ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາ ຄວາມໝັ້ນຄົງ ປະນາມ ການທົດລອງ ລູກສອນໄຟ ຂອງ ເກົາຫຼີເໜືອ


ຜູ້ຊາຍຄົນນຶ່ງ ຍ່າງກາຍລາຍງານໂທລະບ ກ່ຽວກັບ ການທົດລອງລູກສອນໄຟ ທີ່ບໍ່ປະສົບຜົນສຳເລັດ ຂອງເກົາຫລີເໜືອ ຈາກແຄມຝັ່ງທະເລ ກ້ຳຕາເວັນອອກ ທີ່ສະຖານີລົດໄຟແຫ່ງນຶ່ງ ໃນນະຄອນຫຼວງໂຊລ. (16 ເມສາ 2017)
ຜູ້ຊາຍຄົນນຶ່ງ ຍ່າງກາຍລາຍງານໂທລະບ ກ່ຽວກັບ ການທົດລອງລູກສອນໄຟ ທີ່ບໍ່ປະສົບຜົນສຳເລັດ ຂອງເກົາຫລີເໜືອ ຈາກແຄມຝັ່ງທະເລ ກ້ຳຕາເວັນອອກ ທີ່ສະຖານີລົດໄຟແຫ່ງນຶ່ງ ໃນນະຄອນຫຼວງໂຊລ. (16 ເມສາ 2017)

ສະພາ​ຄວາມ​ໝັ້ນຄົງ ​ອົງການ​ສະຫະ​ປະຊາ​ຊາດ ​ໃນ​ວັນ​ພະຫັດ​ວານ​ນີ້ ​“ໄດ້​ທຳ​ການ
​ປະນາມ​ຢ່າງ​ແຮງ” ຕໍ່​ການ​ທົດ​ລອງ​ລູກ​ ສອນ​ໄຟ​ຂີ​ປະ​ນາ​ວຸດຂອງ​ເກົາຫລີ​ເໜືອ​ເມື່ອ
​ໄວໆ​ມານີ້ໂດຍ​ຖິ້ມ​ໂທດ​ໃສ່​ພຽງ​ຢາງ​ວ່າ “​ເປັນ​ຜູ້​ເພີ່ມ​ຄວາມເຄັງ​ຕຶງຢູ່​ໃນ​ຂົງ​ເຂດ​ແລະ​
ໄກ​ອອກ​ໄປ​ກວ່າ​ນັ້ນ.”

​ໃນ​ວັນ​ເສົາ​ແລ້ວນີ້ ​ເກົາຫຼີ​ເໜືອ​ໄດ້​ພະຍາຍາມ ​ແຕ່​ບໍ່​ປະສົບຜົນສຳ​ເລັດ ​ໃນ​ການຍິງ
​ລູກ​ສອນ​ໄຟລູກ​ນຶ່ງ ​ຈາກ​ຖານ​ທັບ​ເຮື​ອດຳ​ນ້ຳ​ ທີ່​ເມືອງ​ຊິນ​ໂປ ທາງ​ຝັ່ງ​ທະ​ເລ​ ກ້ຳຕ​າ
​ເວັນ​ອອກ​ຂອງ​ຕົນ ​ໃນການ​ທົດ​ລອງ​ລູກ​ສອນ​ໄຟ ​ເທື່ອ​ຫລ້າ​ສຸດ ທີ່​ມີມາ ເປັນ​ລຳ​ດັບ ​
ອັນ​ເປັນ​ການລະ​ເມີດການ​ລົງ​ໂທດ​ຂອງ​ສະຫະລັດ​ປະຊາ​ຊາດ​ຕໍ່​ເກົາຫຼີເໜືອ​ນັ້ນ.

​ໃນ​ຖະ​ແຫລງການ​ ຢ່າງ​ເປັນ​ເອກ​ກະສັນ​ນັ້ນ ບັນດາ​ປະ​ເທດ​ສະມາຊິກຂອງ​ສະພາ
ຄວາມ​ໝັ້ນຄົງ​ ໄດ້ສະ​ແດງ “ຄວາມ​ເປັນ​ຫ່ວງ​ທີ່​ສຸດ” ກ່ຽວ​ກັບ “ການ​ກະທຳ​ທີ່ສ້າງ​
ຄວາມ​ບໍ່​ທຸ່ນ​ທ່ຽງ ພ້ອມທັງ​ເປັນ​ການລະ​ເມີດ​ ຢ່າງ​ເປີດ​ແປນ ​ແລະ​ທ້າ​ທາຍ” ຂອງ
​ພຽງ​ຢາງ ຕໍ່​ການ​ລົງ​ໂທດ​ຂອງ​ສະຫະ​ປະຊາ​ຊາດ.

