ພາບ​ການ​ເປັນ​ຄົນ​ບໍ່​ມີ​ປະ​ເທດ​ ຂອງ​ປະຊາຊົນ​ຫລາຍ​ພັນ​ຄົນ ທີ່​ເຄີຍ​ເປັນອົບ​ພະຍົບມາຈາກກຳປູ​ເຈຍ. ອົງການ​ຂ້າ​ຫລວງ​ໃຫຍ່​ວ່າ​ດ້ວຍ​ອົບ​ພະຍົບຂອງສະຫະ ​ປະຊາ​ຊາດ ກ່າວ​ວ່າ​ພວກອົບ​ພະຍົບຈຳນວນ​ຫລາຍ​ກວ່າ 2ພັນ​ຄົນ ​ຈະໄດ້ຮັບສັນຊາດ ​ເປັນ​ພົນລະ​ເມືອງ​ຫວຽດນາມ​ພາຍ​ໃນ​ທ້າຍ​ປີ​ນີ້.

ອົງການ​ຂ້າ​ຫລວງ​ໃຫຍ່​ວ່າ​ດ້ວຍ​ອົບ​ພະຍົບຂອງສະຫະ​ປະຊາ​ຊາດ ກ່າວ​ວ່າພວກ​ທີ່ໄດ້​ຮັບ​ເຄາະ​ຮ້າຍ​ ຈາກ​ການ​ປົກຄອງ​ແບບ​ຜະ​ເດັດ​ການຂອງ Pol Pot ທີ່ກຳປູ​ເຈຍ​ ຈຳນວນ 2357 ຄົນ​ໄດ້​ດຳລົງຊີວິດ ແບບ​ບໍ່​ມີ​ປະ​ເທດ ຢູ່ໃນຫວຽດ ນາມມາເປັນ​ເວລາດົນ​ກວ່າ 3 ທົດ​ສະວັດ. ທ່ານ Adrian Edwards ​ໂຄສົກ​ປະຈຳ​ອົງການ​ຂ້າ​ຫລວງ​ໃຫຍ່​ວ່າ​ດ້ວຍ​ອົບ​ພະຍົບຂອງ​ສະຫະ​ປະຊາ​ຊາດ​ ຫລື UNHCR ກ່າວ​ວ່າ​ ບັດ​ນີ້​ສະພາວະ​ທີ່ບໍ່​ແນ່ນອນ​ດັ່ງ​ກ່າວ ໄດ້​ໝົດ​ໄປ​ແລ້ວ​ສຳລັບ​ພວກ​ອະດີດ​ອົບ​ພະຍົບ ຈຳນວນ​ 287 ຄົນ ທີ່ໄດ້​ຮັບໃບ​ສັນຊາດ​ຂອງ​ເຂົາ​ເຈົ້າ​ ໃນ​ພີ​ທີ​ມອບ​ໃບ​ສັນຊາດ ​ທີ່ກະຊວງ​ຍຸຕິ​ທຳ​ ທີ່ນະຄອນໂຫຈິ​ມິນ ຊຶ່ງທ່ານ Ed-wards ກ່າວ​ວ່າ ມັນ​ເປັນຜົນ​ສຳ​ເລັດຂອງ​ການດຳ​ເນີນງານ​ຮ່ວມ​ກັນ​ມາ​ເປັນ​ເວລາ 5 ປີ​ ລະຫວ່າງ​ອົງການ​ຂ້າ​ຫລວງ​ໃຫຍ່​ວ່າ​ດ້ວຍ​ອົບ​ພະຍົບ ສະຫະ​ປະຊາ​ຊາດ​ແລະ​ລັດຖະບານ​ຫວຽດນາມ. ທ່ານ​ເວົ້າ​ວ່າ ພວກ​ອົບ​ພະຍົບ​ເຫລົ່ານີ້​ທັງ​ໝົດ​ ປາກ​ພາສາ​ຫວຽດນາມ​ໄດ້ ​ແລະ​ພວກ​ເຂົາ​ເຈົ້າ​ທັງ​ໝົດ​ໄດ້​ເຂົ້າ​ຮ່ວມ​ແລະ​ປະກອບສ່ວນໃນສັງຄົມ​ຫວຽດນາມ​ຢ່າງ​ສົມ ບູນ​ແລ້ວ. ​ທ່ານ Edwards ກ່າວ​ຕໍ່​ໄປ​ວ່າ:
"ປັດຈຸບັນ​ນີ້ ​ຊາວ​ກຳປູ​ເຈຍ​ເຫລົ່ານັ້ນມີ​ສິດ​ຊົມໃຊ້ສິດທິທັງ​ໝົດ​ຂອງ​ການ ໄດ້ເປັນ​ພົນລະ ເມືອງ. ສຳ​ລັບ​ຢູ່​ໃນ​ຫວຽດນາມ​ແລ້ວ ມັນໝາຍ​ເຖິງການ​ ມີປຶ້ມສຳມະ​ໂນ​ຄົວທີ່ສຳຄັນ ທີ່ສຸດນັ້ນ ​ທີ່​ຄວບຄຸມການ​ພົວພັນ​ຂອງ​ປະຊາຊົນ​ກັບ​ລັດຖະບານ ພ້ອມດ້ວຍ​ບັດປະຈຳຕົວ​ປະຊາຊົນ​ທີ່​ລັດຖະບານອອກ​ໃຫ້​ ຊຶ່ງຖ້າມີ​ເອກ​ກ​ະສານ​ສຳຄັນ​ສອງ​ຢ່າງ​ນີ້​ແລ້ວ ພວກ​ທີ່​ໄດ້​ເປັນພົນລະເມືອງໃໝ່ ກໍສາມາດ​ຊື້​ບ້ານໄດ້​ ​ເຂົ້າຮຽນ​ໃນ​ມະຫາ​ວິ​ທະຍາ​ໄລໄດ້ ​ແລະ​ໄດ້​ຮັບປະກັນໄພສຸຂະພາບ​ແລະ​ເງິນບຳນານ​ໄດ້ ​ແລະ​ສາມາດເຮັດໄດ້ ຫລາຍສິ່ງຫລາຍ​ຢ່າງທີ່ງ່າຍໆ​ ທີ່​ແຕ່​ກ່ອນ​ພວກ​ເຂົາ​ເຈົ້າບໍ່​ສາມາດ​ເຮັດ​ໄດ້ ​ເຊັ່ນ​ການ​ເປັນ​ເຈົ້າຂອງ​ລົດຈັກ​ໄດ້ ​ເປັນ​ຕົ້ນ."
ທ່ານ Edwards ​ໃຫ້​ຂໍ້​ສັງ​ເກດ​ວ່າ ພາຍ​ໃນ​ທ້າຍ​ປີ​ນີ້​ພວກ​ອະດີດອົບ​ພະຍົບກຳປູ​ເຈຍ 2070 ຄົນ​ທ່ີ​ຍັງ​ເຫລືອນັ້ນ​ ກໍຈະ​ໄດ້​ຮັບ​ໃບ​ສັນຊາດ​ຫວຽດນາມ​ຂອງ​ເຂົາ​ເຈົ້າ. ທ່ານ Edwards ​ໄດ້​ກ່າວ​ຊົມ​ເຊີຍບາດກ້າວ​ສຳຄັນອື່ນໆອີກ​ ທ່ີ​ຫວຽດນາມ​ໄດ້​ດຳ​ເນີນ​ມາ ເພື່ອ​ຍຸດຕິ​ສະຖານະ​ພາບ ໄຮ້​ປະ​ເທດ​ຫລື​ບໍ່​ມີ​ສັນຊາດ ຂອງ​ພວກ​ອົບ​ພະຍົບເຫລົ່າ​ນີ້ ຊຶ່ງ​ທ່ານ Edwards ອະທິບາຍ​ວ່າ:
"ເມື່ອ​ປີກາຍ​ນີ້ ລັດຖະບານ​ຫວຽດນາມ​ໄດ້​ປະກາດ​ໃຊ້​ກົດໝາຍ​ ເພື່ອ​ຖົມຊ່ອງ​ຫວ່າງ​ທີ່​ເຮັດ​ໃຫ້​ພວກ​ແມ່​ຍິງຫວຽດນາມ​ຫລາຍ​ພັນ​ຄົນ ທີ່​ແຕ່ງງານໄປກັບ​ຊາຍ​ຊາວ​ຕ່າງດ້າວ ແລ້ວປະ​ຢ່າ​ຮ້າງ​ກັນ​ໃນເວລາຕໍ່​ມາ ຕ້ອງກາຍເປັນຄົນໄຮ້ປະເທດນັ້ນ. ​ເວລາ​ນີ້ສະຖານະ​ການ​ດັ່ງກ່າວ​ນີ້​ໄດ້​ຖືກ​ແກ້​ໄຂ​ໃຫ້​ດີ​ຂຶ້ນ​ແລ້ວໂດຍສ່ວນໃຫຍ່ ​ແລະ​ພວກແມ່ຍິງເຫລົ່ານັ້ນກັບ​ລູກໆ​ຂອງ​ພວກ​ ເຂົາ​ເຈົ້າສ່ວນ​ຫລາຍ ກໍ​ກຳລັງຈະໄດ້​ຮັບ​ສັນຊາດ​ຫວຽດນາມ."
ການ​ຕໍ່ສູ້​ເພື່ອ​ພວກ​ທ່ີ​ບໍ່​ມີ​ປະ​ເທດ​ຫລື​ບໍ່​ມີສັນຊາດນີ້​ ເປັນນຶ່ງ​ໃນ​ບັນດາບູລິ​ມະ​ສິດສູງສຸດ​ຂອງ​ອົງການອົບ​ພະຍົບຂອງ​ສະຫະ​ປະຊາ​ຊາດ ຫລື UNHCR ທີ່ເວົ້າ​ວ່າ ປະຊາຊົນ​ຈຳນວນ12 ລ້ານ​ຄົນ ​ທີ່ບໍ່ມີປະ​ເທດ​ຫລື​ສັນຊາດ​ໃນທົ່ວ​ໂລກ ​ແມ່ນບໍ່​ມີ​ສິດທິຫຍັງ​ເລີຍ ​ແລະ​ດຳລົງ​ຊີ​ວິດ ເກືອບ​ວ່າ​ຢູ່​ໃນ​ເງົາ​ມືດ ບໍ່ສາມາດ​ທີ່ຈະ​ຍົກຍ້າຍ​ໄປມາ​ໄດ້​ຢ່າງ​ເສລີ ຫລື​ເຂົ້າ​ປະກອບສ່ວນ​ໃນ ສັງຄົມ ຫລື​ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດດ້ານ​ສັງຄົມ​ທໍາ​ມະ​ດາ​ ທີ່ພົນລະ​ເມືອງ​ຂອງ​ປະ​ເທດ​ນຶ່ງໆ ມີ​ສິດ​ໄດ້​ຊົມ​ໃຊ້ນັ້ນ.

XS
SM
MD
LG