ຖະ​ແຫຼງການ​ກ່າວ​ຕໍ່​ໄປ​ວ່າ “ບັນດາ​ປະ​ເທດ​ສະມາຊິກ​ ຂອງ​ສະພາ​ຄວາ​ໝັ້ນຄົງມີ​
ຄວາມ​ເຫັນ​ພ້ອມ​ນຳ​ກັນ​ວ່າຈະ​ສືບ​ຕໍ່​ຕິດຕາມ​ເບິ່ງສະຖານະ​ການ​ຢ່າງ​ໃກ້ຊິດ​ ແລະ
ເອົາ​ມາດ​ຕະການ​ທີ່​ສຳຄັນຕື່ມ ຮວມທັງ​ການ​ລົງ​ໂທດທີ່​ສອດຄ່ອງ​ກັບ​ການ​ຕັດສິນ ​
ໃຈ​ຂອງ​ທາງ​ສະພາ​ທີ່​ໄດ້​ສະ​ແດງ​ອອກ​ກ່ອນ​ໜ້ານີ້.”

ຮອງປະທານາທິບໍດີ ສຫລ ທ່ານ Mike Pence ພວມຍ່າງ ທີ່ບ້ານຊາຍແດນ Panmunjom ໃນເຂດປອດທະຫານ ທີ່ແບ່ງເກົາຫຼີເໜືອ ແລະເກົາຫຼີໃຕ້ ອອກຈາກກັນ.
ຮອງປະທານາທິບໍດີ ສຫລ ທ່ານ Mike Pence ພວມຍ່າງ ທີ່ບ້ານຊາຍແດນ Panmunjom ໃນເຂດປອດທະຫານ ທີ່ແບ່ງເກົາຫຼີເໜືອ ແລະເກົາຫຼີໃຕ້ ອອກຈາກກັນ.

ນອກ​ນັ້ນ ຖະ​ແຫຼງການ​ຍັງ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ ​ໃນ​ການ​ດຳ​ເນີນ​ຄວາມ​ພະຍາ
ຍາມ​ຂອງ​ນາໆ​ຊາດ ​ເພື່ອ​ຊອກ​ຫາ​ “ການ​ແກ້​ໄຂ​ແບບ​ສັນຕິ​ ແລະ​ຮອບດ້ານ​ ໂດຍ
ຜ່ານ​ການ​ເຈລະຈາ.”

ຖະ​ແຫຼງການ​ ຂອງ​ສະພາ​ຄວາມ​ໝັ້ນຄົງ ມີ​ຂຶ້ນ​ໃນ​ຂະນະ​ທີ່​ລັດຖະບານສະຫະລັດ
ຂອງປະທານາທິບໍດີ​ດໍ​ໂນ​ລ ທຣຳໄດ້​ໃຫ້​ສັນຍານ​ວ່າ ຕົນໃກ້​ຈະ​ໝົດຄວາມ​ອົດທົນ
ກັບ​ເກົາຫຼີ​ເໜືອ​ແລ້ວທີ່​ຍັງ​ສືບ​ຕໍ່​ພັດທະນາ​ໂຄງການອາວຸດ​ນິວ​ເຄລຍ​ແລະ​ລູກ​ສອນ
​ໄຟ​ຂີ​ປະ​ນາ​ວຸດ.​

​ໃນ​ລະຫວ່າງ ​ການ​ໄປ​ຢ້ຽມຢາມ​ຊາຍ​ແດນ​ເກົາຫຼີ​ເໜືອ​ ໃນ​ອາທິດ​ນີ້ ຮອງ​ປະທານາ
ທິບໍດີ Mike Pence ​ໄດ້​ປະກາດ​ວ່າ ຍຸດ​ທະ​ສາດ​ແຫ່ງ​ຄວ​າມອົດທົນ​ຂອງ​ວໍ​ຊິ​ງຕັນ
ຕໍ່​ເກົາຫຼີ​ເໜືອ​ນັ້ນ ​ແມ່ນ​ສິ້ສຸດ​ລົງ​ແລ້ວ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG